Sunday, March 23, 2025

ຄຳເວົ້ານີ້ຍັງໃຊ້ໃນຍຸກນີ້ໄດ້ຫຼືບໍ່! ຮຽນ ແມ່ນຮຽນເອົາຄວາມຮູ້ ເສັງ ແມ່ນເສັງເອົາຄະແນນ

ຖ້າເປັນເຫດການໃນການສຶກສາຂອງຫຼາຍໆຄົນ ຈະເຫັນໄດ້ວ່າ ການເສັງໃຫ້ຜ່ານນັ້ນ ນອກຈາກການຕັ້ງໃນຮຽນ ຍັງມີການກ່າຍໃຫ້ນຽນນັ້ນເອງ.

ການກ່າຍບົດສອບເສັງກັນ ຖືເປັນການໂກງຊະນິດໜຶ່ງທີ່ເກີດຂຶ້ນກັບການສຶກສາ ເຊິ່ງບໍ່ໄດ້ເກີດຂຶ້ນແຕ່ໃນລາວເທົ່ານັ້ນ ແຕ່ເກີດຂຶ້ນທົ່ວໂລກຕົວຢ່າງເຊັ່ນ ງານວິໄຈຂອງສາສະດາຈານ Dan Ariely ຜູ້ຊ່ຽວຊານດ້ານຈິດຕະວິທະຍາ ແລະ ເສດຖະສາດພຶດຕິກຳ ໃນໃຫ້ຂໍ້ມູນໃນໜັງສືຊື່ວ່າ The (Honest) Truth about Dishonesty ເຊິ່ງໄດ້ໃຫ້ຮ້ວ່າ: ຂະໜາດນັກສຶກສາໃນມະຫາວິທະຍາໄລຊັ້ນນໍາຂອງໂລກຢ່າງ MIT, Yale ຫຼື Princeton ກໍຈະມີການຳໂກງບົດສອບເສັງຖ້າຫາກມີໂອກາດ.

ໃນສັງຄົມທີ່ມີການແຂ່ງຂັນສູງດ້ານການສຶກສາ ກໍຈະບໍ່ແປກ ທີ່ບ່ອນໃດໆກໍມີນັກສຶກສາທີ່ເບິ່ງຂ້າມເລື່ອງຂອງຄວາມຖືກຕ້ອງ ຫາກມັນຈະຊ່ວຍໃຫ້ໂຕເອງໄດ້ຄະແນນດີຂຶ້ນ.

ສຸດທ້າຍນີ້ ກໍຢາກໃຫ້ຮູ້ວ່າ ການຮຽນເພື່ອເອົາຄວາມຮູ້ ແລ້ວເອົາຄວາມຮູ້ມາເສັງດີກວ່າ ການກ່າຍແລ້ວບໍ່ມີຄວາມຮູ້.

ຂໍ້ມູນອ້າງອີງ: anticorruption

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່