Friday, March 21, 2025

ມູນນິທິຈາກ ສປ ຈີນ ຕັ້ງເປົ້າ 3 ປີ ຈະຊ່ວຍລົບລ້າງພະຍາດແກ່ນຕາຂຸ້ນໃນ ສປປ ລາວ

ສປປ ລາວ ແລະ ສປ ຈີນ ຮ່ວມມືກັນໃນໂຄງການລົບລ້າງພະຍາດແກ່ນຕາຂຸ້ນ ໂດຍການຊ່ວຍເຫຼືອລ້າ ຈາກມູນນິທິຊ່ວຍເຫຼືອເຊິ່ງກັນແລະກັນ ຂອງ ສປ ຈີນ ເຊິ່ງໃນພິທີເປີດໂຕ ກໍມີຜູ້ເຂົ້າຮ່ວມຫຼາຍຫຼາຍເຊັ່ນ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຫຼຽງ ເຈິນ ຢິ່ງ (Leung Chun-ying) ຮອງປະທານສະພາທີ່ ປຶກສາການເມືອງແຫ່ງ ສປ ຈີນ, ປະທານ GX FOUNDATION, ທ່ານ ຈ່ຽງ ຈາຍຕຸ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ.

ມູນນິທິ GX (GX FOUNDATION) ເເມ່ນໂຄງການ ທີ່ບໍ່ຫວັງຜົນກຳໄລຂອງ ຈີນ ຖືກສ້າງຕັ້ງຂື້ນ ໃນປະເທດ ຮົງກົງ ສປປ ຈີນ ເຊິ່ງຈຸດປະສົງໃນການຊ່ວຍເຫຼືອ ທາງດ້ານການແພດ ເເລະ ສາທາລະນະສຸກສາກົນ ໃຫ້ກັບປະເທດ ທີ່ຢູ່ໃນໜຶ່ງເເລວທາງໜື່ງເສັ້ນທາງ.

ໂຄງການນີ້ ຈະຊ່ວຍໃຫ້ປະຊາຊົນລາວ ຜູ້ທີ່ມີພະຍາດແກ່ນຕາຂຸ້ນທີ່ໄດ້ຮັບການຜ່າຕັດດີແລ້ວຈະມີຊີວິດທີ່ດີຂຶ້ນ ແລະ ຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການລົບລ້າງພະຍາດແກ່ນຕາຂຸ້ນກໍຄືວຽກງານສາທາລະນະສຸກຂອງ ສປປ ລາວ ເພື່ອບັນລຸເປົ້າໝາຍໃນການປັບປຸງຄຸນນະພາບວີຊິດຂອງປະຊາຊົນລາວອີກຂັ້ນໜຶ່ງ.

ເຊິ່ງຈະໄດ້ເລີ່ມດຳເນີນໃນກາງເດືອນກັນຍາ 2022 ແລະ ໂຄງການຈະເລິ່ມຕົ້ນປະຕິບັດງານສ່ວນໃຫຍ່ແມ່ນປະຕິບັດຢູ່ທີ່ນະຄອນ ຫຼວງວຽງຈັນ (ໂຮງໝໍ 103 ກອງທັບປະຊາຊົນລາວ) ໃນປີທຳອິດ.

ຂໍ້ມູນຈາກ: Lao National Radio

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່