ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 11 ພຶດສະພາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ການນຳຂັ້ນແຂວງສະຫວັນນະເຂດ ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ກັບເມືອງທ່າປາງທອງ



ການມອບໃນຄັ້ງນີ້ກໍ່ເພື່ອນຳໃຊ້ເຂົ້າໃນວຽກງານຕ້ານ ສະກັດກັ້ນ ແລະ ຄອບຄຸມ ການລະບາດຂອງພະຍາດໂຄວິດ-19 ເຊິ່ງປະກອບມີຜ້າປິດປາກ 200 ກັບ, ນ້ຳດື່ມ 30 ແຟັກ, ໝີໄວໄວ 23 ແກັດ, ປ່ອງປາ 6 ແຟັກ, ກາເຟ 15 ຖົງ ແລະ ເອັມ 150 14 ແຟັກ ລວມມູນຄ່າຫຼາຍກວ່າ 8ລ້ານກີບ

ພ້ອມນັ້ນ, ທ່ານ ບຸນຍົງ ຍົດສີຟອງ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ ຫົວໜ້າ ສະເພາະກິດຂັ້ນເມືອງ ກໍ່ໄດ້ກ່າວຄຳຂອບໃຈ ແລະ ຈະນຳເອົາເຄື່ອງດັ່ງກ່າວນຳໃຊ້ເຂົ້າໃນວຽກງານສະກັດກັ້ນການລະບາດຂອງພະຍາດໂຄວິດ-19…ອ່ານຕໍ່

ສາທາເຊກອງ ຮຽກຮ້ອງໃຫ້ທຸກຄົນສືບຕໍ່ປະຕິບັດມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ



ທ່ານ ດຣ. ຄຳໄຫຼ ສັນຕິພູມ ຫົວໜ້າພະແນກສາທາລະນະສຸດແຂວງເຊກອງ ໄດ້ໃຫ້ຮູ້ວ່າສະພາບການໂດຍລວມແຂວງເຊກອງໃນປັດຈຸບັນ ແມ່ນຢູ່ໃນໄລຍະທີ່ມີການເຝົ້າລະວັງ, ຄວບຄຸມ, ສະກັດກັ້ນ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19

ເລີຍຮຽກຮ້ອງໃຫ້ປະຊາຊົນທຸກຄົນໃນທົ່ວແຂວງສືບຕໍ່ປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ, ຄໍາສັ່ງເພີ່ມເຕີມຂອງທ່ານເຈົ້າແຂວງ ແລະມາດຕະການຕ່າງໆທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເຊິ່ງແຂວງເຊກອງກໍໄດ້ມີການກຽມຄວາມພ້ອມດ້ານບຸກຄະລາກອນ, ກໍານົດຈຸດປິ່ນປົວຜູ້ຕິດເຊື້ອໂຄວິດ-19 (ຖ້າມີກໍລະນີຕິດເຊື້ອ) ພ້ອມກໍານົດຈຸດກັກບໍລິເວນບຸກຄົນທີ່ເດີນທາງມາຈາກຕ່າງປະເທດ ກໍຄືຕ່າງແຂວງທີ່ມີການລະບາດ…ອ່ານຕໍ່

ຄະນະ ອພສ ເມືອງບາຈຽງຈະເລີນສຸກມອບເຄື່ອງຊ່ວຍເຫຼືອເຂົ້າໃນວຽກງານຕ້ານພະຍາດໂຄວິດ-19

ພຣະອາຈານ ບຸນຮຽງ ເທບອີນທາ ເຈົ້າຄະນະ ອພສ ເມືອງບາຈຽງຈະເລີນສຸກພ້ອມຄະນະ ມອບນໍ້າດື່ມ 50 ແກັດ ,ໜີ່ໄວໆ 13 ແກັດ,ກາເຟ 10 ຖົງ , ໝອນ 22 ໜ່ວຍ,ໄຂ່ 3 ແຕະ ,ສາດ 20 ຜືນ ,ຕຽງນອນ 15 ອັນ ,ໝໍ້ 3 ໜ່ວຍ ,ເສື່ອນອນ 40 ເຄືອ,ຜ້າຫົ່ມໂຕໆ 13 ຜືນ,ໝໍ້ແກງ 1ໜ່ວຍ,ຄົກ-ສາກ 2 ຊຸດ,ຫວດໜຶ້ງເຂົ້າ 3 ອັນ

ຄິດເປັນມູນຄ່າຫຼາຍລ້ານກີບໃຫ້ແກ່ຄະນະສະເພາະກິດຂັ້ນເມືອງເພື່ອຊຸກຍູ້ເຂົ້າໃນວຽກງານສະກັດກັ້ນ,ການລະບາດຂອງພະຍາດດັ່ງກ່າວ ທີ່ກຳລັງແຜ່ລະບາດໃນປະຈຸບັນ…ອ່ານຕໍ່

ເຈົ້າເມືອງໆປະທຸມພອນ ລົງຊຸກຍູ້ວຽກງານຕ້ານໂຄວິດ-19 ຢູ່ 3 ກຸ່ມຂອງເມືອງປະທຸມພອນ

ເຈົ້າເມືອງໆປະທຸມພອນພ້ອມຄະນະສະເພາະກິດຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ລົງເຄື່ອນໄຫວມອບເຄື່ອງຮັບໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການລະບາດຂອງເຊື້ອພະຍາດໂຄວິດ-19 ເຊິ່ງມີ ຜ້າອັດປາກ-ດັງຈໍານວນ 17.000 ກັບເພື່ອນໍາໄປແຈກຢາຍໃຫ້ຊຸມຊົນແອອັດຫຼືກຸ່ມສ່ຽງ

ພ້ອມນັ້ນ ກໍ່ໃຫ້ອຳນາດການປົກຄອງທຸກຂັ້ນໃນກຸ່ມບ້ານດັ່ງກ່າວຕ້ອງໄດ້ເອົາໃຈໃສ່ຕິດຕາມ, ກວດກາ ແລະ ລາດຕະເວນຕາມຈຸດຕ່າງໆ , ກວດກາບຸກຄົນເຂົ້າ-ອອກຢ່າງເປັນປະຈໍາ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...