Saturday, February 15, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 29 ເມສາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ທ່ານເຈົ້າເມືອງວິລະບູລີ ລົງຕິດຕາມສະພາບການຊື້-ຂາຍສິນຄ້າຢູ່ທີ່ ຕະຫຼາດຕ໋ອງພາໄຊ

ທ່ານ ຄໍາຜຸຍ ສີບຸນເຮືອງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງວິລະບູລີ ພ້ອມກັບຄະນະສະເພາະກິດຂັ້ນເມືອງ ໄດ້ພ້ອມກັນລົງເຄື່ອນໄຫວຕິດຕາມ, ກວດກາສະພາບການຊື້-ຂາຍ ແລະ ຕິດຕາມ, ຄວບຄຸມລາຄາສິນຄ້າເຊິ່ງກໍ່ເຫັນໄດ້ວ່າ ບັນຍາກາດການຊື້-ຂາຍຂອງພໍ່ແມ່ປະຊາຊົນແມ່ນມີຄວາມງຽບເຫງົາພໍສົມຄວນ

ຖ້າທຽບໃສ່ກ່ອນໄລຍະຂອງການລະບາດຂອງພະຍາດໂຄວິດ – 19, ຫຼາຍຮ້ານແມ່ນໄດ້ປິດໄວ້, ສ່ວນລາຄາສິນຄ້າເຄື່ອງອຸປະໂພກ-ບໍລິໂພກ ໂດຍທົ່ວໄປແລ້ວກໍ່ຍັງບໍ່ມີການເໜັງຕີງ ເປັນຕົ້ນແມ່ນ ຊີ້ນງົວລາຄາ 70 – 80 ພັນກີບຕໍ່ກິໂລ, ຊີ້ນໝູ 60 ພັນກີບຕໍ່ກິໂລ, ປານິນ 30 ພັນກີບຕໍ່ກິໂລ, ປາດຸກ 25 ພັນກີບຕໍ່ກິໂລ, ເຂົ້າສານຈ້າວ 10 ພັນກີບຕໍ່ກິໂລ ແລະ ເຂົ້າສານໜຽວ 8 ພັນກີບຕໍ່ກິໂລ, ສ່ວນວ່າພືດຜັກຕ່າງໆລາຄາກໍ່ຢູ່ໃນເກນປົກກະຕິ ແລະ ສ້ວນໃຫຍ່ກໍ່ແມ່ນຜົນຜະລິດຂອງປະຊາຊົນເມືອງ ວິລະບູລີ…ອ່ານຕໍ່

ເມືອງວິລະບູລີ ໄດ້ຮັບການຊ່ວຍເຫຼືອໃນການປ້ອງກັນພະຍາດໂຄວິດ-19 ຈາກຫຼາຍພາກສ່ວນ

ເພື່ອປະກອບສ່ວນນຳໃຊ້ເຂົ້າໃນວຽກງານປ້ອງກັນ ຄວບຄຸມພະຍາດໂຄວິດ-19 ເມືອງວິລະບູລີໄດ້ຮັບການຊ່ວຍເຫຼືອປະກອບດ້ວຍ : ບໍລິສັດປຸງແຕ່ງໄມ້ຄູນໄຊ ໄດ້ມອບເງິນສົດຈໍານວນ 10 ລ້ານກີບ ພ້ອມດ້ວຍຜ້າອັດປາກ-ດັງ, ໝີ່ສໍາເລັດຮູບ ແລະ ກາເຟຈໍານວນໜຶ່ງ; ບໍລິສັດລ້ານຊ້າງມີເນໂຣນສ໌ ລິມິເຕັດ ມອບເຄື່ອງວັດແທກອຸນຫະພູມຮ່າງກາຍ ຈໍານວນ 6 ອັນ ມູນຄ່າ 2 ລ້ານ 8 ແສນກີບ

ແລະຍັງມີອີກຫຼາຍໆບໍລິສັດເຊິ່ງມູນຄ່າລວມທັງໝົດ 20 ກວ່າລ້ານກີບ ເພື່ອປະກອບສ່ວນນໍາໃຊ້ເຂົ້າໃນວຽກງານປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ເມືອງ ວິລະບູລີ ແຂວງສະຫວັນນະເຂດ…ອ່ານຕໍ່

ເຈົ້ານະຄອນໄກສອນ ພົມວິຫານ ລົງກວດກາແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ-19 ແຕ່ລະຈຸດກວດກາຂອງນະຄອນ

ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂອງຄະນະສະເພາະກິດຂັ້ນນະຄອນແລະຂັ້ນບ້ານຢູ່ແຕ່ລະຈຸດກວດກາເຊິ່ງປະກອບມີ 5ຈຸດຄື: ຈຸດກວດກາບ້ານ ຫ້ວຍ ,ຈຸດກວດກາບ້ານ ຊອກວາງ,ຈຸດກວດກາໂພນສະຫັວນ,ຈຸດກວດກາກຸ່ມບ້ານທີ 1 ບ້ານລັດຕະນະລັງສີເໜືອແລະຈຸດກວດກາກຸ່ມບ້ານທີ 2 ບ້ານນາເລົ່າ

ແຕ່ເຖິງຢ່າງໃດກໍ່ຕາມ ກໍ່ຍັງມີກຸ່ມຄົນຈໍານວນໜຶ່ງຍັງບໍ່ທັນເຂົ້າໃຈລະອຽດ ຕໍ່ກັບລະບຽບການ ແລະ ຍັງຖືເບົາຕໍ່ສະພາບການລະບາດຂອງເຊື້ອພະຍາດໂຄວິດ -19 ຢູ່ ແຕ່ທາງຄະນະຮັບຜິດຊອບ ກໍ່ໄດ້ແນະນໍາ, ຊີ້ແຈງ ແລະ ແກ້ໄຂຢ່າງທັນການ…ອ່ານຕໍ່

ອັດຕະປື ເຝົ້າລະວັງທຸກການເຂົ້າ-ອອກ ແລະ ຕາມຮ້ານຄ້າຕ່າງໆ

ປະຈຸບັນຢູ່ແຂວງອັດຕະປື ສະພາບການສັນຈອນລວມທັງການໄປມາຄ້າຂາຍຂອງພໍ່ແມ່ປະຊາຊົນ ກໍ່ເຫັນວ່າມີໜ້ອຍເມື່ອທຽບໃສ່ເມື່ອກ່ອນຫງຽບຫຼາຍ ເນື່ອງມາຈາກຍ້ອນການລະບາດຂອງພະຍາດໂຄວິດ 19

ເຖິງວ່າປະຈຸບັນແຂວງອັດຕະປື ຍັງບໍ່ທັນພົບຜູ້ຕິເເຊື້ອກໍ່ຕາມ,ແຕ່ທາງຄະນະສະເພາະກິດຂອງແຂວງໄດ້ອອກມາດຕະການຈໍາກັດການເຂົ້າ-ອອກແຂວງ, ບັນດາເຮືອນພັກ,ຫ້າງຮ້ານ ແລະຮ້ານບັນເທີງ-ຮ້ານຄາຣາໂອເກະ ໄດ້ປິດບໍລິການຊົ່ວຄາວ ເຊິ່ງທຸກຄົນກໍ່ໄດ້ເອົາໃສ່ໃສ່ໃນການປະຕິບັດເປັນຢ່າງດີ…ອ່ານຕໍ່

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.