ເຮືອນArts and Cultures

Arts and Cultures

ນັກສຶກສາ ນິເທດສິນ ໄດ້ 3 ລາງວັນ ໃນການແຂ່ງຂັນຮູບເງົາສັ້ນລະດັບພາກພື້ນ “Digicon6 Asia ຄັ້ງທີ 3”.

ການແຂ່ງຂັນຮູບເງົາສັ້ນລະດັບພາກພື້ນ Digicon6 Asia ຄັ້ງທີ 3 ຈັດໂດຍ ມູນນິທິຍີ່ປຸ່ນ ແລະ ກົມຮູບເງົາ, ກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ. ງານແຂ່ງຂັນຄັ້ງນີ້ໄດ້ມີການເປີດຮັບສະໝັກຜົນງານຕັ້ງແຕ່ 15 ສິງຫາ 2022 ທີ່ຜ່ານມາ ແລະ ໄດ້ປະກາດຜົນໃນ 3 ກັນຍາ 2022 ທີ່ກົມຮູບເງົາ

ສິ້ນລາຍແຕງໂມ ແລະ ສິ້ນໝີ່ ເອກະລັກການນຸ່ງຖືຂອງແມ່ຍິງ ເຜົ່າໄຕດຳ.

“ການນຸ່ງສິ້ນ” ຖືເປັນເອກະລັກໜຶ່ງໃນການນຸ່ງຖື ຂອງແມ່ຍິງລາວຫຼາຍໆ ຊົນເຜົ່າ, ແຕ່ສຳລັບແມ່ຍິງ ຊົນເຜົ່າໄຕດຳ ແລ້ວຕ່າງກໍມີປະເພນີການນຸ່ງສິ້ນມາແຕ່ບູຮານນະການທີ່ມີລວດລາຍທີ່ເປັນເອກະລັກ ແລະ ເຊິ່ງສ່ວນໃຫຍ່ມັກຈະນຸ່ງສິ້ນທີ່ຕ່ຳເອງ, ແມ່ຍິງທຸກເຮືອນ ຈະເປັນຜູ້ຕ່ຳຜ້າຂຶ້ນມາໃຊ້ເອງ ເປັນຜ້າຝ້າຍຕ່ຳມື ປະກອບໄປດ້ວຍຫົວສິ້ນ, ຜືນສິ້ນ ແລະ ຕີນສິ້ນ ຍ້ອມຄາມ ຈົນເປັນສີຄາມເຂັ້ມເກືອບດຳ, ນຳມາຕໍ່າສະຫຼັບລວດລາຍ ເປັນເອກະລັກສະເພາະຂອງຊົນເຜົ່າໄຕດຳ.

ວັດທະນະທຳການແຕ່ງກາຍ ຂອງຊົນເຜົ່າ ອາຄ່າ

ຊົນເຜົ່າ ອາຄ່າ ເປັນຊົນເຜົ່າໜຶ່ງທີ່ມີ ວັດທະນະທຳການແຕ່ງກາຍທີ່ເປັນເອກະລັກ ບໍ່ວ່າຈະເປັນ ເຄື່ອງນຸ່ງຫົ່ມ, ໝວກ, ສາຍມັດແອວ ລວມໄປເຖິງເຄື່ອງປະດັບຕ່າງໆ, ເຊິ່ງຊົນເຜົ່າອາຄ່າ ຢູ່ໃນລາວ ຈະມີຄວາມຄ້າຍຄືກັນ ໂດຍມີຈຸດເດັ່ນຢູ່ທີ່ “ໝວກ” ປະກອບໄປດ້ວຍ ໂລຫະ, ເຄື່ອງເງິນ ແລະ ເຄື່ອງປະດັບຫຼາຍໆຢ່າງ, ລວມທັງຜ້າຄຸມ ທີ່ປັກລວດລາຍສີສັນ ທີ່ສົດໃສ ປະກອບໃນຮູບແບບທີ່ຕ່າງກັນຕາມແຕ່ລະກຸ່ມ.

ສຸລີສິດ ຈັນທະວົງ! ຜູ້ຢູ່ເບື້ອງຫຼັງຄວາມງາມຂອງສິລະປະເທິງຝາຜະໜັງວັດ.

#Art | ລວດລາຍສິລະປະເທິງຝາຜະໜັງຕາມວັດ ໃນ ຫຼວງພະບາງ ບາງແຫ່ງ ທີ່ມີຄວາມສວຍງາມ ເປັນເອກະລັກ ແລະ ມີຄວາມປານີດ ສ່ວນໜຶ່ງແມ່ນມາຈາກຜົນງານຂອງ ທ້າວ ສຸລິສິດ ໄວ 22 ປີ ຈາກແຂວງ ຫຼວງພະບາງ ທີ່ເລືອກສ້າງສັນຜົນງານການແຕ້ມລົງໃນຝາຜະໜັງວັດ ແລະ ກໍຖືວ່າເປັນອີກຄົນໜຶ່ງ ທີ່ມີການສືບທອດສິລະປະການແຕ້ມມາຈາກພໍ່ຂອງເຂົາ.

“ສິລະປະໂລຫະ” ສາຂາທີ່ຂາດຜູ້ສືບທອດ.

ງານສິລະປະໂລຫະ ກໍເປັນອີກວຽກງານໜຶ່ງ ທີ່ຕ້ອງໃຊ້ຄວາມລະອຽດອ່ອນ ແລະ ຄວາມປານີດ ທີ່ຕິດພັນກັບຄົນລາວມາແຕ່ອະດີດຈົນເຖິງປັດຈຸບັນ.

ມາຮູ້ຈັກ “ການຢູ່ກຳ” ຂອງຊົນເຜົ່າ ໄຕດຳ.

“ການຢູ່ກຳ” ຫຼື “ຢູ່ໄຟ” ຂອງແມ່ຍິງຫຼັງຈາກເກີດລູກ ແມ່ນເປັນພີທີກຳອັນໜຶ່ງຂອງຊົນເຜົ່າໄຕດຳ ທີ່ປະຕິບັດຕໍ່ກັນມາແຕ່ສະໄໝປູ່ຍ່າຕາຍາຍ ເພື່ອເປັນການຊ່ວຍຫຼຸດອາກາດປວດເມື່ອຍ  ຫຼື ການອັກເສບບໍລິເວັນກ້າມຊີ້ນສັນຫຼັງ ແລະ ສ່ວນຂາ ຊ່ວຍຫຼຸດການປັບອຸນຫະພູມຂອງຮ່າງກາຍ ທີ່ເກີດຈາກການເສຍເລືອດຫຼາຍໃນເວລາເກີດລູກ ທັງເຮັດໃຫ້ມົດລູກເຂົ້າອູ່ໄວ ເຮັດໃຫ້ນໍ້າຄາວປາແຫ້ງໄວ.

ປ່ຽນໄມ້ໂດກ ໃຫ້ກາຍເປັນງານສິນລະປະທີ່ງົດງາມ.

ງານຄວັນແກະສະຫຼັກໄມ້ ເປັນງານສິນລະປະອີກປະເພດໜຶ່ງ ທີ່ເປັນສີໄມ້ລາຍມືຂອງຄົນລາວທີ່ມີມາແຕ່ດົນນານ ແລະ ມີຄວາມລະອຽດອ່ອນ, ເຊິ່ງການຄວັດສາມາດສ້າງຜົນງານອອກມາໄດ້ຫຼາກຫຼາຍຮູບເເບບ ຕາມລວດລາຍຂອງໄມ້ທີ່ເປັນທຳມະຊາດ ໂດຍສິລະປະຈາກການຄວັດແກະສາມາດປ່ຽນຈາກໄມ້ໂດກ, ໄມ້ເສດ ໃຫ້ກາຍມາເປັນງານສິລະປະທີ່ງົດງາມໄດ້. ທ້າວ ຄຳແພງ ສຸວັນເພັງ, 20 ປີ ກຳລັງສຶກສາຢູ່ປີ 3 ສະຖາບັນວິຈິດສິນແຫ່ງຊາດ...

ຜາພຣະ ບ້ານປາກງາວ ສະຖານທີ່ສັກສິດ ຄູ່ເມືອງ ຫ້ວຍຊາຍ

ຜາພຣະ ທີ່ຕັ້ງຢູ່ບ້ານ ປາກງ້າວ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ ເປັນສະຖານທີ່ທ່ອງທ່ຽວ ທາງວັດທະນະທຳທີ່ສັກສິດ ແລະ ມີທຳມະຊາດທີ່ໜ້າທ່ອງທ່ຽວ ປະສົມປະສານກັບວັດທະນະທຳໄດ້ຢ່າງກົມກືນ ເຊິ່ງຢູ່ຫ່າງຈາກ ຕົວເມືອງ ຫ້ວຍຊາຍ ປະມານ 15 ກິໂລແມັດ.