Saturday, March 22, 2025

ອພບຕ ຫຼວງນໍ້າທາ ຮ່ວມ ບໍລິສັດ ວົງພານິດລາວ ຈັດພິທີເຊັນສັນຍາການດໍາເນີນກິດຈະການຄຸ້ມຄອງ ແລະ ບໍລິຫານ ຂີ້ເຫຍື້ອແບບທັນສະໄໝໃນສະໜາມເມືອງ ຫຼວງນໍ້າທາ

ໃນວັນທີ 16 ກັນຍາ 2022 ທີ່ຫ້ອງປະຊຸມອົງການພັດທະນາ ແລະ ບໍລິຫານຕົວເມືອງ ໄດ້ຈັດພິທີເຊັນສັນຍາການດໍາເນີນກິດຈະກໍາການຄຸ້ມຄອງ ແລະ ການຈັດການຂີ້ເຫຍື້ອແບບທັນສະໄໝຢູ່ສະໜາມເມືອງຫຼວງນໍ້າທາ ລະຫວ່າງ ອົງການພັດທະນາ ແລະ ບໍລິຫານຕົວເມືອງຫຼວງນໍ້າທາ ຮ່ວມກັບ ບໍລິສັດ ວົງພານິດລາວ ໂດຍມີ ທ່ານ ຄຳມີ ວົງບົວລົມ ຮອງປະທານຜູ້ປະຈຳການ ອົງການພັດທະນາ ແລະ ບໍລິຫານຕົວເມືອງ ຫຼວງນໍ້າທາ ຮ່ວມກັບ ທ່ານ ເຄວິນ ລາດຊະຄໍາ ອໍານວຍການບໍລິສັດ ວົງພານິດລາວ, ມີຜູ້ຕ່າງໜ້າຈາກຫ້ອງວ່າການແຂວງພະແນກແຜນການ ແລະ ການລົງທຶນ, ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ພະແນກໂຍທາທິການ ແລະ ການຂົນສົ່ງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂດຍການຈັດການຂີ້ເຫຍື້ອ ຢູ່ສະໜາມເມືອງຫຼວງນໍ້າທານີ້ ຈະເປັນການນໍາໃຊ້ການບໍລິຫານຈັດການແບບທັນສະໄໝ ດ້ວຍຮູບແບບຄັດແຍກ, ແປຮູບຜະລິດຕະພັນ, ປະດິດໃໝ່ ແລະ ສົ່ງອອກຈໍາໜ່າຍ, ແນ່ໃສ່ເພື່ອຫຼຸດຜ່ອນ ປະລິມານຂີ້ເຫຍື້ອພາຍໃນສະໜາມ ເພື່ອເຮັດໃຫ້ລະບົບການຈັດການໃຫ້ມີປະສິດທິພາບ, ໃຫ້ທັນສະໄໝຫຼາຍຂຶ້ນ ແລະ ເປັນການຫຼຸດຜ່ອນມົນລະພິດໃຫ້ກັບສິ່ງແວດລ້ອມຂອງແຂວງ ຫຼວງນໍ້າທາ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່