ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 4 ພຶດສະພາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ປະທານແນວລາວສ້າງຊາດແຂວງສະຫວັນນະເຂດ ລົງຕິດຕາມການແຜ່ລະບາດພະຍາດໂຄວິດ-19

ການລົງຕິດຕາມຄັ້ງນີ້ກໍ່ເພື່ອຊຸກຍູ້ວຽກງານກວດກາຄົນເຂົ້າ-ອອກ ເມືອງອາດສະພອນ, ປິດເສັ້ນທາງເຂົ້າ-ອອກ ແລະເພີ່ມເຕີມມາດຕະການຕ່າງໆ ເພື່ອສະກັດກັ້ນການລະບາດຂອງພະຍາດໂຄວິດ-19

ໂອກາດດັ່ງກ່າວ ທ່ານຄຳແພງ ເພັດທຸມພອນ ປະທານແນວລາວສ້າງຊາດ ຍັງໄດ້ມອບນຳ້ດື່ມ ແລະຜ້າປິດປາກ-ດັງ ມູນຄ່າ 3 ແສນກີບ, ທ່ານ ອິນປັນ ສຸວໍລະວົງ ຜູ້ບໍລິຫານຕະຫຼາດຕ໋ອງພາໄຊກໍ່ໄດ້ມອບອຸປະກອນຊ່ວຍເຫຼືອປະເພດນຳ້ດື່ມ, ຜ້າປິດປາກ-ດັງ, ເຈວລ້າງມື, ກາເຟລວມມູນຄ່າ 5 ແສນກີບ, ໃຫ້ກັບຄະນະສະເພາະກິດປະຈຳດ່ານບ້ານ ພະນົມພອນ ເມືອງອາດສະພອນນຳອີກ…ອ່ານຕໍ່

ເຈົ້າເມືອງອຸທຸມພອນ ລົງເຄື່ອນໄຫວຊຸກຍູ້ວຽກງານ ແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ-19

ເຈົ້າເມືອງອຸທຸມພອນ ແຂວງ ສະຫວັນນະເຂດ ພ້ອມຄະນະສະເພາະກິດຂັ້ນເມືອງ ໄດ້ລົງເຄື່ອນໄຫວຕິດຕາມແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຕ່ລະຈຸດກວດກາພາຍໃນເມືອງຄື: ຈຸດກວດກາບ້ານພີນ, ຈຸດກວດກາຫ້ອງການບ້ານປົກຄອງ ບ້ານນາຈານ, ຈຸດກວດກາ ບ້ານນາທາດ, ຈຸດກວດກາເຂດ ບ້ານ ດົງທ່າ, ຈຸດກວດກາ ບ້ານເດື່ອ

ເຊິ່ງໃນນັ້ນກໍ່ໃດ້ນຳເອົາເຄື່ອງຊ່ວຍເຫຼືອຈຳນວນໜຶ່ງໄປມອບໃຫ້ແຕ່ລະຈຸດກວດກາພາຍໃນເມືອງ ເຊິ່ງປະກອບມີນໍ້າດື່ມ ແລະ ຜ້າປິດປາກ

ຈັດຕັ້ງເວນຍາມ ແລະຕິດຕາມກວດກາຢ່າງເຂັ້ມງວດ ໂດຍສະເພາະກໍ່ແມ່ນ ການບັນທຶກຄົນເຂົ້າ-ອອກ, ກວດກາເອກະສານການອະນຸຍາດເດີນທາງຂອງບຸກຄົນທີ່ມີຄວາມຈໍາເປັນ ພ້ອມອະທິບາຍລາຍງານຂອງຄະນະສະເພາະກິດໃຫ້ປະຊາຊົນ…ອ່ານຕໍ່

ປະຊາຊົນຊາວເມືອງໄຊພູທອງ ຮັບວັກຊີນແລ້ວ 766 ຄົນ

ອີງຕາມການລາຍງານຂອງ ທ່ານສົມພົງ ບົວສົມພອນ ກຳມະການພັກເມືອງຫົວໜ້າສາທາລະນະສຸກເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ໃຫ້ຮູ້ວ່າ ການຊັກຢາວັກຊິນຕ້ານພະຍາດໂຄວິດ19 ໃນຄັ້ງງນີ້ ເປັນໄລຍະທີ 2 ເຊິ່ງເລີ່ມແຕ່ກາງເດືອນເມສາມາ 2021 ມາຮອດປະຈຸບັນໃນໄລຍະທີ1 ແມ່ນເລັ່ງໃສ່ພະນັກງານຫຼັກແຫຼ່ງທົ່ວເມືອງທີ່ຢູ່ໃນກຸ່ມສ່ຽງ ແລະ ໄລຍະທີ2 ແມ່ນປະຊາຊົນທົ່ວໄປໃນທົ່ວເມືອງໄຊພູທອງ ທີ່ມີອາຍຸແຕ່ 18ປີ-55ປີ ແມ່ນຊັກວັກຊິນ ຊີໂນຟາມ ແລະ ຊະນິດແອັດຕ້າ

ແຂວງສະຫວັນນະເຂດ ຕື່ນຕົວສະໝັກໃຈ ໄປໃຊ້ບໍລິການ ສັກຢາວັກຊິນປ້ອງກັນພະຍາດໂຄວິດ-19ຢ່າງເປັນຂະບວນ ທີ່ໂຮງໝໍເມືອງໄຊພູທອງ ໂດຍບໍ່ເສຍຄ່າໃດໆ ພຽງແຕ່ຖືບັດປະຊາຊົນ,ສຳມະໂນຄົວຫລືພັດສະປອດກໍ່ໄດ້…ອ່ານຕໍ່

ຄະນະນຳເມືອງອຸທຸມພອນ ສືບຕໍ່ລົງເຄື່ອນໄຫວຊຸກຍູ້ ວຽກງານເຝົ້າລະວັງພະຍາດ COVlD -19 ໃນ 2 ບ້ານ

ທ່ານ ແສນສັກ ພິມວົງສາ ເຈົ້າເມືອງອຸທູມພອນ ພ້ອມດ້ວຍຄະນະການນຳເມືອງ ພ້ອມຄະນະສະເພາະກິດຂັ້ນເມືອງ ແລະຂັ້ນບ້ານຢູ່ເຂດປົກຄອງບ້ານໃນ 2 ກຸ່ມຄື: ກຸ່ມບ້ານໜອງບົວທອງ ແລະ ກຸ່ມບ້ານທົ່ງ, ບ້ານນາ

ຮັບຟັງລາຍງານສະພາບການເຮັດວຽກ ບໍ່ວ່າຈະເປັນການຕິດຕາມກວດກາເວນຍາມ, ບັນທຶກຄົນເຂົ້າ-ອອກ, ການວັດແທກອຸນຫະພູມ ແລະເຜີຍແພ່ມາດຕະການຕ່າງໆໃຫ້ປະຊາຊົນເຂົ້າໃຈ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...