ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 10 ພຶດສະພາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ຍັງພົບຮ້ານກິນດື່ມ ຮ້ານບັນເທີງຈຳນວນໜຶ່ງທີ່ຍັງຝ່າຝືນຄໍາສັ່ງນາຍົກ

ການໃຫ້ປິດຊົ່ວຄາວຮ້ານກິນດື່ມ, ຮ້ານບັນເທີງ, ຄາຣາໂອເກະ, ຮ້ານເກມ, ການຈັດງານລ້ຽງສັງສັນ, ການຈັດງານບຸນປະເພນີ ຕາມແຈ້ງການຕ່າງໆ ແມ່ນໄດ້ຮັບການຮ່ວມມືໃນການຈັດຕັ້ງປະຕິບັດເປັນຢ່າງດີ, ແຕ່ວ່າກໍ່ຍັງມີບາງຮ້ານທີ່ຍັງຝ່າຝືນ ແລະເປີດໃຫ້ບໍລິການ

ຄະນະຮັບຜິດຊອບຢູ່ແຕ່ລະທ້ອງຖິ່ນໄດ້ຕັກເຕືອນ ແລະປະຕິບັດວິໄນໄປແລ້ວ ບາງຮ້ານແມ່ນໃຫ້ສັ່ງປິດ ເຊິ່ງ ທ່ານ ສະຫວັນຄອນ ໄດ້ໃຫ້ຮູ້ວ່າ: ກະຊວງ ຖວທ ໄດ້ກຽມຊ່ວຍເຫຼືອຜູ້ປະກອບການດ້ານການທ່ອງທ່ຽວ ແລ້ວໂດຍມີແຜນສະເໜີລັດຖະບານ ແລະ ຂໍການຊ່ວຍເຫຼືອ ດ້ານທຶນຮອນຈາກອົງການຈັດຕັ້ງສາກົນເພື່ອມາຟື້ນຟູ, ພັດທະນາທຸລະກິດດ້ານການທ່ອງທ່ຽວ, ສ້າງແຜນກິດຈະກຳຫຼາຍຮູບແບບສົ່ງເສີມລາວທ່ຽວລາວ ພາຍຫຼັງທີ່ສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ແລ້ວ…ອ່ານຕໍ່

ອໍານາດການປົກຄອງ ແຂວງບໍລິຄໍາໄຊ ໄດ້ມອບເຄື່ອງກົນຈັກ ໃຫ້ກຸ່ມຜະລິດກະສິກຳເປັນສິນຄ້າ



ຊຶ່ງປະກອບມີລົດໄຖນາຍີ່ຫໍ້ ຄູໂບຕ່າ ຈຳນວນ 8 ຄັນ, ລົດດໍານາ 1 ຄັນ ແລະ ລົດກ່ຽວເຂົ້າ 1 ຄັນ ລວມມູນຄ່າທັງໝົດ 160.000 ໂດລາສະຫະລັດ ໃຫ້ກັບ 3 ເມືອງເປົ້າໝາຍດັ່ງກ່າວປະກອບມິ: ເມືອງປາກຊັນມີ 7 ກຸ່ມຜະລິດເຂົ້າເປັນສິນຄ້າ ແລະ ກຸ່ມຜະລິດແນວພັນເຂົ້າ ໄດ້ຮັບລົດໄຖນາ 6 ຄັນ ແລະ ລົດກ່ຽວເຂົ້າ 1 ຄັນ, ເມືອງ ທ່າພະບາດ ມີ 3 ກຸ່ມຄື: ກຸ່ມຜະລິດແນວພັນເຂົ້າ ແລະ ກຸ່ມຜະລິດເຂົ້າເປັນສິນຄ້າໄດ້ຮັບລົດໄຖນາ 2 ຄັນ ແລະ ເມືອງບໍລິຄັນ ມີກຸ່ມຜະລິດແນວພັນເຂົ້າ ໄດ້ຮັບລົດດຳນາ ຈຳນວນ 1 ຄັນ

ພາຍໃຕ້ໂຄງການຮ່ວມມື ລະຫວ່າງລັດຖະບານລາວ ແລະ ທະນາຄານໂລກ ຕາມແຜນຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າລະດັບຊາດ, ໂຄງການເງິນກູ້ຢືມຈາກທະນາຄານໂລກ ແລະ ໂຄງການຜະລິດກຳສິກຳເປັນສິນຄ້າຢູ່ ສປປ ລາວ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...