ກະຊວງການເງິນ ມອບໃບຍ້ອງຍໍໃຫ້ 5 ບໍລິສັດຮັບເໝົາກໍ່ສ້າງໂຄງການສາຍສົ່ງ-ສະຖານີ ແລະເຂື່ອນໄຟຟ້າ

ທີ່ກະຊວງການເງິນ ໄດ້ຈັດພິທີມອບໃບຍ້ອງຍໍໃຫ້ບັນດາບໍລິສັດ ຜູ້ຮັບເໝົາກໍ່ສ້າງໂດຄງການສາຍສົ່ງ-ສະຖານີ ແລະເຂື່ອນໄຟຟ້າ ທີ່ມີຜົນງານມອບອາກອນກໍາໄລເຂົ້າງົບປະມານແຫ່ງລັດປະຈໍາປີ 2017 ແລະ 2018 ໂດຍພາຍໃຕ້ການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ກະຊວງການເງິນ, ມີທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ, ທ່ານ ອຸໄທ ອິນທິລາດ ຮອງຫົວໜ້າກົມຈັດຕັ້ງ ກົມສ່ວຍສາອາກອນ ແລະມີບັນໜ້າຕາງໜ້າຈາກ ບໍລິສັດ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພູທະນູເພັດ ໄຊສົມບັດ ກ່າວວ່າ: ການເກັບອາກອນກໍາໄລອັດຕາ 1% ຂອງມູນຄ່າຮັບເໝົາກໍ່ສ້າງໂຄງການສາຍສົ່ງ-ສະຖານີ ແລະເຂື່ອນໄຟຟ້າ ຂອງ ຟຟລ ນີ້ ໄດ້ເລີ່ມແຕ່ຕົ້ນປີ 2017 ໂດຍສົມທົບກັບ ຟຟ ລາວ ແລະຂະແໜງການທີ່ກ່ຽວຂ້ອງ ເພື່ອກໍາເກັບຂໍ້ມູນ ແລະເຊີນບັດດາບໍລິສັດຮັບເໝົາເຂົ້າມາປຶກສາຫາລື ຄວາມເປັນໄປໄດ້ ເພື່ອໃຫ້ການເກັບອາກອນສອດຄ່ອງກັບກົດໝາຍວ່າດ້ວຍສ່ວນສາອາກອນ ແຕ່ເນື່ອງຈາກ ສ່ວນໃຫຍ່ສັນຍາຮັບເມົາກໍ່ສ້າງ (EPC) ຂອງຟຟລ ແມ່ນໄດ້ລະບຸເສຍແຕ່ອາກອນລາຍໄດ້ຈາກເງິນເດືອນ ແລະຍົກເວັ້ນ ອາກອນກໍາໄລ, ອມພ ແລະອາກອນຊົມໃຊ້ ອລະໃນສັນຍາເງິນກູ້ລະຫວ່າງລັດຖະບານລາວ ແລະEXIM ຂອງຈິນລະບຸກວ່າ: ຖ້າຕ້ອງຈ່າຍອາກອນຕ່າງໆ ແມ່ນໃຫ້ເປັນພາລະຂອງຜູ້ກູ້ຢືມ.

ໃນປີ 2017 ຜ່ານມາ ສາມາດຈັດເກັບໄດ້ 25,68 ລ້ານໂດລາ ຂອງ 4 ບໍລິສັດ ຈໍານວນ 9 ໂຄງການ ຕາມມະຕິຕົກລົງຂອງຄະນະປະຈໍາສະພາແຫ່ງຊາດ ເລກທີ 0163/ຄປຈ: ລົງວັນທີ 14 ທັນວາ 2017 ແລະປີ 2018 ໄດ້ສືບຕໍ່ສ່ວນທີ່ເຫຼືອ 38 ໂຄງການ, ຜົນແມ່ນມີ 7 ບໍລິສັດ ຂອງຈໍານວນ 8 ໂຄງການເຫັນດີຈ່າຍອາກອນກຳໄລ ອັດຕາ 1% ເປັນເງິນອາກອນ 11.694.188 ໂດລາ, ຕາມມະຕິຕົກລົງຂອງຄະນະປະຈໍາສະພາແຫ່ງຊາດ ເລກທີ 04/ຄປຈ ລົງວັນທີ 15 ທັງກອນ 2019, ແຕ່ຈ່ຍໂຕຈິງມີ 2 ບໍລິສັດຄື: CHMC ແລະບໍລິສັດ Pinggao ເປັນເງິນ 2.914.000 ໂດລາ ສ່ວນທີ່ເຫຼືອຈະຈ່າຍໃນປີ 2019 ແລະຈໍານວນໜຶ່ງກໍ່ຍັງລໍຖ້າສັນຍາເງິນກູ້ມີຜົນປະຕິບັດກ່ອນ.

ການຍ້ອງຍໍ ຄັ້ງນີ້ມີ 5 ບໍລິສັດກວມເອົາ 12 ໂຄງການຄື: ບໍລິສັດ Sinohydro Bureau 10, Co. Ltd ກໍ່ສ້າງເຂື່ອນໄຟຟ້ານໍ້າອູ 2 ແລະ5 (ມອບໃນປີ 2017), ບໍລິສັດ Sinohydro Corporation, Co. Ltd ກໍ່ສ້າງເຂື່ອນໄຟຟ້ານໍ້າງື່ມ 3, ນໍ້າຄານ 2 ແລະສາຍສົ່ງ 230 ກວ ນໍ້າອູ 5 ແລະ6 (ມອບປີ 2017), ບໍລິສັດ China National Heavy Machinery Corportion (CHMC), ໂຄງການສາຍສົ່ງ 230 ກວ ນາບົງ-ນໍ້າງື່ມ 1 – ຫີນ້ຫີບ, ໂຄງການສາຍສົ່ງ 500 ກວ ສາລະວັນ-ເຊກອງ 2 ແລະໂຄງການເຂື່ອນໄຟຟ້ານໍ້າງື່ມ 4 (ມອບໃນປີ 2017 ແລະ2018), ບໍລິສັດ China International Water& Electric Corp (CWE), ໂຄງການສາຍສົ່ງ 500 ກວ ຊ=ຂວາງ-ນາຊາຍທອງ (ມອບປີ 2017), ບໍລິສັດ Piggao Group international Engineering, Co. Ltd ໂຄງການສາຍສົ່ງ 230 ກວ ເຊຂະໝານ 2-ເຊກອງ 2 ແລະໂຄງການ 115 ກວ ຫ້ວຍຊາຍ-ຕົ້ນເຜິ້ງ (ມອບປີ 2018).

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...