Saturday, January 18, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 7 ພຶດສະພາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ເຈົ້າແຂວງສາລະວັນ ລົງຢ້ຽມຢາມແພດໝໍທີ່ກຳລັງປະຕິບັດໜ້າທີ່ທີ່ໂຮງໝໍສາລະວັນ

ທ່ານ ໂພໄຊ ໄຊຍະສອນ ເລຂາພັກແຂວງ ເຈົ້າແຂວງໆສາລະວັນ ລົງຢ້ຽມຢາມ ພົບປະໃຫ້ກຳໃຈພະນັກງານແພດໝໍຢູ່ໂຮງໝໍແຂວງສາລະວັນ ແລະກໍ່ມອບເຄື່ອງຊ່ວຍເຫຼືອຈຳນວນໜຶ່ງໃຫ້ພະນັກງານແພດໝໍທີ່ກຳລັງປະຕິບັດໜ້າທີ່ ໃນນັ້ນໄດ້ມອບນໍ້າດື່ມຈຳນວນ 100 ແຝກ, ໄຂ່ 80 ແຕະ, ເຈວລ້າງມື 1 ແກັດ ແລະຜ້າອັດປາກ 2 ແກັດ

ສັງລວມແລ້ວ ສະເພາະແຂວງສາລະວັນມີຜູ້ຕິດເຊື້ອ 7 ຄົນ, ປິ່ນປົວຫານດີແລ້ວ 1 ຄົນ ແລະ ກຳລັງຕິດຕາມປິ່ນປົວອີກ 6 ຄົນ…ອ່ານຕໍ່

ຄະນະນໍາຂອງ ແຂວງ ສະຫວັນນະເຂດ ເຄື່ອນໄຫວຊຸກຍູ້, ຕິດຕາມກວດກາ ການລະບາດຂອງພະຍາດໂຄວິດ-19 ຢູ່ ເມືອງ ວິລະບູລີ

ເມືອງ ວິລະບູລີ ແມ່ນໄດ້ມີການກະກຽມຄວາມພ້ອມຮອບດ້ານເພື່ອປ້ອງກັນການລະບາດຂອງເຊື້້ອພະຍາດໂຄວິດ-19 ໂດຍໄດ້ເລີ່ມຈາກການອອກແຈ້ງການເພື່ອລັອກດາວ ຫຼື ປິດການເຂົ້າອອກບ້ານນາແກ ເນື່ອງຈາກມີແຮງງານລາວທີ່ໄດ້ລັກລອບເຂົ້າມາແຕ່ປະເທດໄທ

ນອກນັ້ນ, ຍັງມີວັກຊີນໂຄວິດ-19 ເຊິ່ງໄດ້ຈັດຕັ້ງປະຕິບັດໄປແລ້ວຈໍານວນໜຶ່ງ ເຊິ່ງວ່າ ເມືອງ ວິລະບູລີ ແມ່ນໄດ້ຮັບວັກຊີນຈໍານວນທັງໝົດ 4,378 ໂດສ ໃນນັ້ນພາກສ່ວນຂອງເມືອງມີ 1,378 ໂດສ ແລະ ບໍ່ຄໍາ-ທອງເຊໂປນຈໍານວນ 3,000 ໂດສ

ເຊິ່ງໄດ້ກໍານົດເອົາໂຮງຮຽນປະຖົມສົມບູນພູຄໍາ ເປັນສູນກັກກັນຊົ່ວຄາວຂອງເມືອງ ເພື່ອຮອງຮັບເອົາຜູ້ທີ່ມີພູມລໍາເນົາ ຫຼື ເຮັດວຽກຢູ່ເມືອງ ວິລະບູລີ ທີ່ໄດ້ເດີນທາງມາຈາກ ຕ່າງເມືອງ, ຕ່າງແຂວງ ຫຼື ທ້ອງຖິ່ນອື່ນໃນໄລຍະປິດເມືອງນີ້ ເພື່ອເຂົ້າກັກໂຕຕິດຕາມອາການຈໍານວນ 14 ວັນ ເຊິ່ງມາຮອດປະຈຸບັນນີ້…ອ່ານຕໍ່

ຄະນະສະເພາະກິດ ແຂວງໄຊສົມບູນ ລົງເຄື່ອນໄຫວໂຄສະນາເຄື່ອນທີ່ຢູ່ເມືອງລ້ອງແຈ້ງ

ທ່ານ ສົມດາວີ ຄໍາເມືອງຄູນ ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ແລະ ທ່ານ ຊົ່ງໄຊຮົ່ວ ຮອງຫົວໜ້າໂຄສະນາອົບຮົມແຂວງ ຄະນະສະເພາະກິດ ແຂວງໄຊສົມບູນ ໄດ້ລົງເຄື່ອນໄຫວໂຄສະນາເຄື່ອນທີ່ຕໍ່ກັບການລະບາດຂອງພະຍາດໂຄວິດ-19

ພ້ອມນັ້ນ ການລົງໂຄສະນາເຄື່ອນທີ່ຄັ້ງນີ້ ຄະນະສະເພາະກິດ ແຂວງໄຊສົມບູນ ຍັງໄດ້ເວົ້າໃນ 3 ພາສາ ຄື ພາສາມົ້ງ, ພາສາກຶມມຸ ແລະ ພາສາລາວ ຕື່ມອີກ ທັງນີ້ກໍ່ເພື່ອໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ເຂົ້າໃຈ ຢ່າງເລິກເຊິ່ງ

ສໍາລັບພະນັກງານ, ທະຫານ-ຕໍາຫຼວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ຈະເດີນທາງ ຄວນໄປເຮັດໜັງສືສະເໜີຫາຄະນະສະເພາະກິດ ຂັ້ນເມືອງ ຫຼື ຂັ້ນແຂວງ ໃນການອະນຸຍາດ ອອກຈາກຕ່າງແຂວງ…ອ່ານຕໍ່

ເຈົ້າເມືອງໆໂຂງ ລົງຊຸກຍູ້ວຽກງານຕ້ານໂຄວິດ-19 ໃນເທສະບານເມືອງຂອງຕົນ

ທ່ານນາງ ຄຳພູ ລິດທິສັກ ເລຂາພັກເມືອງ ເຈົ້າເມືອງໆໂຂງ ພ້ອມຄະນະສະເພາະກິດຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ລົງເຄື່ອນໄຫວມອບເຄື່ອງຮັບໃຊ້ເຂົ້າໃນວຽກງານຕ້ານ ແລະເນັ້ນໜັກໃຫ້ອຳນາດການປົກຄອງທຸກຂັ້ນໃນກຸ່ມບ້ານດັ່ງກ່າວຕ້ອງໄດ້ເອົາໃຈໃສ່ຕິດຕາມ, ກວດກາ ແລະ ລາດຕະເວນຕາມຈຸດຕ່າງໆ , ກວດກາບຸກຄົນເຂົ້າ-ອອກຢ່າງເຂັ້ມງວດ

ເພື່ອບໍ່ໃຫ້ເມືອງໂຂງຂອງພວກເຮົາມີກໍລະນີຕິດເຊື້ອດັ່ງກ່າວ ຕ້ອງໄດ້ເຄັ່ງຄັດກວດກາບຸກຄົນເຄື່ອນໄຫວເຂົ້າ-ອອກໃນບ້ານ ແລະກຸ່ມບ້ານ , ບຸກຄົນໃດຖ້າບໍ່ຈຳເປັນປະຕິບັດວຽກຢູ່ພາຍນອກ ແມ່ນໃຫ້ຢຸດເຊົາການໄປມາຫາສູ່ກັນ, ເປັນເຈົ້າການສອດແນມບຸກຄົນຕ່າງຖິ່ນທີ່ເຂົ້າມາພັກພາອາໄສໃນບ້ານຂອງຕົນ ທັງນີ້ກໍເພື່ອຫລີກເວັ້ນ ແລະ ຕັດວົງຈອນການນຳເຊື້ອຂອງພະຍາດໂຄວິດ -19…ອ່ານຕໍ

ເຈົ້າແຂວງສະຫວັນນະເຂດ ລົງຊຸກຍູ້ການຜະລິດຫັດຖະກໍາ ທີ່ເມືອງຈໍາພອນ

ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ໄດ້ລົງຕິດຕາມ ແລະຊຸກຍູ້ກະຜະລິດກະສິກຳ-ຫັດຕະກຳ ຢູ່ເມືອງຈຳພອນ ພ້ອມກັບຮັບຟັງລາຍງານ ຂອງ ທ່ານ ຈັນທະລາ ສອນວັນເຮືອງ ຜູ້ຊີ້ນຳວຽກງານອຸດສາຫະກຳ ແລະ ການຄ້າບ້ານບຶກທົ່ງ

ເຊິ່ງບ້ານບຶກທົ່ງຜະລິດເຕົາພືນ ເຕົາປະຢັດຖ່ານ ມີ 4 ກຸ່ມ ເຊິ່ງເລີ່ມຕົ້ນຜະລິດມາຕັ້ງແຕ່ປີ 2001 ເຕົາທີ່ຜະລິດມີ 5 ຂະໜາດລາຄາຄື: ລາຄາຕໍ່າສຸດ 25.000 ກີບ ຮອດສູງສຸດ 100.000 ກີບ ເຊິ່ງຕໍ່ໜ້າກໍ່ໄດ້ວາງແຜນຂະຫຍາຍຜະລິດ ແລະ ສົ່ງອອກຕ່າງເພື່ອເພື່ອໃຫ້ລູກຄ້າມາຊື້ຫຼັງການແຜ່ລະບາດຫຼຸດລົງ…ອ່ານຕໍ່

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: