ເຮືອນArts and Cultures

Arts and Cultures

ເລີ່ມ​ແລ້ວ! ທາງ​ແຂວງ ໄຊຍະບູລີ ກະກຽມງານມະຫາກໍາບຸນຊ້າງ ຄັ້ງທີ 13 ປະຈໍາປີ 2019

ໃນຕອນເຊົ້າຂອງວັນທີ 11 ທັນວາ 2018 ນີ້, ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໄຊຍະບູລີ, ໄດ້ຈັດກອງປະຊຸມປຶກສາຫາລືກະກຽມງານມະຫາກໍາບຸນຊ້າງ ຄັ້ງທີ 13 ປະຈໍາປີ 2019, ໂດຍການເປັນປະທານຂອງ ທ່ານ ຍັນຍົງ ສີປະເສີດ ຮອງເລຂາພັກແຂວງ,...

​ແລ້ວຮຽບ​ຮ້ອຍ! ເມືອງໂຂງຈັດງານແຂ່ງຂັນຊ່ວງເຮືອປະເພນີປະຈຳປີ 2018

 ບໍ່​ດົນຜ່ານມານີ້, ເມືອງໂຂງໄດ້ຈັດພິທີເປີດງານແຂ່ງຂັນຊ່ວງເຮືອປະເພນີປະຈຳປີ 2018 ຂຶ້ນຢ່າງເປັນທາງການທີ່ບໍລິເວນທ່າສາລາແຄມຂອງປະຈຳເມືອງ; ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີມີທ່ານ ສົມສະໜິດ ບຸດຕິວົງ ຮອງເຈົ້າແຂວງຈຳປາສັກ, ທ່ານ ສະນັ່ນ ສີພາພົມມະຈັນ ເຈົ້າເມືອງໆໂຂງ, ມີບັນດາທ່ານຜູ້ອຳນວຍການບໍລິສັດ, ຫ້າງຮ້ານ, ແຂກຖືກເຊີນ, ພໍ່ແມ່ປະຊາຊົນຊາວເມືອງໂຂງກໍ່ໄດ້ເຂົ້າຮ່ວມຢ່າງຟົດຟື້ນມ່ວນຊື່ນ ແລະ...

ປູ​ບ່ອນນອນ​ແບບ​ໃດ? ໃຫ້​ຖືກ​ຕ້ອງ​ຕາມ​ປະ​ເພ​ນີ​ລາວ ສຳ​ລັບ​ຄູ່​ແຕ່ງດອງ​ໃໝ່

​ສິດ​ຖາ​ກາ​ລິ​ຍະ ໝໍ​ເຖົ້າ​ອາ​ຈານ​ບູ​ຮານ​ລາວ ທ່ານ​ກ່າວ​ໄວ້​ວ່າ ເມື່ອ​ມີ​ການ​ແຕ່ງດອງ ກໍ​ຈະ​ຕ້ອງ​ມີ​ການ​ປູ​ບ່ອນນອນ ແລະ​ການ​ຈູງ​ແຂນ​ຄູ່​ບ່າວ​ສາວ​ເຂົ້າ​ບ່ອນນອນ ພາຍ​ຫຼັງ​ຈາກ​ການ​ສູ່​ຂວັນ​ຈົບ​ລົງ ການ​ປູ​ບ່ອນນອນ ແລະ​ການ​ຈູງ​ແຂນ​ເຂົ້າ​ສູ່​ບ່ອນນອນນັ້ນ; ທ່ານ​ຖື​ເອົາ​ການ​ປູ​ແລະ​ຈູງ​ແຂນ​ເຂົ້າ​ບ່ອນນອນ​ເປັນ​ຫຼັກ ກ່າວ​ຄື ທ່ານ​ໃຫ້​ເອົາ​ຄູ່​ແຕ່ງດອງ ທີ່​ມີ​ອາ​ຍຸ​ຫຼາຍ, ມີ​ສິນ​ທຳ ຫຼື​ຄວາມ​ປະ​ພຶດ​ດີ, ມີ​ສຸ​ຂະ​ພາບ​ດີ ທັງ​ຜົວ ແລະ​ເມຍ...

ເລີກງາມຍາມດີໃນການແຕ່ງດອງ ທີ່ຖືກຕ້ອງຕາມປະເພນີລາວ

ສິດທິກາລິຍະ ນັກປາດບູຮານລາວ ທ່ານໄດ້ໃຫ້ຄວາມເຫັນວ່າ ການແຕ່ງດອງ ເປັນພິທີສຳຄັນທີ່ສຸດຄັ້ງໜຶ່ງໃນຊີວິດ ເພາະທ່ານຖືວ່າເປັນການເອົາຄົນ ທັງຊາຍ-ຍິງ ມາຈັບຄູ່ກັນສ້າງຄອບຄົວ; ຄອບຄົວຈະໄປໃນທິດທາງໃດ? ຢູ່ທີ່ຄົນຄູ່ນີ້ຈະນຳໄປ ຊິຈະເລີນ ຫຼືເສື່ອມຖອຍ ຈະໄປລອດຫຼືບໍ່ລອດ ຈະແຍກກັນຫຼືຢູ່ດ້ວຍກັນຈົນຍາວນານ ແກ່ເຖົ້າໄປດ້ວຍກັນນັ້ນ. ນອກຈາກການສົມພົງ ແລະບໍ່ສົມພົງກ່ຽວກັບວັນ,...

ແນວ​ລາວ​ສ້າງ​ຊາດ ກຽມ​ເປີດກອງປະຊຸມພົບປະຜູ້ຊົງຄຸນວຸດທິ ບັນດາຊົນເຜົ່າທົ່ວປະເທດ ຄັ້ງທີ III

 ຢູ່​ສຳ­ນັກ­ງານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ໄດ້​ຈັດ​ພິ­ທີ​ຖະ­ແຫຼງ​ຂ່າວ​ກ່ຽວ​ກັບ​ກອງ​ປະ­ຊຸມ​ພົບ​ປະ ຜູ້​ຊົງ​ຄຸນ​ວຸດ​ທິ​ບັນ­ດາ​ຊົນ­ເຜົ່າ​ທົ່ວ​ປະ­ເທດ ຄັ້ງ​ທີ III ເຊິ່ງ​ຈະ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ທັນ­ວາ 2018 ທີ່​ຫໍ​ປະ­ຊຸມ​ແຫ່ງ​ຊາດ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ກຽດ​ຖະ­ແຫຼງ​ຂ່າວ​ໂດຍ​ທ່ານ​ນາງ ຄຳ​ຈັນ ພົມ​ແສງ​ສະ­ຫວັນ ຮອງ​ປະ­ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ມີ​ບັນ­ດາ​ສື່​ມວນ​ຊົນ​ທຸກ​ພາກ­ສ່ວນ​ເຂົ້າ​ຮ່ວມ.     ທ່ານ​ນາງ...

ເມືອງວຽງໄຊ ເປີດງານບຸນຊົນເຜົ່າ ຕິດພັນກັບການສະຫລອງຄົບຮອບ 50 ປີ

ເມືອງວຽງໄຊເປີດງານບຸນປະເພນີຊົນເຜົ່າ ແລະ ງານຕະຫລາດນັດ ທີ່ ໜອງຜາທ້າວເມືອງວຽງໄຊ ປະຈໍາ ປີ 2018 ຕິດພັນກັບການສະເຫລີມສະຫລອງວັນສ້າງຕັ້ງເມືອງວຽງໄຊ ຄົບ ຮອບ 50 ປີ ໃນວັນທີ 28 ພະຈິກ 2018,...

ປຶກສາຫາລືການປົກປ້ອງ ແລະ ສົ່ງເສີມຄວາມຫລາກຫລາຍທາງວັດທະນະທຳ

ໃນວັນທີ 28 ພະຈິກ 2018 ທີ່ນະຄອນຫລວງວຽງຈັນ, ກົມມໍລະດົກໂລກ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມປຶກສາຫາລືລະດັບຊາດ ກ່ຽວກັບແຜນປະຕິບັດງານ 2018-2021 ສຳລັບການຈັດຕັ້ງປະຕິບັດສົນທິສັນຍາ 2005 ວ່າດ້ວຍການປົກປ້ອງ...

ສາທຸ! ທາດຫມາກໂມ ແຫ່ງເມືອງມໍລະດົກໂລກ ຖືກປະຕິສັງຂອນສຳເລັດແລ້ວ!

ພຣະທາດຫມາກໂມ ວັດວິຊຸນນະຣາຊ ນະຄອນຫລວງພຣະບາງ ໄດ້ຮັບການປະຕິສັງຂອນເປັນໄປຕາມແຜນທີ່ກຳນົດໄວ້. ການບູລະນະຮັກສາວັດທະນະທຳໃນ ສປປລາວ ພາຍໃຕ້ຂອບກອງທຶນ ເອກອັກຄະລັດຖະທູດແຫ່ງ ປະເທດສະຫະລັດອາເມຣິກາ ປະຈຳ ສປປລາວ ເພື່ອການອະນຸລັກວັດທະນະທຳ. ໂປຣແກມດັ່ງກ່າວໄດ້ຊ່ວຍໃນການຟື້ນຟູ ປະຕິສັງຂອນ ອາຄານປະຫວັດສາດ. ການປະເມີນຜົນ ແລະ ການອະນຸລັກວັດຖຸບູຮານທີ່ເກົ່າແກ່ຢູ່ໃນຫໍພິພິທະພັນ ແລະ ການອະນຸລັກສະຖານທີ່ບູຮານຕ່າງໆ. ການເຮັດສຳເນົາ...