ຂໍຂອບໃຈນຳຜູ້ສະໜັບສະໜູນ

ທ່ານ ນາງ ວັນມະນີ ພິມມະສານ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ໃຫ້ຮູ້ວ່າ ພະແນກອຸດສາຫະກຳ ແລະ ການຄ້າ ກຽມນໍາເອົາເຂົ້າໃນຄັງແຮ ອອກມາຈໍາໜ່າຍ ເພື່ອແກ້ໄຂສະຖານະການທີ່ລາຄາສິນຄ້າໃນຕະຫຼາດແພງ.

ເນື່ອງຈາກລາຄາເຂົ້າທີ່ສູງຂຶ້ນຢູ່ໃນທ້ອງຕະຫຼາດເຖິງ 20-30% ລັດຖະບານຈຶຶ່ງຈຳເປັນຕ້ອງແກ້ິໄຂດ້ວຍວິທີດັ່ວກ່າວ ເພື່ອແຊກແຊງລາຄາໃນຕະຫຼາດ ແຕ່ໂຄງການນີ້ ຍັງຕ້ອງໄດ້ຜ່ານການປຶກສາຫາລືຮ່ວມກັບກະຊວງອຸດສາຫະກໍາ ແລະ ການຄ້າ ທີ່ເປັນເຈົ້າຂອງໂຄງການ, ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫລວງວຽງຈັນ ລວມເຖີງທຸກພາກສ່ວນກ່ຽວຂ້ອງ.

ວີທີແກ້ໄຂລາຄາເຂົ້າແບບນີ້ ລັດຖະບານເຄີຍຝຊ້ມາແລ້ວໃນປີ 2018 ທີ່ນະຄອນຫລວງວຽງຈັນ ເຄີຍນໍາເອົາເຂົ້າອອກມາຈໍາໜ່າຍເພື່ອແຊກແຊງລາຄາສິນຄ້າຢູ່ 3 ຈຸດຂອງ 3 ເມືອງມາແລ້ວ ຄື: ຈັນທະບູລີ, ນາຊາຍທອງ ແລະ ຫາດຊາຍຟອງ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນ ຄາດວ່າ ໂຄງການນີ້ຈະຜ່ານການຮັບຮອງ ແລະ ປະກາດຢ່າງເປັນທາງການໃນອີກບໍ່ດົນນີ້ ເພື່ອຊ່ວຍເຫລືອທັງຊາວກະສິກອນຜູ້ຜະລິດ, ພໍ່ຄ້າແມ່ຄ້າ ແລະ ຜູ້ບໍລິໂພກໃຫ້ສາມາດຢູ່ໄດ້.

ຂໍ້ມູນຈາກ: FM 90.0

Hits: 8

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້