Articles by

xaysana InsideLaos

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ຄະນະສະເພາະກິດຂັ້ນເມືອງ ນໍາໂດຍ ທ່ານ ບຸນຖອງ ສຸພາວົງ ຮອງ ເຈົ້າເມືອງໆປະທຸມພອນ ພ້ອມຄະນະ ໄດ້ລົງມອບເຄື່ອງຮັບໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ເຊິ່ງມີຜ້າອັດປາກ-ດັງ 8 ແກັດ ມີຈໍານວນ 7.600 ອັນ ແລະ ນໍ້າດື່ມ ເພື່ອນໍາໄປມອບໃຫ້ແພດ-ໝໍ ແຈກຢາຍໃຫ້ຊຸມຊົນຫຼືກຸ່ມສ່ຽງ

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ເຊິ່ງກ່ຽວກັບການຊ່ວຍເຫຼືອ ຫຼື ການຊອກຫາວິທີຫຼຸດຜ່ອນຜົນກະທົບທີ່ບັນດາຫົວໜ່ວຍທຸລະກິດໄດ້ຮັບຈາກພະຍາດໂຄວິດ-19 ສໍາລັບນະໂຍບາຍດ້ານການເງິນຕໍ່ກັບຜູ້ລົງທຶນ

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ການມອບໃນຄັ້ງນີ້ກໍ່ເພື່ອນຳໃຊ້ເຂົ້າໃນວຽກງານຕ້ານ ສະກັດກັ້ນ ແລະ ຄອບຄຸມ ການລະບາດຂອງພະຍາດໂຄວິດ-19 ເຊິ່ງປະກອບມີຜ້າປິດປາກ 200 ກັບ, ນ້ຳດື່ມ 30 ແຟັກ, ໝີໄວໄວ 23 ແກັດ, ປ່ອງປາ 6 ແຟັກ, ກາເຟ 15 ຖົງ ແລະ ເອັມ 150 14 ແຟັກ ລວມມູນຄ່າຫຼາຍກວ່າ 8ລ້ານກີບ

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ໝູ່ແພດກອງພັນທະຫານຮາບທີ 9 ທີ່ຂຶ້ນກັບກອງພົນທະຫານຮາບທີ 4 ເຄື່ອນໄຫວກວດວັດແທກອຸນຫະພູມຮ່າງກາຍໃຫ້ພະນັກງານ-ນັກຮົບ ພາຍໃນກົມກອງ ໂດຍປະຕິບັດຕາມແຜນການຂອງພະແນກເສນາຮັກ ຫ້ອງພະລາທິການກອງພົນທະຫານຮາບທີ 4 ກ່ຽວກັບການເຜົ້າລະວັງຄວບຄຸມ ແລະ ຕ້ານເຊື້ອພະຍາດໂຄວິດ-19 ເພື່ອບໍ່ໃຫ້ແຜ່ລະບາດເປັນວົງກວ້າງນັ້ນ

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ການໃຫ້ປິດຊົ່ວຄາວຮ້ານກິນດື່ມ, ຮ້ານບັນເທີງ, ຄາຣາໂອເກະ, ຮ້ານເກມ, ການຈັດງານລ້ຽງສັງສັນ, ການຈັດງານບຸນປະເພນີ ຕາມແຈ້ງການຕ່າງໆ ແມ່ນໄດ້ຮັບການຮ່ວມມືໃນການຈັດຕັ້ງປະຕິບັດເປັນຢ່າງດີ, ແຕ່ວ່າກໍ່ຍັງມີບາງຮ້ານທີ່ຍັງຝ່າຝືນ ແລະເປີດໃຫ້ບໍລິການ

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ທ່ານ ໂພໄຊ ໄຊຍະສອນ ເລຂາພັກແຂວງ ເຈົ້າແຂວງໆສາລະວັນ ລົງຢ້ຽມຢາມ ພົບປະໃຫ້ກຳໃຈພະນັກງານແພດໝໍຢູ່ໂຮງໝໍແຂວງສາລະວັນ ແລະກໍ່ມອບເຄື່ອງຊ່ວຍເຫຼືອຈຳນວນໜຶ່ງໃຫ້ພະນັກງານແພດໝໍທີ່ກຳລັງປະຕິບັດໜ້າທີ່ ໃນນັ້ນໄດ້ມອບນໍ້າດື່ມຈຳນວນ 100 ແຝກ, ໄຂ່ 80 ແຕະ, ເຈວລ້າງມື 1 ແກັດ ແລະຜ້າອັດປາກ 2 ແກັດ

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ການລົງຕິດຕາມແມ່ນເນັ້ນໃສ່ແຕ່ລະຈຸດຮັບຜິດຊອບຂອງເມືອງຫ້ວຍຊາຍ ຊຶ່ງເປັນເຂດຊາຍແດນຕິດຈອດກັບ ຣາຊະອານາຈັກໄທ ໂດຍສະເພາະແມ່ນບັນຫາປະກົດການຫຍໍ້ທາງສັງຄົມເປັນຕົ້ນແມ່ນ ການຄ້າຂາຍເຖື່ອນ, ຄ້າຢາເສບຕິດ ແລະ ການລັກລອບເຂົ້າເມືອງແບບຜິດກົດໝາຍ

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມທີມງານ ໄດ້ນໍາເອົາເງິນສົດ, ພ້ອມດ້ວຍເຄື່ອງອຸປະໂພກ, ບໍລິໂພກ ຈໍານວນໜຶ່ງ ມອບໃຫ້ກັບເມືອງໄຊບູລີ ເຊິ່ງມີເງິນສົດຈໍານວນ 12 ລ້ານກີບ, ສະເປຂ້າເຊື້ອ 14 ກ່ອງ, ເຈວຂ້າເຊື້ອ 41 ກ່ອງ, ຜ້າອັດປາກ-ດັງ 15 ກັບ, ນໍ້າດື່ມ 41 ແພັກ