Saturday, February 15, 2025

ຍົກລະດັບວຽກພິມຈໍາໜ່າຍ ແລະການພິມ ແກ່ວິຊາການຂອງລາວ

ຊຸດຝຶກອົບຮົມວຽກງານການພິມຈໍາຫນ່າຍ ແລະການພິມ ໃຫ້ແກ່ພະນັກງານວິຊາການຂອງລາວ ພາຍໃຕ້ການຮ່ວມມືລະຫວ່າງກົມພິມຈຳໜ່າຍ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ ກົມພິມຈຳໜ່າຍ ກະຊວງຖະແຫຼງຂ່າວ ແລະ ການສື່ສານ ແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 11 ທັນວານີ້ ທີ່ ຫໍສະຫມຸດແຫ່ງຊາດ ຊຶ່ງມີທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີວ່າການກະຊວງ ຖວທ, ທ່ານ ນາງ ມາຍ ທິ ເຮືອງ ຫົວໜ້າພະແນກຄຸ້ມຄອງການພິມຈຳໜ່າຍ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ແຫ່ງ ສສ ຫວຽດ ນາມ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າອຳນວຍການໂຮງພິມ, ສຳນັກພິມ, ແຂກຖືກເຊີນ ແລະ ພະນັກງານ ຈາກບັນດາໂຮງ ພິມ ແລະ ສຳນັກພິມເຂົ້າຮ່ວມ.

ທ່ານ ບົວເງິນ ຊາພູວົງ ກ່າວເປີດຊຸດຝຶກອົບຮົມວ່າ: ການຈັດຕັ້ງການຝຶກ ອົບຮົມວຽກງານພິມຈຳໜ່າຍ ຄັ້ງນີ້ ຊຶ່ງເປັນນິມິດໝາຍອັນ ໜຶ່ງທີ່ສ່ອງແສງໃຫ້ເຫັນເຖິງ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດພວກເຮົາ, ເວົ້າລວມ, ເວົ້າສະເພາະແມ່ນ ການພົວພັນຮ່ວມມືລະຫວ່າງ ສອງກະຊວງ ພາຍໃຕ້ບົດບັນ ທຶກຊ່ວຍຈຳນຳກັນ, ທ່ານກ່າວ ຕື່ມວ່າ: ວຽກງານການພິມຈຳໜ່າຍ ເປັນວຽກງານໜຶ່ງທີ່ສຳ ຄັນ ໄປຄຽງຄູ່ກັບວຽກງານອື່ນໆ ໃນວຽກງານແນວຄິດວັດທະ ນະທຳ, ທັງໄດ້ປະກອບສ່ວນ ໃນພາລະກິດລວມຂອງຊາດ ບໍ່ວ່າໃນ ສະໄໝຕໍ່ສູ້ປົດປ່ອຍຊາດ ກໍຄືໃນສະໄໝປົກປັກຮັກສາ ແລະ ສ້າງສາປະເທດຊາດ ພະນັກງານນັກຮົບທີ່ເຮັດວຽກ ການປະດິດຄິດແຕ່ງ, ການພິມ, ການຈຳໜ່າຍ ຍາມໃດກໍໄດ້ ປະກອບສ່ວນຢ່າງຫ້າວຫັນຕໍ່ໜ້າທີ່ວຽກງານທີ່ພັກ-ລັດ ແລະ ປະຊາຊົນມອບໝາຍ.

ໄປຄຽງຄູ່ກັນນັ້ນ ວຽກງານ ພິມຈຳໜ່າຍ ກໍມີການເຕີບໃຫຍ່ຂະຫຍາຍ ຕົວເປັນກ້າວໆມາ ໂດຍສະເພາະໃນໄລຍະທີ່ມີແນວທາງ ແລະ ນະໂຍບາຍການປ່ຽນແປງໃໝ່ຂອງພັກ-ລັດຖະບານ ຊຶ່ງສະແດງອອກ ໃນເມື່ອກ່ອນ ມີໂຮງພິມ, ສຳນັກພິມບໍ່ພໍເທົ່າໃດແຫ່ງຢູ່ເຂດປົດປ່ອຍ ແລະ ຢູ່ບັນດາຕົວເມືອງໃຫຍ່, ແຕ່ມາຮອດປະຈຸບັນນີ້ ບັນດາໂຮງ ພິມ, ຮ້ານພິມ ແລະ ຮ້ານອອກ ແບບພິມ ໄດ້ມີເຖິງ 100 ກວ່າ ແຫ່ງ, ສຳນັກພິມ 20 ກວ່າແຫ່ງ, ການຝຶກອົບ ຮົມຄັ້ງນີ້ ຈະດຳເນີນເປັນເວລາ 3 ວັນ ບັນດານັກສໍາມະນາກອນຈະໄດ້ຮຽນຮູ້ ກ່ຽວກັບ ການຄຸ້ມຄອງວຽກການພິມ ຈໍາຫນ່າຍ ຢູ່ ສສ ຫວຽດນາມ, ລະບຽບກົດຫມາຍ ແລະບັນຫາທີ່ເກີດຂຶ້ນຕົວຈິງ; ຄຸ້ມຄອງ ແລະກວດກາ ຄຸນນະພາບຜະລິດຕະພັນການພິມ; ຮູບການຄຸ້ມຄອງສໍານັກພິມກິມດົ້ງ ແລະ ປະສົບການຕົວຈິງ; ການຄຸ້ມຄອງພິມຈໍາຫນ່າຍ ຢູ່ທ້ອງຖິ່ນຫວຽດນາມ ປະສົບການ ແລະບັນຫາ ທີ່ເກີດຂຶ້ນຕົວຈິງ; ການຄຸ້ມຄອງສີ ແລະຫັນຂະບວນວິວັດເປັນມາດຕະຖານການພິມ; ປະສົບການຕົວຈິງໃນການຈັດຕັ້ງປະຕິບັດວຽກງານໃຫ້ໄດ້ຮັບຜົນດີ; ລະບົບເອກະສານລະບຽບກົດຫມາຍ ແລະປ້ອງກັນການພິມເຖື່ອນຢູ່ ຫວຽດນາມ ແລກປ່ຽນບົດຮຽນແລະປະສົບການໃນວຽກງານປ້ອວກັນການພິມເຖື່ອນຢູ່ ສປປ ລາວ. ທັງນີ້ ກໍເພື່ອຍົກລະດັບ ຂີດຫມາຍຄວາມສາມາດ ຂອງການບໍລິຫານຄຸ້ມຄອງແລະວິຊາການພິມໃຫ້ພະນັກງານລັດ ແລະຜູ້ປະກອບການພິມຈໍາຫນ່າຍຂອງລາວ. ຊຶ່ງນໍາສະເຫນີໂດຍ ວິທະຍາກອນຊ່ຽວຊານດ້ານການພິມ ຈໍາຫນ່າຍກະຊວງຖະແຫລງຂ່າວ ແລະສື່ສານແຫ່ງ ສສ ຫວຽດນາມ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.