Economy

ນະຄອນຫຼວງ ເປີດໃຫ້ເສຍຄ່າທໍານຽມທາງ ແລະ ພາສີທີ່ດິນຜ່ານລະບົບທະນາຄານ

ໃນວັນທີ 14 ມີນາ 2019 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ, ສ່ວຍສາອາກອນປະຈໍານະຄອນຫຼວງວຽງຈັນຮ່ວມກັບທະນະຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ), ຄະນະນໍາອໍານາດການປົກຄອງນະຄອນ ຫຼວງວຽງຈັນ ເປີດຂະບວນການເສຍຄ່າທໍານຽມທາງ ແລະ ພາສີທີ່ດິນຜ່ານລະບົບທະນາຄານ ປະຈໍາປີ 2019 ຂຶ້ນໂດຍການເຂົ້າຮ່ວມຂອງ ທ່ານ...

ເປີດງານສັບປະດາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ສະຫຼອງຂອບການຮ່ວມມື

ເຊົ້າວັນທີ 14 ມີນານີ້  ທີ່ນະຄອນຫຼວງວຽງຈັນ, ກົມເສດຖະກິດ ກະຊວງການຕ່າງປະເທດ ໃນນາມກອງເລຂາແຫ່ງຊາດແມ່ນໍ້າຂອງ-ແມ່ນນໍ້າລ້ານຊ້າງ ຮ່ວມກັບສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ ຈັດງານສັບປະດາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໂດຍໃຫ້ກຽດເປັນປະທານຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ,...

ກະຊວງການເງິນ ມອບໃບຍ້ອງຍໍໃຫ້ 5 ບໍລິສັດຮັບເໝົາກໍ່ສ້າງໂຄງການສາຍສົ່ງ-ສະຖານີ ແລະເຂື່ອນໄຟຟ້າ

ທີ່ກະຊວງການເງິນ ໄດ້ຈັດພິທີມອບໃບຍ້ອງຍໍໃຫ້ບັນດາບໍລິສັດ ຜູ້ຮັບເໝົາກໍ່ສ້າງໂດຄງການສາຍສົ່ງ-ສະຖານີ ແລະເຂື່ອນໄຟຟ້າ ທີ່ມີຜົນງານມອບອາກອນກໍາໄລເຂົ້າງົບປະມານແຫ່ງລັດປະຈໍາປີ 2017 ແລະ 2018 ໂດຍພາຍໃຕ້ການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ກະຊວງການເງິນ, ມີທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ,...

ສວນພຶກສາ ເນັ້ນໃສ່ເອກະລັກຂອງແຕ່​ລະຊົນເຜົ່າ ເພື່ອດຶງດູດນັກທ່ອງທ່ຽວ

  ທີ່ສວນພຶກສາ ນະຄອນຫລວງວຽງຈັນ, ທ່ານ ຄຳພູວົງ ພະມີສິດ ເຈົ້າຂອງສວນພຶກສາ ໄດ້ເປັນເຈົ້າພາບຈັດງານສະເຫລີມສະຫລອງວັນແມ່ຍິງສາກົນ ຄົບຮອບ 109 ປີ ໃຫ້ສະມາຄົມຜູ້ອາຍຸສູງ ນະຄອນຫລວງວຽງຈັນຂຶ້ນ ທີ່ສວນດັ່ງກ່າວ, ເພື່ອໃຫ້ຜູ້ອາຍຸສູງໄດ້ມາພັກຜ່ອນ ແລະ ຊົມທິວທັດໃນສວນພຶກສາແຫ່ງນີ້ ເຊັ່ນ:...

ການສ້າງຄວາມເຂັ້ມແຂງດ້ານການຜະລິດ ເພື່ອການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ

ໃນວັນທີ 12-13 ມີນາ 2019 ທີ່ ນະຄອນຫລວງວຽງຈັນ, ກະຊວງການຕ່າງ ປະເທດ ຮ່ວມກັບ ອົງການສະຫະປະຊາຊາດເພື່ອການຄ້າ ແລະ ການພັດທະນາ (UNCTAD), ໄດ້ຈັດກອງປະຊຸມດ້ານນະໂຍບາຍລະດັບຊາດ ກ່ຽວກັບການສ້າງຄວາມເຂັ້ມແຂງ ດ້ານການຜະລິດ, ຄວາມຫລາກຫລາຍໃນການສົ່ງອອກ ແລະ...

​ທະ​ນາ​ຄານ​ການ​ຄ້າ ແບ່ງ​ຮຸ້ນ 19% ໃຫ້ບໍລິສັດຫຼັກຊັບລາວຈີນ ເພື່ອເປັນທີ່ປຶກສາແລະຄໍ້າປະກັນຈໍາໜ່າຍຮຸ້ນ

ພິທີເຊັນສັນຍາວ່າດ້ວຍການບໍລິການທີ່ປືກສາດ້ານການເງິນ ແລະການຄໍ້າປະກັນການຈໍາໜ່າຍຮຸ້ນ ລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ກັບບໍລິສັດ ຫຼັກຊັບ ລາວຈີນ ຈໍາກັດ ໄດ້ຈັດຂຶ້ນໃນວັນທີ 13 ມີນາ 2019 ຢູ່ທີ່ ທຄຕລ ໂດຍການເຂົ້າຮ່ວມຂອງທ່ານ...

ເມືອງລະ​ມາ​ມ ຖື​ເອົາ​ການ​ຜະ­ລິດ​ກະ­ສິ­ກຳ ເປັນ​ປາຍ​ແຫລມ​ພັດ­ທະ­ນາ​ດ້ານ​ເສດ­ຖະ­ກິດ​

ປັດ­ຈຸ­ບັນ​ເມືອງ​ລະ​ມາ​ມ​ແຂວງ​ເຊ​ກອງ ໄດ້​ຖື​ເອົາ​ການ​ຜະ­ລິດ​ກະ­ສິ­ກຳ​ເປັນ​ປາຍ​ແຫລມ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ຂອງ​ເມືອງ ເພື່ອ​ເຮັດໃຫ້​ເຫັນ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ນັບ​ມື້​ນັບ​ດີ​ຂຶ້ນ. ທ່ານ ຂັນ­ຕີ ສີ​ລະ​ວົງ­ສາ ເລ­ຂາ​ພັກ​ເມືອງ, ເຈົ້າ­ເມືອງໆ​ລະ​ມາ​ມ ແຂວງ​ເຊ​ກອງ ໃຫ້​ສໍາ​ພາດ​ວ່າ: ປັດ­ຈຸ­ບັນ​ຢູ່​ເມືອງ​ຂອງ​ຕົນ​ມີ​ຫລາຍ​ສິ່ງພົ້ນ​ເດັ່ນ​ຂຶ້ນ​ມາ ໂດຍ​ສະ­ເພາະ​ໃນ​ໄລ­ຍະ​ນີ້​ແມ່ນ​ໜໍ່​ແໜງ​ການ​ຜະ­ລິດ ເຊິ່ງ​ເປັນ​ປັດ​ໄຈ​ທີ່​ຈະ​ສ້າງ​ທ່າ­ແຮງ​ໃຫ້ ແກ່​ການ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ປະ­ຊາຊົນ​ໂດຍ​ສະ­ເພາະ​ການ​ປູກ​ພືດ​ທີ່​ມີຕະ­ຫລາດ​ຮອງ​ຮັບ​ຢ່າງ​ໝັ້ນ­ຄົງ​ຖາວອນ ແລະ ທີ່​ຈະ­ແຈ້ງ​ທີ່​ສຸດ​ໃນ​ປີ​ນີ້​ມີຫລາຍ​ບ້ານ​ໄດ້​ເກີດ​ໜໍ່​ແໜງ​ການ ຜະ­ລິດ​ມັນ­ຕົ້ນ​ທີ່​ເຮັດ​ໃຫ້​ເຂົາ­ເຈົ້າ​ກະ­ຕື­ລື­ລົ້ນ ແລະ ຮຽກ­ຮ້ອງ​ຕ້ອງ­ການ...

ສຶກສາຄວາມເປັນໄປໄດ້ສ້າງໂຮງງານຜະລິດນໍ້າປະປາ 1 ແສນແມັດກ້ອນຕໍ່ມື້ ຢູ່ເຂດນິຄົມອຸດສາຫະກໍາ ນະຄອນຫຼວງ

  ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການເກັບກໍາຂໍ້ມູນ, ສາຫຼວດ ແລະສຶກສາຄວາມເປັນໄປໄດ້ ໃນການລົງທຶນກໍ່ສ້າງໂຮງງານຜະລິດນໍ້າປະປາ 1 ແສນແມັດກ້ອນຕໍ່ມື້ ໃນຮູບແບບ BOT ເພື່ອມາສະໜອງນໍ້າເຂົ້າໃນເຂດນິຄົມອຸດສາຫະກໍາ ນະຄອນຫຼວງວຽງຈັນ ແລະໃຫ້ປະຊາຊົນອ້ອມຂ້າງເຂດດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 12 ມີນາ 2019 ລະຫວ່າງ...