​ແລ້ວຮຽບ​ຮ້ອຍ! ເມືອງໂຂງຈັດງານແຂ່ງຂັນຊ່ວງເຮືອປະເພນີປະຈຳປີ 2018

 ບໍ່​ດົນຜ່ານມານີ້, ເມືອງໂຂງໄດ້ຈັດພິທີເປີດງານແຂ່ງຂັນຊ່ວງເຮືອປະເພນີປະຈຳປີ 2018 ຂຶ້ນຢ່າງເປັນທາງການທີ່ບໍລິເວນທ່າສາລາແຄມຂອງປະຈຳເມືອງ; ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີມີທ່ານ ສົມສະໜິດ ບຸດຕິວົງ ຮອງເຈົ້າແຂວງຈຳປາສັກ, ທ່ານ ສະນັ່ນ ສີພາພົມມະຈັນ ເຈົ້າເມືອງໆໂຂງ, ມີບັນດາທ່ານຜູ້ອຳນວຍການບໍລິສັດ, ຫ້າງຮ້ານ, ແຂກຖືກເຊີນ, ພໍ່ແມ່ປະຊາຊົນຊາວເມືອງໂຂງກໍ່ໄດ້ເຂົ້າຮ່ວມຢ່າງຟົດຟື້ນມ່ວນຊື່ນ ແລະ ພິເສດຍັງມີຮອງເຈົ້າແຂວງຄຳມ່ວນກໍ່ໄດ້ເຂົ້າຮ່ວມ.


ໂອກາດນີ້ທ່ານ ສະນັ່ນ ສີພາພົມມະຈັນ ເຈົ້າເມືອງໆໂຂງກໍ່ໄດ້ກ່າວເປີດຈຸດປະສົງໃນການຈັດງານຄັ້ງນີ້ໂດຍສັງເຂບວ່າ: ການຈັດງານແຂ່ງຂັນຊ່ວງເຮືອປະເພນີປະຈຳປີ 2018 ນີ້ກໍ່ເພື່ອເປັນການສືບທອດປະເພນີ ແລະ ເພີ່ມພູນຄູນສ້າງສິລະປະວັດທະນະທຳອັນດີງາມທີ່ເປັນເອກະລັກຂອງຊາດ ກໍ່ຄືຂອງທ້ອງຖິ່ນ, ເປັນການສ້າງບັນຍາກາດໃຫ້ມີຄວາມໝາຍຄວາມຄຳຄັນ ເວົ້າລວມກໍ່ເພື່ອສ້າງຄວາມເບີກບານມ່ວນຊື່ນໃຫ້ກັບພໍ່ແມ່ປະຊາຊົນຊາວເມືອງ ພາຍຫຼັງທີ່ສຳເລັດການເກັບກ່ຽວມ້ຽນມັດເຂົ້ານາປີ ແລະ ຫັນໜ້າລົງສູ່ການຜະລິດລະດູແລ້ງຂອງໃຜລາວ; ພ້ອມດຽວກັນນັ້ນ ກໍ່ເພື່ອໃຫ້ປະຊາຊົນໄດ້ນຳເອົາຜົນລະປູກກໍ່ຄືຜົນຜະລິດຂອງແຕ່ລະທ້ອງຖິ່ນ, ເຄື່ອງຫັດຖະກຳຕ່າງໆມາວາງສະແດງ ແລະ ຂາຍໃຫ້ແຂກທີ່ມາທ່ຽວຊົມ, ເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວ, ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມນັບມື້ນັບຫຼາຍຂຶ້ນ. ໂດຍລວມແລ້ວ ການຈັດງານຄັ້ງນີ້ທັງເປັນການກະຕຸກຊຸກຍູ້ສົ່ງເສີມການແຂ່ງຂັນຊ່ວງເຮືອໃຫ້ມີການຂະຫຍາຍຕົວເປັນຂະບວນກວ້າງຂວາງ ແລະ ເປັນການເສີມສ້າງຄວາມສາມັກຄີ, ສ້າງສາຍສຳພັນອັນດີງາມລະຫວ່າງຄະນະເຮືອຜູ້ເຂົ້າແຂ່ງຂັນຢູ່ພາຍໃນເມືອງ ແລະ ຕ່າງເມືອງໃຫ້ມີຄວາມຮັດແໜ້ນຢິ່ງຂຶ້ນກວ່າເກົ່າ.


ຂ່າວແຈ້ງຕື່ມວ່າ: ການແຂ່ງຂັນຊ່ວງເຮືອປະຈຳປີ 2018 ທີ່ເມືອງໂຂງໄດ້ມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດມີຈຳນວນ 36 ລຳ, ໃນນັ້ນມີເຮືອປະເພນີລຸ້ນ 33 ສີພາຍມີຈຳນວນ 11 ລຳ, ເຮືອສູດລຸ້ນ 33 ສີພາຍມີຈຳນວນ 6 ລຳ, ເຮືອລຸ້ນ 28 ສີພາຍມີຈຳນວນ 10 ລຳ ແລະ ເຮືອລຸ້ນ 12 ສີພາຍມີຈຳນວນ 9 ລຳ. ສຳລັບຜົນການແຂ່ງຂັນຜົນປະກົດວ່າ: ເຮືອປະເພນີລຸ້ນ 33 ສີພາຍຊະນະເລີດໄດ້ແກ່ເຮືອບ້ານເວີນສົມ, ທີ 2 ໄດ້ແກ່ເຮືອກອງພົນທີ 5 ແລະ ທີ 3 ໄດ້ແກ່ເຮືອເມືອງມູນລະປະໂມກ, ເຮືອສູດລຸ້ນ 33 ສີພາຍຊະນະເລີດໄດ້ແກ່ເຮືອບ້ານເວີນສົມ, ທີ 2 ໄດ້ແກ່ເຮືອຫ້ອງວ່າການປົກຄອງເມືອງໂຂງ ແລະ ທີ 3 ໄດ້ແກ່ເຮືອບ້ານດອນເດດ, ເຮືອລຸ້ນ 28 ສີພາຍຊະນະເລີດໄດ້ແກ່ເຮືອຫ້ອງວ່າການປົກຄອງເມືອງໂຂງ, ທີ 2 ໄດ້ແກ່ເຮືອບ້ານທ່າໂພ ແລະ ທີ 3 ໄດ້ແກ່ເຮືອບ້ານຫິນສິ່ວ, ເຮືອລຸ້ນ 12 ສີພາຍຊະນະເລີດໄດ້ແກ່ເຮືອສ່ວນນ້ຳບ້ານຈານ, ທີ 2 ໄດ້ແກ່ເຮືອບ້ານເວີນສົມ ແລະ ທີ 3 ໄດ້ແກ່ເຮືອບ້ານຫີນສິ່ວ. ສຳລັບຜົນການປະກວດເຮືອງາມປະກົດວ່າເຮືອມາຈາກບ້ານດອນຫວດ ຍາດໄດ້ຊະນະເລີດ, ທີ 2 ໄດ້ແກ່ເຮືອບ້ານຫີນສິ່ວ ແລະ ທີ 3 ໄດ້ແກ່ເຮືອບ້ານທໍລະທີ.

ທີ່​ມາ: facebook.com/783524595328102

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...