Thursday, January 23, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 3 ພຶດສະພາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ຮອງເລຂາພັກເມືອງ ວິລະບູລີ ລົງຕິດຕາມ ສະພາບການລະບາດຂອງພະຍາດໂຄວິດ-19

ໄດ້ກວດກາເວນຍາມໃນແຕ່ລະຈຸດ ຢູ່ທີ່ເຂດຈຸດສຸມເມືອງວັງ ຂອງເມືອງ ວິລະບູລີ ປະກອບດ້ວຍຫຼາຍຈຸດ, ເອົາໃຈໃສ່ກວດວັດອຸນຫະພູມຄົນເຂົ້າ-ອອກເມືອງ ແລະວາງເວນຍາມໄວ້ 24 ຊົ່ວໂມງ

ພ້ອມນີ້ກໍ່ໃຫ້ນໍາເອົາເນື້ອໃນຂອງເອກະສານດັ່ງກ່າວ ໄປເຜີຍໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ຍັງໄດ້ນໍາເອົາ ໝີ່ສໍາເລັດຮູບ, ຜ້າປິດປາກ-ດັງ, ເຈວລ້າງມື, ເຄື່ອງວັດແທກອຸນຫະພູມ ແລະ ເງິນສົດຈໍານວນໜຶ່ງ ມອບໃຫ້ຄະນະສະເພາະກິດໃນແຕ່ລະຈຸດຕື່ມອີກ…ອ່ານຕໍ່

ສອງຄອບຄົວ ຊ່ວຍເຫຼືອວຽກງານຕ້ານແລະສະກັດກັ້ນໂຄວິດ-19

ໂດຍຄອບຄົວ ທ່ານ ໄຊຍະເດດ ວົງສາລະວັນ ແລະ ຄອບຄົວ ທ່ານ ໂຢດ ພູນສະຫວັດ ໄດ້ມອບເຄື່ອງເພື່ອປະກອບສ່ວນເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແຂວງສາລະວັນ

ເຄື່ອງຈໍານວນດັ່ງກ່າວແມ່ນຈະນໍາໄປມອບໃຫ້ກັບໜ່ວຍງານແພດ, ໝໍ, ທະຫານ, ຕໍາຫຼວດ ແລະ ໜ່ວຍງານອື່ນໆ ທີ່ປະຕິບັດວຽກງານຕົວຈິງຢູ່ພາກສະໜາມ ເຊິ່ງປະກອບມີ: ນໍ້າດື່ມ 30 ແພັກ, ເຂົ້າໜົມ 250 ກ່ອງ, ຜ້າອັດປາກ-ອັດດັງ 1 ແກັດ ຈໍານວນ 50 ກັບ ແລະ ອື່ນໆ ລວມມູນຄ່າ 3 ລ້ານກີບ…ອ່ານຕໍ່

ຫຼາຍພາກສ່ວນປະກອບສ່ວນ ຊ່ວຍເຫຼືອວຽກງານສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19

ທາງບໍລິສັດເອກະຊົນ ກໍ່ໄດ້ນໍາເອົາເຄື່ອງຊ່ວຍເຫຼືອຈໍານວນໜຶ່ງ ມາມອບໃຫ້ນະຄອນເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ,​ຄວບຄຸມ,​ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ນະຄອນເຊິ່ງປະກອບມີ:ຈັກຟົ່ນຢາ,ນ້ຳຢາຂ້າເຊື້ອ, ຜ້າປິດປາກ-ດັງ ແລະນ້ຳດື່ມ ລວມມູນຄ່າຫຼາຍກວ່າ 6 ລ້ານກີບ

ເຊິ່ງໃຫ້ກຽດກ່າວຮັບຂອງທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກສອນ ພົມວິຫານ ພ້ອມຄະນະ, ໂອກາດນີ້ທ່ານເຈົ້ານະຄອນ ກໍ່ໄດ້ສະແດງຄວາມຂອບອົກຂອບໃຈເປັນຢ່າງສູງ…ອ່ານຕໍ່

ສາລະວັນ ມີຜູ້ຕິດເຊື້ອໂຄວິດ-19 ທັງໝົດ 7 ຄົນ ແລະລໍຖ້າຜົນກວດອີກ 199 ຄົນ

ແຂວງສາລະວັນ ໄດ້ເກັບຕົວຢ່າງ ສົ່ງໄປກວດຫາເຊື້ອພະຍາດດັ່ງກ່າວ ໄດ້ທັງໝົດ 2.669 ຄົນ, ຮູ້ຜົນກວດແລ້ວ 2.470 ຄົນ, ໃນນັ້ນພົບເຊື້ອ 7 ຄົນ ແລະ ຍັງລໍຖ້າຜົນກວດ ຈຳນວນ 199 ຄົນ

ຢູ່ແຂວງສາລະວັນແມ່ນສາມາດກວດຫາເຊື້ອໄດ້ 6 ຄົນຕໍ່ມື້ເທົ່ານັ້ນ ຖ້າວ່າພົບເຊື້ອ ແມ່ນຈະໄດ້ສົ່ງຕົວຢ່າງໄປຢັ້ງຢືນຢູ່ສູນວິເຄາະ ແລະລະບາດວິທະຍາກະຊວງສາທາລະນະສຸກອີກຄັ້ງ….ອ່ານຕໍ່

ທາງເຈົ້າອະທິການວັດບ້ານສະນຶມນອກ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ເຂົ້າຊ່ວຍເຫຼືອວຽກງານສະກັດກັ້ນໂຄວິດ-19

ມາມອບໃຫ້ແຂວງສາລະວັນເຊິ່ງປະກອບມີ: ຜ້າອັດປາກ-ອັດດັງ 1 ແກັດ (ຈຳນວນ 50 ກັບ), ເຈວລ້າງມື 20 ອັນ, ນໍ້າດື່ມ 20 ແກັດ, ກາເຟ 1 ແກັດ ແລະຊາ 5 ຖົງ ລວມມູນຄ່າທັງໝົດເກືອບ 3 ລ້ານກີບ

ໂດຍການມອບຂອງ ພຣະອາຈານ ພອນສະຫວັນ ທອງມະນີນິນ ເຈົ້າອະທິການວັດໂພສີສຸວັນນະຣາມ ບ້ານສະນຶມນອກ ເມືອງເລົ່າງາມ ພ້ອມຄະນະສົງ ຮັບໂດຍ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງ ຫົວໜ້າຄະນະສະເພາະກິດໂຄວິດ-19…ອ່ານຕໍ່

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ