ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 6 ພຶດສະພາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ແຂວງບໍ່ແກ້ວ ຈັດກອງກຳລັງລາດຕະເວນ ທາງບົກ ແລະທາງນໍ້າ 24 ຊົ່ວໂມງ



ການລົງຕິດຕາມແມ່ນເນັ້ນໃສ່ແຕ່ລະຈຸດຮັບຜິດຊອບຂອງເມືອງຫ້ວຍຊາຍ ຊຶ່ງເປັນເຂດຊາຍແດນຕິດຈອດກັບ ຣາຊະອານາຈັກໄທ ໂດຍສະເພາະແມ່ນບັນຫາປະກົດການຫຍໍ້ທາງສັງຄົມເປັນຕົ້ນແມ່ນ ການຄ້າຂາຍເຖື່ອນ, ຄ້າຢາເສບຕິດ ແລະ ການລັກລອບເຂົ້າເມືອງແບບຜິດກົດໝາຍ

ໂດຍມີ ສະຫາຍ ພັນໂທ ບຸນຈັນ ສີທະບູນ ຫົວໜ້າກອງປະຕິບັດງານ 034 ທະຫານແຂວງບໍ່ແກ້ວ ແລະ ສະຫາຍ ພັນໂທ ແສງຄຳ ອິນທະນິນ ຫົວໜ້າຫ້ອງການບັນຊາການ ປກສ ແຂວງ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ການຈັດຕັ້ງກຳລັງອ້າຍນ້ອງລາດຕະເວນ ທາງບົກ ແລະ ທາງນ້ຳ ຕະຫຼອດ 24 ຊົ່ວໂມງ…ອ່ານຕໍ່

ແຂວງຈຳປາສັກ ໄດ້ຮັບຕຽງນອນ 175 ຊຸດ ເພື່ອຮອງຮັບຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19



ອົງການປົກຄອງແຂວງຈຳປາສັກ ໄດ້ຮັບການຊ່ວຍເຫຼືອຕຽງນອນຄົນເຈັບຈຳນວນ 175 ຊຸດ ລວມມູນຄ່າ 800 ລ້ານກ່ວາກີບ ເປັນການລະດົມທຶນຊື້ຂອງພະນັກງານ-ລັດຖະກອນ ກອງຄຸ້ມຄອງພາສີ 7 ຮ່ວມກັບ ບໍລິສັດຂາເຂົ້າ-ຂາອອກ ຜູ້ປະກອບການ ທີ່ດຳເນີນທຸລະກິດ ພາຍໃນແຂວງ

ການຊ່ວຍເຫຼືອຄັ້ງນີ້ເພື່ອຮັບໃຊ້ໃຫ້ແກ່ວຽກງານອັນຮີບດ່ວນ ແລະ ຈຳເປັນທີ່ສຸດ ເພື່ອຮັບມືກັບການລະບາດພະຍາດໂຄວິດ-19 ທີ່ກຳລັງເກີດຂຶ້ນຢູ່ໃນປັດຈຸບັນ ເນື່ອງຈາກສະພາບໂດຍລວມຍັງລະບາດເປັນວົງກວ້າງ ແລະຍັງມີທ່າອ່ຽງທີ່ຈະເພີ່ມສູງຂຶ້ນໃນສັງຄົມ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...