Friday, April 18, 2025

ມາຮູ້ຈັກ “ການຢູ່ກຳ” ຂອງຊົນເຜົ່າ ໄຕດຳ.

“ການຢູ່ກຳ” ຫຼື “ຢູ່ໄຟ” ຂອງແມ່ຍິງຫຼັງຈາກເກີດລູກ ແມ່ນເປັນພີທີກຳອັນໜຶ່ງຂອງຊົນເຜົ່າໄຕດຳ ທີ່ປະຕິບັດຕໍ່ກັນມາແຕ່ສະໄໝປູ່ຍ່າຕາຍາຍ ເພື່ອເປັນການຊ່ວຍຫຼຸດອາກາດປວດເມື່ອຍ  ຫຼື ການອັກເສບບໍລິເວັນກ້າມຊີ້ນສັນຫຼັງ ແລະ ສ່ວນຂາ ຊ່ວຍຫຼຸດການປັບອຸນຫະພູມຂອງຮ່າງກາຍ ທີ່ເກີດຈາກການເສຍເລືອດຫຼາຍໃນເວລາເກີດລູກ ທັງເຮັດໃຫ້ມົດລູກເຂົ້າອູ່ໄວ ເຮັດໃຫ້ນໍ້າຄາວປາແຫ້ງໄວ.

ນາງ ຫຼ້າ ບ້ານ ນາສ້ຽວ, ເມືອງ ສີໂຄດຕະບອງ, ນະຄອນຫຼວງ ວຽງຈັນ ເປັນອີກຄົນໜຶ່ງທີ່ຢູ່ໃນຊົນເຜົ່າໄຕດຳ ກ່າວວ່າ: ການຢູ່ກໍາ ແມ່ນ ການຢູ່ໄຟແບບພື້ນບ້ານ ແມ່ທີ່ໃຫ້ກຳເນີດລູກ ຫຼັງເກີດຈະຕ້ອງນອນຂາງໄຟອຸ່ນໆ ປະມານ 7- 15 ມື້ ເພື່ອເປັນການບໍາລຸງຮັກສາສຸຂະພາບຂອງແມ່ ຜູ້ທີ່ໃຫ້ກໍາເນີດເດັກໃໝ່.

ໃນເວລາທີ່ກຳລັງຢູ່ກໍາ ຈະດື່ມແຕ່ນໍ້າຮ້ອນ, ອາບນໍ້າອຸ່ນ, ນັ່ງຂາງໄຟຖ່ານຈາກຖ່ານ, ບໍ່ກິນອາຫານຊະຊາຍ. ການທີ່ເຮັດແນວນີ້ ກໍເພຶ່ອເຮັດໃຫ້ສຸຂະພາບແຂງແຮງປົກກະຕິ, ມີນໍ້ານົມລຽ້ງລູກພຽງພໍ. ແຕ່ໃນການຢູ່ກໍາ ຈະໄວ ຫຼື ດົນຊ່ຳໃດນັ້ນ ກໍແລ້ວແຕ່ເງືອນໄຂສຸຂະພາບຂອງໃຜມັນ,  ແຕ່ສະໄໝບູຮານເພິ່ນຈະໃຫ້ຢູ່ກຳຢ່າງໜ້ອຍ 15 ມື້.

ໃນການອາບນ້ຳຂອງແມ່ກຳນັ້ນ ນ້ຳອຸ່ນທີນຳມາອາບ ກໍຈະເປັນນ້ຳສະໝູນໄພເຊັ່ນ: ມີໃບໝາກຖົ່ວແຮ, ຫົວສີໄຄ, ຂີ້ໝິ້ນ, ໝາກຂີ້ຫູດ, ໃບໝາກຂາມ, ຂິງ ມາຕົ້ມໃຫ້ຟົດ ຫຼັງຈາກນັ້ນ ກໍນຳມາອາບຈະຊ່ວຍຂັບນ້ຳຄາວປາໄດ້ດີ.

ສ່ວນນ້ຳຢາທີ່ໃຊ້ຕົ້ມກິນນັ້ນ ຈະເປັນນ້ຳຢາທີ່ກິນແລ້ວເຮັດໃຫ້ມີນ້ຳນົມຫຼາຍ ພຽງພໍໃຫ້ລູກນ້ອຍກິນອີ່ມ ຢາທີ່ກິນແລ້ວມີນ້ຳນົມຫຼາຍ ມັນກໍມີຫຼາຍຊະນິດ ແລ້ວແຕ່ຜູ້ຮູ້ເອົາມາໃຫ້ກິນ

ຫຼັງຈາກຢູ່ກໍາຕາມສົມຄວນແລ້ວ ກໍຈະມີວິທີອອກກໍາຕາມປະເພນີ ມ້ຽນສະຖານທີ ແລະ ສິ່ງຂອງຢູ່ກໍາຕ່າງໆ ອອກຈາກບ່ອ,ນ ຜູ້ເປັນແມ່ກໍຈະໄປອາບນໍ້າສະຜົມ ຢູ່ນອກເຮືອນ ຫຼື ຢູ່ທ່ານໍ້າ ແລະ ກ່ອນຈະລ້າງມື ອາບນໍ້າ ສະຜົມ ໃຫ້ເອົາມີດນ້ອຍແກ່ວງຕັດນໍ້າໄປມາສອງສາມຄັ້ງ ທັງຈົ່ມຄາຖາຢູ່ໃນໃຈວ່າ: “ຂ້ອຍເກີດລູກນ້ອຍໄດ້ລົງມາສ່ວຍຕີນ ອາບນໍ້າສະຜົມ.ລ້າງເຫື່ອໄຄເໜັນທາງຫຼັງເພິ່ນເບື່ອ ລ້າງໜ້າທາງໜ້າເພິ່ນຊັງ ແລ້ວຂື້ນໄປບ້ານໃຫ້ຮຸ່ງເຮືອງຖາວອນ ຂຶ້ນເມືອເຮືອນໃຫ້ຮຸ່ງເຮືອງທົ່ວຫ້ອງ ຝູງພີ່ນ້ອງຮັກຫໍ່ຕຸ້ມຕອມ ໂອມສະໂຫມເຄັດ” ແລ້ວກໍອາບນໍ້າສະຜົມຕາມປົກກະຕິ.

ສຳລັບການຜູກແຂນໃຫ້ເດັກ ແລະ ແມ່ ແມ່ນພິທີສຸດທ້າຍ ສໍາລັບການເກີດ ເພິ່ນຫາມື້ງາມຍາມດີ ຈັດພີທີບາສີສູ່ຂວັນ ເອີ້ນເອົາຂວັນຂອງແມ່ ແລະ ລູກ ມາຢູ່ຮ່າງກ່າຍໃນເຮືອນໃນຢ້າວ ມີການຕັ້ງຊື່ໃຫ້ເດັກ ແລະ ຢາດນໍ້າສັກສິດໃສ່ປາກ ນໍ້າສັກສິດເອົາມາຈາກນໍ້າສ້າງເຈັດສ້າງ ຫຼື ນໍ້າເຈັດສາຍ. ໂດຍງານດັ່ງກ່າວ ມັກຈັດຂຶ້ນໃນມື້ອອກກໍາເລີຍ ໃນພິທີອອກກໍາ ຜູ້ເປັນແມ່ເດັກ ຈະໄດ້ຍໍຂັນສົມມາຄາລະວະຕໍ່ພໍ່ແມ່ ແລະ ຜູ້ທີ່ໄດ້ຈັບບາຍ ສີ່ງຂອງທີ່ຖືກເລືອດຖືກຢາງ ເມື່ອປະຕິບັດຄົບຖ້ວນຕາມຮິດຄອງແລ້ວ ແມ່ ແລະ ເດັກ ຈຶ່ງຢູ່ດີມີແຮງ ຕາມຄວາມເຊື່ອມາແຕ່ບູຮານ.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.