Thursday, November 13, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 30 ເມສາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ບໍລິສັດເອກະຊົນ ຮ່ວມກັນຊ່ວຍເຫຼືອ ສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດ ພະຍາດໂຄວິດ-19

ເຊິ່ງມີຫຼາຍບໍລິສັດເອກະຊົນ ທີ່ມອນເງິນປະກອບຊ່ວຍເຫຼືອ ລວມໆແລ້ວທັງໝົດປະມານ 500 ກວ່າລ້ານ, ການມອບເງິນຄັ້ງນີ້ ແມ່ນເປັນການຊຸກຍູ້ການປະກອບສ່ວນ ລະຫວ່າງ ສະພາການຄ້າ ແລະ ອຸດສະຫະກໍາແຂວງ ຮ່ວມກັບພາກທຸລະກິດ

ເພື່ອມອບເງິນຊຸກຍູ້ ການປະຕິບັດວຽກງານ ຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ແຂວງສະຫວັນນະເຂດ…ອ່ານຕໍ່

ພົນລະເມືອງໃນທົ່ວແຂວງເຊກອງ ຈັດຕັ້ງປະຕິບັດສະກັດກັ້ນໂຄວິດ-19 ຢ່າງເຂັ້ມງວດ

ທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງໆເຊກອງ ໄດ້ລາຍງານວ່າ ທຸກຄົນພາຍໃນແຂວງແມ່ນໄດ້ພາກັນຕື່ນໂຕໃນການປິດຊົ່ວຄາວສະຖານທີ່ບັນເທີງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ; ຫ້າມຈັດງານລ້ຽງ, ງານພົບປະສ້າງສັນທີ່ເຕົ້າໂຮມຄົນຈໍານວນຫຼາຍ; ການຮັກສາໄລຍະຫ່າງທາງສັງຄົມ

ແລະຍັງໄດ້ຕັ້ງຈຸດກວດ, ຕິດຕາມຄົນເຂົ້າ-ອອກພາຍໃນແຂວງ, ເມືອງທີ່ມີຄວາມສ່ຽງ ແລະຜູ້ທີ່ເດີນທາງມາແຕ່ຕ່າງປະເທດ, ສຳລັບຜູ້ເດີນທາງມາແຕ່ຕ່າງແຂວງທີ່ມີການລະບາດຂອງເຊື້ອພະຍາດໂຄວິດ-19 ຕ້ອງໄດ້ກັກບໍລິເວນຕົນເອງ 14 ມື້ໃຫ້ຢູ່ພາຍໃນບ້ານ ຫຼື ສູນກັກກັນທີ່ຄະນະສະເພາະຂັ້ນແຂວງກໍານົດໄວ້…ອ່ານຕໍ



ມອບໃບຢັ້ງຢືນບ້ານແບບຢ່າງ ໃຫ້ກັບ 5 ບ້ານໃນເມືອງດາກຈຶງ

ເຊິ່ງມີບ້ານດາກຕຽມ,ດາກເຕຼິບ,ດາກດໍ,ດາກຕະອອກນ້ອຍ ແລະ ບ້ານ ດາກຕະອອກໃຫຍ່ 5 ບ້ານນີ້ເປັນແບບຢ່າງປະຕິບັດກົດໝາຍ ເປັນການສ້າງສະຕິຕື່ນຕົວເຄົາລົບ ແລະ ປະຕິບັດລັດຖະທຳມະນູນ,ກົດໝາຍຢ່າງຖືກຕ້ອງເລິກເຊິ່ງ,ເສີມຂະຫຍາຍມູນເຊື້ອສາມັກຄີປອງດອງພາຍໃນຄອບຄົວ ແລະ ບ້ານໃຫ້ໜັກແໜ້ນ,ສະກັດກັ້ນຕີຖອຍທຸກປະກົດການຫຍໍ້ທໍ້ທີ່ລະເມີດຕໍ່ກົດໝາຍ

ພ້ອມຮຽກຮ້ອງໃຫ້ຄະນະພັກອຳນາດການປົກຄອງບ້ານຖືສຳຄັນການສຶກສາອົບຮົມການເມືອງແນວຄິດເປັນໜ້າທີ່ຕົ້ນຕໍ…ອ່ານຕໍ່

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.