ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 5 ພຶດສະພາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ຜູ້ປະກອບການທຸລະກິດ ເມືອງອຸທຸມພອນ ປະກອບສ່ວນຊ່ວຍເຫຼືອໃຫ້ກັບພະນັກງານແພດໝໍ

ເຊິ່ງມີ ຄອບຄົວ ທ້າວ ແຂກ, ນາງຫລ້າ ຮ້ານ ຂາຍເຄື່ອງໃຊ້ໄຟຟ້າ ບ້ານໄຊສົມບູນ ເມືອງອຸທຸມພອນ ແຂວງ ສະຫວັນນະເຂດ ໄດ້ມອບນໍ້າດື່ມຈໍານວນ   100  ແພັກ, ເຂົ້າສານ 500 ກິໂລກຣາມ, ໝີ່ໄວໆ, ປາກະປ໋ອງ 100 ຊຸດ,  ພັດໝີ່ ຈໍານວນ 100 ກ່ອງ,   ລວມມູນຄ່າທັງໝົດຫຼາຍກວ່າ 8ລ້ານກີບ ແລະ ນາງ ກີ້ ຮ້ານ ຂາຍເຄື່ອງຍ່ອຍ ບ້ານ ສະໜາມໄຊ ເມືອງ ອຸທຸມພອນ ໄດ້ມອບ ນໍ້າດື່ມ  50   ແພັກ ມີມູນຄ່າ  400,000 ກີບ

ເພື່ອເປັນການຊຸກຍູ້ໃຫ້ແກ່ພະນັກງານແພດໝໍ ທີ່ພວມປະຕິບັດໜ້າທີ່ ແລະກໍ່ເພື່ອຜົນປະໂຫຍດຂອງສ່ວນລວມ ກໍ່ຄືຂອງປະຊາຊົນບັນດາເຜົ່າ…ອ່ານຕໍ່

2 ຄອບຄົວ ມອບເຄື່ອງປະກອບສ່ວນເຂົ້າໃນວຽກງານຕ້ານໂຄວິດ-19 ໃຫ້ແຂວງສາລະວັນ

ຄອບຄົວທ່ານ ຫັດທະສອນ, ຄອບຄົວ ທ່ານ ກຸໜ໋ອຍ ໄດ້ມອບເຄື່ອງເພື່ອປະກອບສ່ວນເຂົ້າໃນວຽກງານຕ້ານໂຄວິດ-19 ໃຫ້ແຂວງສາລະວັນ ເຊິ່ງປະກອບມີ: ໄຂ່ 1.000 ແຕະ, ນໍ້າດື່ມ 1.000 ແພັກ, ຜ້າອັດປາກ-ອັດດັງ 1 ແກັດ ຈໍານວນ 50 ກັບ ລວມມູນຄ່າ 41 ລ້ານກີບ

ເພື່ອແນ່ໃສປະກອບສ່ວນຕ້ານ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດໂຄວິດ-19 ບໍ່ໃຫ້ແຜ່ລາມອອກສູ່ວົງກວ້າງ ພ້ອມທັງສືບຕໍ່ມອບເຄື່ອງດັ່ງກວ່າໃຫ້ກັບພາກສະໜາມທີ່ກຳລັງປະຕິບັນງານຕາມຄວາມເໝາະສົມ…ອ່ານຕໍ່

ເຈົ້າແຂວງຈຳປາສັກ ລົງຊຸກຍູ້ວຽກງານຕ້ານໂຄວິດ-19

ທ່ານ ປອ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈຳປາສັກ ໄດ້ເຄື່ອນໄຫວຊຸກຍູ້ມາດຕະການສະກັດກັ້ນ,ກັນການລະບາດ,ຄວບຄຸມແລະຕ້ານພະຍາດໂຄວິດ-19 ຢູ່ທີ່ສະໂມສອນຂອງເມືອງບາຈຽງຈະເລີນສຸກ

ເຊິ່ງເຈົ້າແຂວງຈຳປາສັກ ກໍ່ໄດ້ເນັ້ນໃຫ້ຄະນະພັກ-ອຳນາດການປົກຄອງເມືອງ ສືບຕໍ່ເພີ້ມທະວີບັນດາມາດຕະການສະກັດກັ້ນ,ກັນການລະບາດ,ຄວບຄຸມແລະຕ້ານພະຍາດໂຄວິດ-19, ເພີ້ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີສະບັບເລກທີ15/ນຍ,ຄຳສັ່ງ04ຂອງແຂວງຕິດພັນກັບການປະເມີນສັງລວມໃນການກະຕຸ້ນເສດຖະກິດ-ສັງຄົມໄປພ້ອມໆກັນ…ອ່ານຕໍ່

ທ່ານເຈົ້າເມືອງວິລະບູລີ ສືບຕໍ່ເຄື່ອນໄຫວວຽກງານສະກັດກັ້ນພະຍາດໂຄວິດ-19 ຢູ່ຈຸດກວດກາ ບ້ານຜາຂະເຍາະ

ໄດ້ໃຫ້ກໍາລັງໃຈບັນດາອ້າຍນ້ອງຄະນະສະເພາະກິດ ທັງຂັ້ນເມືອງ ແລະ ຂັ້ນບ້ານ ທີ່ກໍາລັງປະຕິບັດໜ້າທີ່ຢູ່ຈຸດກວດກາ ບ້ານຜາຂະເຍາະ ກຸ່ມບ້ານທີ 5 ເຊິ່ງກໍ່ແມ່ນຈຸດກວດກາທີ່ສໍາຄັນຂອງເມືອງ ເປັນສາຍທາງຫຼັກອອກສູ່ເມືອງເຊໂປນ ຫຼື ອອກສູ່ເສັ້ນທາງເລກທີ 9

ຮັບຟັງລາຍງານຈາກທາງ ຫົວໜ້າຄະນະສະເພາະກິດເຖິງສະພາບການໃນປັດຈຸບັນ ແລະກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກັບການປະຕິບັດໜ້າທີ່ຂອງຄະນະສະເພາະກິດຂັ້ນເມືອງ ແລະ ບ້ານທີ່ໄດ້ພ້ອມກັນເອົາໃຈໃສ່ໃນການຕິດຕາມ,ກວດກາ, ເວນຍາມ ຕາມທີ່ຂັ້ນເທິງໄດ້ມອບໝາຍໃຫ້ຢ່າງເຂັ້ມງວດ…ອ່ານຕໍ່

ເຈົ້າເມືອງ ເຊໂປນ ອອກຄຳສັ່ງ ແລະ ລົງແນະນຳຄະນະສະເພາະກິດໃນການ ລັອກດາວ ບ້ານ ແດນສະຫວັນ

ທ່ານ ວົງສະຫວັນ ວຽງມະນີ ຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆເຊໂປນ ໄດ້ລົງຊຸກຍູ້ ການປະຕິບັດໜ້າທີ່ ຂອງໜ່ວຍສະເພາະກິດ, ກໍາລັງປກສ, ປກຊ ແລະ ປຶກສາຫາລືຮ່ວມກັບດ່ານສາກົນແດນສະຫວັນ, ອໍານາດການປົກຄອງບ້ານ, ກອງຫລອນບ້ານ ກ່ຽວກັບບັນຫາການລັອກດາວຂອງ ບ້ານ ແດນສະຫວັນ

ໄດ້ລົງມາຕິດຕາມ ກໍລະນີກຸ່ມທີ່ສ່ຽງນີ້ຫ້າມໃຫ້ກຸ່ມທີ່ສ່ຽງອອກຈາກເຂດບ້ານດັ່ງກ່າວ ໃຫ້ຢູ່ແຕ່ໃນເຮືອນ ເພື່ອຈະໄດ້ວິເຄາະຫາເຊື້ອພະຍາດໂຄວິດ-19 ໃນກຸ່ມສ່ຽງໃນຄັ້ງນີ້ເພື່ອປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ບຸກຄົນທີ່ນອນຢູ່ໃນກຸ່ມທີ່ສ່ຽງນີ້ແຜ່ຂະຫຍາຍໄປວົງກວ້າງໄດ້…ອ່ານຕໍ່

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.