Economy

ທູດໄທ ແນະນຳນັກລົງທຶນ! ຖ້າແມ່ນໃຫ້ຟ້າວເຂົ້າມາ ຢ່າລັງເລໃຈ.

ທ່ານ ເຈດສະດາ ກະຕະເວທິນ, ເອກອັກຄະຣາຊະທູດໄທ ປະຈຳ ນະຄອນຫຼວງ ວຽງຈັນ ສປປ ລາວ ກ່າວກັບຕົວແທນພາກເອກະຊົນໄທ ທີ່ງານລ້ຽງອຳລາໃນໂອກາດ ກະສຽນອາຍຸທາງຣາຊະການເມື່ອໄວໆນີ້ ໂດຍມີໃຈຄວາມຕອນໜຶ່ງ ທີ່ໄດ້ແນະນຳນັກລົງທຶນໄທ ທີ່ມີຄວາມສົນໃຈໃນຕະຫຼາດລາວ ເຊິ່ງໄດ້ລະບຸວ່າ “ນັກລົງທຶນຄວນເຂົ້າມາສຶກສາ ແລ້ວຕັດສິນໃຈຢ່າງວ່ອງໄວ ຖ້າຫາກພົບວ່າເໝາະກັບທຸລະກິດຂອງຕົນແລ້ວ ກໍຢ່າລັງເລໃຈ ເພາະອາດເສຍໂອກາດໄດ້ງ່າຍ”

ລາວ ຂາດດຸນການຄ້າຕໍ່ເນື່ອງ 5 ເດືອນຕິດ! ໃນເດືອນ ສິງຫາ ຂາດດຸນການຄ້າເຖິງ 166 ລ້ານໂດລາ

ສູນຂໍ້ມູນຂ່າວສານທາງການຄ້າ ຂອງ ສປປ ລາວ ໄດ້ໃຫ້ຮູ້ວ່າ: ໃນເດືອນ ສິງຫາ 2022 ທີ່ຜ່ານມານີ້ ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຢູ່ປະເທດລາວ ບັນລຸໄດ້ ປະມານ 1.020 ລ້ານໂດລາສະຫະລັດ.

ເຂົ້າລາວ ເຂົ້າດີ! ປະເທດຝຣັ່ງເຊັນສັນຍາ ຊື້-ຂາຍ ເຂົ້າກາຈໍາປາ ເບື້ອງຕົ້ນ 1 ພັນໂຕນຕໍ່ປີ

ບໍລິສັດຈໍາປາຫອມການຄ້າ ຂາອອກ – ຂາເຂົ້າຈໍາກັດຜູ້ດຽວ ບ້ານດອນໜູນ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ຮ່ວມມືກັບ ບໍລິສັດ WECH GROS import-export ໄດ້ລົງນາມເຊັນສັນຍາຮ່ວມມື ຊື້-ຂາຍ ເຂົ້າເພື່ອ ສົ່ງເຂົ້າໄປຂາຍຢູ່ປະເທດຝຣັ່ງ ໃນເບື້ອງຕົ້ນຄາດວ່າຈະໃຫ້ສາມາດສົ່ງອອກໄປ 1 ພັນໂຕນ ມູນຄ່າ 1,2 ລ້ານໂດລາ.

ການປູກພືດເປັນສິນຄ້າ ໄດ້ຊ່ວຍຍົກລະດັບຊີວິດປະຊາຊົນ ເມືອງປາກຊ່ອງ

ປະຊາຊົນຢູ່ເມືອງປາກຊ່ອງ ໄດ້ຍົກລະດັບຊີວິດຂອງຕົນເອງ ດ້ວຍການຫັນໄປປູກພືດເປັນສິນຄ້າ ເພື່ອສົ່ງອອກຈຳໜ່າຍ ແລະ ຍັງສ້າງລາຍຮັບຫຼາຍກວ່າ 100 ລ້ານກີບຕໍ່ປີ.

ລັດຖະບານ ກຽມແຜນ! ຈະປ່ອຍເຂົ້າໃນ ຄັງແຮ ອອກຂາຍໃນລາຄາທີ່ຖືກກວ່າທ້ອງຕະຫຼາດ

ທ່ານ ນາງ ວັນມະນີ ພິມມະສານ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ໃຫ້ຮູ້ວ່າ ພະແນກອຸດສາຫະກຳ ແລະ ການຄ້າ ກຽມນໍາເອົາເຂົ້າໃນຄັງແຮ ອອກມາຈໍາໜ່າຍ ເພື່ອແກ້ໄຂສະຖານະການທີ່ລາຄາສິນຄ້າໃນຕະຫຼາດແພງ.

3 ບໍລິສັດຮ່ວມມື ພັດທະນາສາງເກັບນ້ຳມັນເຊື້ອໄຟ ທີ່ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ

ບໍລິສັດ ພີທີແອວ ໂຮນດິ້ງ, ບໍລິສັດ ມູຮິບບາ ເອັນຈິເນຍລິ້ງ ແລະ ບໍລິສັດ ໂອເອັດດີ ໂຮນດິ້ງ ໄດ້ຈັບມືກັນເຊັນສັນຍາຂາຮຸ້ນຮ່ວມສ້າງຕັ້ງບໍລິສັດ ພີແອວເຮັດ ພັດທະນາສາງເກັບນ້ຳມັນເຊື້ອໄຟ ທີ່ເຂດໂລຊິດສະຕິກ, ນະຄອນຫຼວງວຽງຈັນ ເຊິ່ງພິທີເຊັນສັນຍາຂາຮຸ້ນ ເພື່ອຮ່ວມສ້າງຕັ້ງບໍລິສັດ ພີແອວເຮັດ ຈຳກັດ (PLH Co., LTD) ວ່າດ້ວຍການພັດທະນາ ສາງເກັບນ້ຳມັນເຊື້ອໄຟ ທີ່ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ແມ່ນໄດ້ຈັດຂຶ້ນໃນວັນທີ 9 ກັນຍາ 2022 ທີ່ໂຮມແຮມແລນມາກ, ນະຄອນຫຼວງວຽງຈັນ.

ໂຄງການທຶນສົມທົບ! ຈະເປັນອີກໜຶ່ງເຄື່ອງມືແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ

ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ເເລະ ກາງ (ຈນກ) ທີ່ບໍ່ສາມາດເຂົ້າເຖີງແຫຼ່ງທຶນຕາມທີ່ຕ້ອງການ ເພື່ອນຳມາຕໍ່ຍອດ ແລະ ປັບປຸງທຸລະກິດຂອງຕົນ ກໍ່ຈະພາໃຫ້ເສຍໂອກາດດ້ານທຸລະກິດ ແລະ ໃນທີ່ສຸດກໍ່ບໍ່ສາມາດແຂ່ງຂັນໃນຕະຫຼາດ ຕໍ່ໄປໄດ້.

ຜູ້ຜະລິດພາຍໃນບອກ ຢາກໃຫ້ຄົນລາວໃຊ້ຜະລິດຕະພັນລາວ “ຄຸນນະພາບຕ້ອງສະເໝີຕົ້ນສະເໝີປາຍ”

ໃນປັດຈຸບັນ ຫຼາຍໆຜະລິດຕະພັນຂອງຄົນລາວ ທີ່ຜະລິດຂຶ້ນມາ ແມ່ນໄດ້ມີການພັດທະນາຂຶ້ນເລື້ອຍໆ ບໍ່ວ່າຈະເປັນທາງດ້ານຄຸນນະພາບ, ການຫຸ້ມຫໍ່ ແລະ ການສ້າງຄວາມຫຼາກຫຼາຍໃຫ້ກັບຜະລິດຕະພັນ ຈົນເປັນທີ່ຍອມຮັບຈາກຜູ້ບໍລິໂພກ