ທຸງລາວ ກໍມີເດີ້! ງານບຸນແຫ່ທຸງປະຈຳຊາດ ຢູ່ປະເທດຝຮັ່ງ

ສຳນັກຂ່າວສານປະເທດລາວ ໄດ້ໃຫ້ຮູ້ວ່າ: ງານບຸນແຫ່ທຸງປະຈຈຳຊາດ ບັນດາປະເທດໃນໂລກ ຄັ້ງທີ 17 ປະຈຳປີ 2022 ທີ່ ເມືອງລີຢົງ, ປະເທດຝຮັ່ງ ເຊິ່ງຈັດຂຶ້ນເພື່ອເປັນການສົ່ງເສີມສະແດງວັດທະນະທຳ ແລະ ຮີດຄອງປະເພນີ ຂອງແຕ່ລະປະເທດທີ່ເຂົ້າຮ່ວມ ເຊິ່ງ ສປປ ລາວ ກໍເປັນໜຶ່ງໃນນັ້ນ.

ໂດຍງານໃນປີນີ້ ລວມມີ 29 ປະເທດເຂົ້າຮ່ວມຄື: ເບຣຊີນ, ອາມາຊອນ, ກຸຍບາ, ເວເນຊູເອລາ, ໂບລີເວຍ, ເປລູ, ເມັກຊີກໂກ, ກົວເດີລຸກ, ໂປລີເນເນຊີ, ມາລີ, ມາດາກັດກາ, ຝຮັ່ງ, ອູ​ແກ​ຣນ, ສາທາລະນະລັດເບລາລຸດ, ຣູ​ມາ​ນີ, ໂມນດາວີ, ບຸນກາລີ, ໂປໂລຍ, ຊີລີ, ຍີ່ປຸ່ນ, ຟີລີບປີນ, ອິນໂດເນເຊຍ, ຫວຽດນາມ, ກຳປູເຈ້ຍ, ລາວ, ໄທ, ອີນເດຍ ແລະ ຈີນ.

ປະເທດລາວເຮົາ ໄດ້ສະແດງໃຫ້ນາໆຊາດໄດ້ເຫັນເຖິງ ວັດທະນະທຳສະເພາະຂອງລາວ ເຊັ່ນ:​ ຜູ້ຊາຍໃສ່ເສື້ອໄໝ, ຜູ້ຍິງໃສ່ສິ້ນໄໝ, ການເກົ້າຜົມບ່ຽງແພ ແລະ ຂັບລຳຮ້ອງເພງລາວ ພ້ອມກັບການຟ້ອນລຳວົງ.

ສຳລັບປີນີ້ ຜູ້ທີ່ເປັັນຕົວແທນປະເທດລາວເຮົາ ໃນຂະບວນແຫ່ທຸງຊາດຂອງປະເທດລາວນຳໂດຍ ທ່ານ ໂອສະກະ ລາດຊະພົນ, ທີ່ປືກສາທູດແຫ່ງ ສປປ ລາວ ປະຈຳປະເທດຝຮັ່ງ, ທ່ານ ຈູມຄຳ ຫລວງວັນ, ກຳມະການສູນກາງ ແນວລາວສ້າງຊາດທີ່ປະເທດຝຮັ່ງ ແລະ ປະທານຄົນລາວທີ່ປະເທດຝຮັ່ງ, ພ້ອມດ້ວຍຄົນລາວທີ່ອາໃສຢູ່ປະເທດຝຮັ່ງເປັນຈຳນວນຫຼາຍ.

ທີ່ມາ:​ ປະຊາຊົນ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...