Thursday, January 23, 2025

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 29 ເມສາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ຄະນະສະເພາະກິດປະຊຸມທາງໄກ ປຶກສາຫາລືກຽມຄວາມພ້ອມຮັບມືກັບການລະບາດໂຄວິດ-19

ກອງປະຊຸມຄັ້ງນີ້ໂດຍເນັ້ນໜັກ ໃຫ້ຄະນະສະເພາະກິດ ນະຄອນຫຼວງວຽງຈັນແລະ ບັນດາແຂວງ ເອົາໃຈໃສ່ຕື່ມບາງດ້ານເປັນຕົ້ນ ອັນລວມແມ່ນໃຫ້ສືບຕໍ່ຈັດຕັ້ງປະຕິບັດ ບັນດາມາດຕະການ ທີ່ໄດ້ກຳນົດໄວ້ ໃນນິຕິກຳຕ່າງໆທີ່ລັດຖະບານ

ໃຫ້ສືບຕໍ່ໂຄສະນາ ເຮັດວຽກງານແນວຄິດໃຫ້ປະຊາຊົນ, ໃຫ້ຄົ້ນຄວ້າກຳນົດມາດຕະການເພີ່ມເຕີມໂດຍອີງໃສ່ຄຳສັ່ງ ສະບັບເລກທີ 15/ນຍ, ໃຫ້ຮີບຮ້ອນເກັບກຳຂໍ້ມູນ ປະຫວັດການເຄື່ອນໄຫວຂອງຜູ້ຕິດເຊື້ອ ແລະ ສີດຢາຂ້າເຊື້ອຢູ່ສະຖານທີ່ນັ້ນໆ, ໃຫ້ສຸມໃສ່ເບິ່ງແຍງ ແລະ ປິ່ນປົວຜູ້ຕິດເຊື້ອໃຫ້ຫາຍດີເປັນປົກກະຕິ, ໃຫ້ສືບຕໍ່ກວດກາລາດຕະເວນ ຕາມຊາຍແດນ

ໃຫ້ແຕ່ລະທ້ອງຖິ່ນລົງກວດກາສະຖານທີ່ ທີ່ຖືກສັ່ງປິດຊົ່ວຄາວ, ໃຫ້ສືບຕໍ່ສັກວັກຊິນໃຫ້ກຸ່ມເປົ້າໝາຍ ແລະ ປະຊາຊົນທົ່ວໄປໃຫ້ໄດ້ຕາມແຜນ ຫຼື ລື່ນແຜນຍິ່ງດີ; ໃຫ້ສືບຕໍ່ກະກຽມຮອບດ້ານ ເປັນຕົ້ນ ສະຖານທີ່ແຍກປ່ຽວ ແລະ ປິ່ນປົວຜູ້ຕິດເຊື້ອ, ອຸປະກອນຮັບໃຊ້ຕ່າງໆ, ບຸກຄະລາກອນແລະອື່ນໆ…ອ່ານຕໍ່

ພາກທຸລະກິດດ້ານການທ່ອງທ່ຽວທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ສະເໜີໃຫ້ລັດຖະບານຊ່ວຍຫຼາຍດ້ານ

ຫົວໜ່ວຍທຸລະກິດການທ່ອງທ່ຽວທີ່ໄດ້ຮັບຜົນກະທົບມີໂຮງແຮມຈໍານວນ 637 ແຫ່ງ, ຣີສອດ ແລະ ເຮືອນພັກ 2,283 ແຫ່ງ, ບໍລິສັດທ່ອງທ່ຽວ 539 ແຫ່ງ, ຕົວແທນບໍລິສັດທ່ອງທ່ຽວ 36 ແຫ່ງ, ສະຖານທີ່ທ່ອງທ່ຽວທີ່ເປີດບໍລິການ ຈໍານວນ 809 ແຫ່ງ, ພະນັກງານນໍາທ່ຽວ 2.000 ກວ່າຄົນ

ເລີຍເຮັດໃຫ້ຜູ້ປະກອບການດ້ານການທ່ອງທ່ຽວຮຽກຮ້ອງໃຫ້ລັດຖະບານມີນະໂຍບາຍພິເສດຫຼຸດຜ່ອນການຈ່າຍຄ່າໄຟຟ້າແລະນໍ້າປະປາ, ເລື່ອນການຊໍາລະເງິນກູ້ຂອງທະນາຄານ, ຫຼຸດຜ່ອນການຈ່າຍອາກອນລາຍໄດ້…ອ່ານຕໍ

ແຂວງໄຊສົມບູນ ຕັ້ງດ່ານກວດຄົນເຂົ້າ-ອອກ ແຂວງ ທັງໝົດ 7 ດ່ານ ເພື່ອຮັບມືກັບການລະບາດພະຍາດໂຄວິດ-19

ສະເພາະຄະນະສະເພາະກິດແຂວງ ໄດ້ຕັ້ງດ່ານກວດຄົນເຂົ້າ-ອອກ ແຂວງ ທັງໝົດ 7 ດ່ານ ຄື: ດ່ານບ້ານຊຳກໍທອງ, ບ້ານນາໄຊສະຫວ່າງ (ເມືອງລ້ອງແຈ້ງ), ຂົວນ້ຳພ້າວ ເມືອງອານຸວົງ, ຂົວນຳ້ຄຸຍ ເມືອງລ້ອງຊານ, ຈຸດທ່າສີ, ບ້ານຊຽງຄົງ, ຈຸດຂົວນໍ້າງຽບ (ເມືອງທ່າໂທມ)

ທ່ານ ພົຕ ຄຳລຽງ ອຸທະໄກສອນ ໄດ້ມີຄຳເຫັນວ່າ ເພື່ອບໍ່ໃຫ້ແຂວງມີການແຜ່ລະບາດພະຍາດດັ່ງກ່າວ ແລະ ໃຫ້ມີຄວາມເດັດຂາດໃນການປິດແຂວງ, ປິດເມືອງ ບໍ່ໃຫ້ຄົນຕ່າງແຂວງເຂົ້າມາແຂວງໄຊສົມບູນ…ອ່ານຕໍ່

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ