ຂໍຂອບໃຈນຳຜູ້ສະໜັບສະໜູນ

ປະຊາຊົນຢູ່ເມືອງປາກຊ່ອງ ໄດ້ຍົກລະດັບຊີວິດຂອງຕົນເອງ ດ້ວຍການຫັນໄປປູກພືດເປັນສິນຄ້າ ເພື່ອສົ່ງອອກຈຳໜ່າຍ ແລະ ຍັງສ້າງລາຍຮັບຫຼາຍກວ່າ 100 ລ້ານກີບຕໍ່ປີ.

ທ່ານ ອະນຸສອນ ສິດທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ໃຫ້ຮູ້ວ່າ ເມືອງປາກຊ່ອງ ເລີ່ມມີການປູກພືດເປັນສິນຄ້າ ມາໄດ້ໄລຍະ 6 ເດືອນກວ່າແລ້ວ ຕັ້ງແຕ່ຕົ້ນປີ 2022 ເຊິ່ງມີທ່າທີ່ວ່າຈະຂະຫຍາຍຕົວດີເກີນຄາດ ເຊິ່ງສາເຫດມາຈາກ ພືດບາງຊະນິດມີຕະຫຼາດຂອງມັນຢູ່ແລ້ວ ແລະ ເລື່ອງເລື່ອງຂອງລາຄາກໍຖືວ່າຢູ່ໃນລະດັບດີ ເປັນທີ່ຍອມຮັບຂອງຊາວກະສິກຳ.

ໃນນັ້ນ ພືດທີ່ເປັນສິນຄ້າທີ່ເດັ່ນໆ ປະກອບມີທັງໝົດຢູ່ 7 ຊະນິດຄື: ມັນດ້າງ, ສາລີຫວານ, ຜັກກະຫຼໍ່າປີ, ຜັກກາດຫໍ່, ຂີງ, ໝາກກ້ວຍ, ໝາກນ໋ອດ. ນອນນັ້ນ ຍັງມີພືດທີ່ເປັນທ່າແຮງຫຼັກຂອງເມືອງປາກຊ່ອງ ແຂວງຈຳປາສັກ ກໍຄືກາເຟ ເຊິ່ງມີເນື້ອທີ່ປູກທົ່ວເມືອງ 48.765,23 ເຮັກຕາ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຕາມການລາຍງານຂອງ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງປາກຊ່ອງ ຍັງໄດ້ໃຫ້ຮູ້ອີກວ່າ ການປູກພືດເປັນສິນຄ້າ ຢູ່ເມືອງປາກຊ່ອງ ໄດ້ສ້າງຕົວແບບໃຫ້ເຮົາໄດ້ເຫັນແລ້ວວ່າ ສາມາດສ້າງເປັນອາຊີບ ແລະ ຍັງສາມາດສ້າງລາຍໄດ້ ຫຼາຍກວ່າ 100 ລ້ານກີບຕໍ່ປີ ຫຼື ຫຼາຍສຸດກໍອາດຈະເຖິງ 300 ລ້ານກີບຕໍ່ປີ.

ທີ່ມາ: Champasak Radio station 100,7 Mhz

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້