ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 6 ພຶດສະພາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ການນໍາແຂວງສະຫັວນນະເຂດ ລົງຊຸກຍູ້ວຽກງານປ້ອງກັນພະຍາດໂຄວິດ 19 ຢູ່ເມືອງໄຊບູລີ

ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມທີມງານ ໄດ້ນໍາເອົາເງິນສົດ, ພ້ອມດ້ວຍເຄື່ອງອຸປະໂພກ, ບໍລິໂພກ ຈໍານວນໜຶ່ງ ມອບໃຫ້ກັບເມືອງໄຊບູລີ ເຊິ່ງມີເງິນສົດຈໍານວນ 12 ລ້ານກີບ, ສະເປຂ້າເຊື້ອ 14 ກ່ອງ, ເຈວຂ້າເຊື້ອ 41 ກ່ອງ, ຜ້າອັດປາກ-ດັງ 15 ກັບ, ນໍ້າດື່ມ 41 ແພັກ

ພ້ອມນັ້ນ ກໍ່ຍັງໄດ້ລົງຕິຕາມຊຸກຍູ້ເປັນກໍາລັງໃຈໃຫ້ເຈົ້າໜ້າທີ່ ທີ່ພວມປະຕິບັດງານປ້ອງກັນ ແລະສະກັດກັ້ນການແຜ່ລະບາດພະຍາດໂຄວິດ 19 ຕາມຈຸດກວດກາ ເວນຍາມຕ່າງໆ ທັງການເຂົ້າ-ອອກເມືອງ ແລະຕາມຊາຍແດນ…ອ່ານຕໍ່

ແຂວງເຊກອງ ພ້ອມຮັບມືກັບການລະບາດໂຄວິດ-19 ແລະຍັງມີ 187 ຕົວຢ່າງທີ່ລໍຖ້າຜົນກວດ

ທ່ານ ດຣ. ຄໍາໄຫຼ ສັນຕິພູມ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ຮອງປະທານຄະນະສະເພາະກິດຂັ້ນແຂວງໄດ້ລາຍງານວ່າ: ສະເພາະແຂວງເຊກອງມີກໍລະນີຕິດເຊື້ອສະສົມ 1 ກໍລະນີ ເປັນຄົນຈີນ ປະຈຸບັນແມ່ນນອນປິ່ນປົວຢູ່ແຂວງຈໍາປາສັກ

ເຊິ່ງທົ່ວແຂວງມີກໍລະນີສົງໃສ ແລະໄດ້ເກັບຕົວຢ່າງສົ່ງໄປກວດຢູ່ສູນວິເຄາະໂຮງໝໍແຂວງຈໍາສັກທັງໝົດຈໍານວນ 251 ຕົວຢ່າງ, ໃນນີ້ໄດ້ຮັບຜົນກວດວິເຄາະແລ້ວຈໍານວນ 64 ຕົວຢ່າງ ບໍ່ພົບເຊື້ອແລະຍັງເຫຼືອ 187 ຕົວຢ່າງ ແມ່ນລໍຖ້າຜົນກວດ

ທາງແຂວງຍັງໄດ້ກຽມພ້ອມຮັບມື ທັງການກວດຄົນເຂົ້າເມືອງທີ່ຕັ້ງຢູ່ 5 ຈຸດ, ສູນກັກບໍລິເວນ 7 ສູນ, ຮງໝໍອຂວງຈຳນວນ 15 ຫ້ອງ ແລະຍັງໄດ້ເຊີນຊວນໃຫ້ໄປຊັກວັກຊີນອີກດ້ວຍ…ອ່ານຕໍ່

ນາຍົກລັດຖະມົນຕີ ສືບຕໍ່ຊີ້ນຳວຽກງານ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວໃນພິທີຖະແຫລງຂ່າວ ກ່ຽວກັບການສືບຕໍ່ປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ

ລວມທັງບີ້ນຳວຽກງານກຳລັງປະກອບອາວຸດ, ການກວດເຊື້ອພະຍາດ ທີ່ກວດແລ້ວ 4 ໝື່ນຕົວຢ່າງ, ກຽມພ້ອມໂຮງໝໍພາກສະໜາມ 1,200 ຕຽງ ໃນນະຄອນຫຼວງວຽງຈັນ ແລະໄດ້ຮັບການຊ່ວຍເຫຼືອຈາກທຸກພາກສ່ວນເປັນຫຼາຍກວ່າ 9 ຕື້ກີບ ແລະອຸປະກອຍທາງການແພດຕ່າງໆ…ອ່ານຕໍ່

ນະຄອນປາກເຊ ເພີ່ມທະວີມາດຕະການປ້ອງກັນພະຍາດໂຄວິດ 19 ຢ່າງເຂັ້ມງວດ

ນະຄອນປາກເຊໄດ້ລົງເຄື່ອນຕິດຕາມສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ຄະນະສະເພາະກິດຂັ້ນບ້ານໄດ້ເພີ່ມທະວີມາດຕະການປ້ອງກັນ,ຕ້ານ,ສະກັດກັ້ນ,ກັນການລະບາດຂອງພະຍາດໂຄວິດ 19 ແລະ ເຂັ້ມງວດໃນການກວດກາຄົນເຂົ້າ-ອອກບ້ານໃນແຕ່ລະຈຸດກວດກາຂອງແຕ່ລະບ້ານຢ່າງເຄັ່ງຄັດ ໃນ 6 ບ້ານເຊິ່ງມີບ້ານ ໂພນງາມ, ບ້ານ ໃຫຍ່ທ່າໄຮ, ບ້ານ ແກ້ງເກີງ, ບ້ານ ໂພນໄຊ, ບ້ານ ຫຼັກເມືອງ, ບ້ານພະບາດ

ໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ການອະນຸຍາດ ເຂົ້າ-ອອກ ບ້ານ ເຊີ່ງແຕ່ລະບ້ານໄດ້ເຮັດໃບອະນຸດເຂົ້າ-ອອກ ບ້ານ,ອອກໄດ້ຄອບຄົວລະ 1 ທ່ານເທົ່ານັ້ນ…ອ່ານຕໍ່

More from author

Related posts

Latest posts

ຊຳຊຸງ ເປີດຕົວ Galaxy Z Series ແລະ Galaxy Watch ຮຸ່ນໃໝ່ ທີ່ສຸດຂອງໜ້າຈໍພັບ, ກ້ອງລະດັບເຮືອທຸງ ແລະ ການເບິ່ງແຍງສຸຂະພາບອັດສະລິຍະດ້ວຍ AI

ຊຳຊຸງ ສ້າງປາກົດການໃໝ່ໃຫ້ແກ່ວົງການເຕັກໂນໂລຊີອີກຄັ້ງ ດ້ວຍສະມາດໂຟນໜ້າຈໍພັບຂະໜາດໃໝ່ Galaxy Z Fold8, Galaxy Z Fold8 Ultra ແລະ Galaxy Z Flip8 ເພີ່ມປະສົບການການໃຊ້ງານໃຫ້ກວ້າງຂວາງຍິ່ງຂຶ້ນ ພ້ອມດ້ວຍ Galaxy Watch Ultra2 | Watch9 ຮຸ່ນໃໝ່ ສຸດຍອດນະວັດຕະກຳ ທີ່ປະສົມປະສານ...

ປະຫວັດ “ບຸນເຂົ້າພັນສາ”

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ

ນີ້ເເມ່ນຮູບພາບສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ ໂດຍ ພຣະຍາສີສົນໄຊ ສ້າງເມື່ອປີກ່າເປົ້າ ຈ.ສ. 1215 (ຄ.ສ.1853 ພ.ສ.2497) ໃນແຜ່ນດິນສົມເດັດພຣະເຈົ້າຈັນທະເທບປະພາຄຸນ.