Monday, May 19, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ໜັງສີພິມວຽງຈັນທາຍ

ປະຈຳວັນ ⠚ 30 ເມສາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ອາເມລິກາ ສືບຕໍ່ຮ່ວມມືກັບລາວ ໃນການຂຸດຄົ້ນສິ່ງເສດເຫຼືອຂອງທະຫານອາເມຣິກາໃນສະໄໝກ່ອນ

ພາຍຫຼັງທີ່ທີມຈຸດຄົ້ນຂອງອາເມລິກາມາຮອດ ສປປ ລາວ ກໍ່ໄດ້ກັກໂຕ 14 ວັນ ແລະຫຼັງຈາກນັ້ນຈະສືບຕໍ່ຂຸດຄົ້ນສິ່ງເສດເຫຼືອຂອງທະຫານອາເມລິກາ, ເຊິ່ງປະຈຸບັນ, ສອງຝ່າຍໄດ້ຂຸດຄົ້ນພົບສິ່ງເສດເຫຼືອທະຫານອາເມຣິກາ, ໄດ້ຈັດສົ່ງ ແລະ ສັນລະສູດແລ້ວ ຈໍານວນ 287 ຄົນ ແລະຄາດວ່າຍັງອີກ 286 ຄົນ ທີ່ຝ່າຍອາເມຣິກາຈໍາເປັນຕ້ອງໄດ້ຮ່ວມມືກັບຝ່າຍລາວ ໃນການສືບຕໍ່ຄົ້ນຫາ

ແຜນການປະຕິບັດງານຮ່ວມ ລາວ-ອາເມຣິກາ ຢູ່ພາກສະໜາມເພື່ອສໍາຫຼວດ ແລະ ຂຸດຄົ້ນແມ່ນໄດ້ມີແຜນການຮ່ວມມືມາແລ້ວ ແຕ່ໄດ້ຖືກໂຈະມາຫຼາຍຄັ້ງແລ້ວຍ້ອນສະພາບການແຜ່ລະບາດຂອງພະຍາດໂຄວິດ-19…ອ່ານຕໍ່

ຍທຂ ສະເໜີໃຫ້ລັດວິສາຫະກິດນໍ້າປະປາ ຫຼຸດຜ່ອນນະໂຍບາຍຕ່າງໆ ໃນຊ່ວງໂຄວິດ-19

ລັດວິສາຫະກິດນໍ້າປະປາ ໄດ້ຄົ້ນຄວ້າຄຳສະເໜີຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ເຊິ່ງມີດັ່ງນີ້: ໃຫ້ເລື່ອນເວລາໃນການຊໍາລະເງິນຄ່າຊົມໃຊ້ນໍ້າປະປາຂອງເດືອນພຶດສະພາ, ມິຖຸນາ ແລະ ເດືອນກໍລະກົດ ປີ 2021 ໃຫ້ໄປຊໍາລະໃນເດືອນ ສິງຫາ, ກັນຍາ ແລະ ເດືອນຕຸລາ ປີ 2021

ພ້ອມກັບການຍົກເລີກມາດຕະການວ່າດ້ວຍການຕັດນໍ້າສໍາລັບລູກຄ້າທີ່ມີໜີ້ເກີນ 90 ວັນ ແລະ ຍົກເລີກການຈັດເກັບມູນຄ່າເພີ່ມ 10%, ໃຫ້ຫຼຸດລາຄາຄ່າຊົມໃຊ້ນໍ້າປະປາໃນເດືອນ ພຶດສະພາ, ມິຖຸນາ ແລະ ເດືອນກໍລະກົດ ປີ 2021 ລົງ 5% ແລະ ຍົກເລີກການຈັດເກັບມູນຄ່າເພີ່ມ 10%…ອ່ານຕໍ່

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້