​ສິດ​ຖາ​ກາ​ລິ​ຍະ ໝໍ​ເຖົ້າ​ອາ​ຈານ​ບູ​ຮານ​ລາວ ທ່ານ​ກ່າວ​ໄວ້​ວ່າ ເມື່ອ​ມີ​ການ​ແຕ່ງດອງ ກໍ​ຈະ​ຕ້ອງ​ມີ​ການ​ປູ​ບ່ອນນອນ ແລະ​ການ​ຈູງ​ແຂນ​ຄູ່​ບ່າວ​ສາວ​ເຂົ້າ​ບ່ອນນອນ ພາຍ​ຫຼັງ​ຈາກ​ການ​ສູ່​ຂວັນ​ຈົບ​ລົງ ການ​ປູ​ບ່ອນນອນ ແລະ​ການ​ຈູງ​ແຂນ​ເຂົ້າ​ສູ່​ບ່ອນນອນນັ້ນ;

ທ່ານ​ຖື​ເອົາ​ການ​ປູ​ແລະ​ຈູງ​ແຂນ​ເຂົ້າ​ບ່ອນນອນ​ເປັນ​ຫຼັກ ກ່າວ​ຄື ທ່ານ​ໃຫ້​ເອົາ​ຄູ່​ແຕ່ງດອງ ທີ່​ມີ​ອາ​ຍຸ​ຫຼາຍ, ມີ​ສິນ​ທຳ ຫຼື​ຄວາມ​ປະ​ພຶດ​ດີ, ມີ​ສຸ​ຂະ​ພາບ​ດີ ທັງ​ຜົວ ແລະ​ເມຍ ມີ​ລູກ​ເຕົ້າ​ຫຼາຍ ມີ​ຖາ​ນະ​ດີ ແລະ​ເປັນ​ຜູ້​ນຳ​ຊຸມ​ຊົນ​ດ້ວຍ​ຍິ່ງ​ເປັນ​ການ​ດີ. ສຳ​ລັບ​ວັນ​ທີ່​ປູ​ບ່ອນນອນນັ້ນ ກໍ​ໃຫ້​ປູ​ໃນ​ວັນ​ແຕ່ງດອງນັ້ນ​ເອງ, ເພາະ​ວ່າ​ເປັນ​ວັນ​ຫົວ​ຮຽງ (ຄຽງ) ໝອນ ເຊິ່ງ​ດີ​ຢູ່​ແລ້ວ ຈະ​ປູ​ລ່ວງ​ໜ້າ ແລະ​ປູ​ພາຍ​ຫຼັງການ​ແຕ່ງດອງ ແມ່ນບໍ່​ໄດ້.

#insidelaos

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

#ອິນ​ໄຊ​ລາວ

ເອ​ກະ​ສານ​ອ້າງ​ອີງ: ຕຳ​ລ​າ​ມໍ​ລະ​ດົກ​ອິ​ສານ ໂດຍ ອ.ຈ ສະ​ວິງ ບຸນ​ເຈີມ ປ.ທ 9

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້