ຂໍຂອບໃຈນຳຜູ້ສະໜັບສະໜູນ

ບໍລິສັດ Boten Frontier Services Limited ຜູ້ຮັບຜິດຊອບການບໍລິຫານຄຸ້ມຄອງການຈອດລົດຢູ່ໜ້າສະຖານີລົດໄຟນະຄອນຫຼວງວຽງຈັນ ໄດ້ອອກມາຊີ້ແຈງກ່ຽວກັບການເກັບຄ່າຈອດລົດເດີ່ນໜ້າສະຖານນີລົດໄຟນະຄອນຫຼວງວຽງຈັນ ກ່ຽວກັບປະເດັນຄຳຖາມທີ່ສັງຄົມໃຫ້ຄວາມສົນໃຈຕໍ່ກັບ ມາດຕະການປັບປຸງແກ້ໄຂການເກັບຄ່າຈອດລົດ ແລະ ການບໍລິການຕ່າງໆ.

ໂດຍທາງຜູ້ຮັບຜິດຊອບ ກ່າວຄຳຂອບໃຈຕໍ່ສັງຄົມທີ່ສະແດງຄວາມຄິດເຫັນ ແລະ ໄດ້ໃຫ້ຮູ້ຕື່ມອີກວ່າ ມາດຕະຖານການເກັບຄ່າຈອດລົດຕາມເດີ່ນໜ້າສະຖານນີນະຄອນຫຼວງ ແມ່ນໄດ້ຜ່ານການປຶກສາຫາລື ແລະ ຕົກລົງເປັນເອກະພາບກັນຈາກພາກລັດຄຸ້ມຄອງທີ່ກ່ຽວຂ້ອງ, ໂດຍປະຕິບັດຕາມມາດຕະ ຖານການເກັບຄ່າຈອດລົດ ທຽບເທົ່າກັບມາດຕະຖານຈອດລົດທົ່ວໄປທີ່ປະຕິບັດນຳໃຊ້ໃນນະຄອນຫຼວງວຽງຈັນ.

ແຕ່ທາງຜູ້ຮັບຜິດຊອບ ກໍໄດ້ມີມາດຕະການແກ້ໄຂບັນຫາການບໍລິການ ໃຫ້ກັບສັງຄົມຕື່ມອີກເຊັ່ນ: ຈັດສັນເລນຈອດລົດຊົ່ວຄາວ ສະເພາະລົດທີ່ມາຈອດຮັບ-ສົ່ງຄົນແລ້ວອອກໄປ ປະຈຸບັນຈະບໍ່ທັນເກັບເງິນເທື່ອ, ສຶກສາຄົ້ນຄວ້າຄືນມາດຕະຖານເກັບຄ່າຈອດລົດແບບຄ້າງຄືນ ແລະ ຈະອອກແຈ້ງການຕ່າງຫາກ, ຈັດສັນບ່ອນຈອດລົດຈັກໂດຍສະ ເພາະ ແລະ ຄຸ້ມຄອງຮັກສາແບບແຍກກັນ, ຈະຕິດຕັ້ງລະບົບອຸປະກອນຄິດໄລ່ຄ່າຈອດລົດແບບອັດຕະໂນມັດເພື່ອຍົກສູງປະສິດທິພາບການສັນຈອນຂອງພາຫະນະ ແລະ ເພີ່ມພະນັກງານຮັກສາຄວາມສະອາດ, ພະນັກງານເກັບເງິນ ແລະ ພະນັກງານຄຸ້ມຄອງຮັກສາ ເພື່ອຍົກສູງຄຸນນະພາບການບໍລິການ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 24

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້