ລະວັງ! ລະດັບແມ່ນໍ້າຂອງຍັງເພີ່ມສູງຕໍ່ເນື່ອງ

ຕາມການລາຍງານຂອງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ໃຫ້ຮູ້ວ່າ ສະພາບລະດັບນໍ້າຂອງໃນວັນທີ 15 ຫາ 19 ກັນຍາ 2022 ໄດ້ມີການເພີ່ມຂຶ້ນສູງ ໂດຍສະເພາະ ແຂວງ ຫຼວງພະບາງ, ປາກຊັນ,​ ສະຫວັນນະເຂດ ແລະ ປາກເຊ.

ນອກຈາກນັ້ນ ຕາມຕົວເລກລະດັບນໍ້າທີ່ກົມອຸຕຸນິຍົມໄດ້ລາຍງານ ຍັງໃຫ້ເຫັນເຖິງລະດັບນໍ້າທີ່ຫຼຸດລົງໃນບາງຂົງເຂດ ເຊັ່ນ: ລະດັບນໍ້າຂອງ ໃນແຂວງ ວຽງຈັນ, ທ່າແຂກ, ລະດັບແມ່ນໍ້າເຊບັ້ງໄຟ ຢູ່ມະຫາໄຊ ແລະ ຢູ່ຂົວເຊບັ້ງໄຟ.

ສຳລັບການຄາດຄະເນລະດັບນໍ້າຂອງຈະເຫັນໄດ້ວ່າ: ໃນວັນທີ 20-21 ກັນຍາ 2022 ລະດັບແມ່ນໍ້າຂອງ ແລະ ນໍ້າເຊບັ້ງໄຟ ແມ່ນຍັງບາງເຂດທີ່ມີລະດັບນໍ້າທີ່ເພີ່ມຂຶ້ນ ແຕ່ກໍຍັງຢູ່ໃນລະດັບປົກກະຕິ ຍັງບໍ່ເຖິງຂັ້ນເຕືອນໄພ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...