ສຶກສາຄວາມເປັນໄປໄດ້ສ້າງໂຮງງານຜະລິດນໍ້າປະປາ 1 ແສນແມັດກ້ອນຕໍ່ມື້ ຢູ່ເຂດນິຄົມອຸດສາຫະກໍາ ນະຄອນຫຼວງ

 

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການເກັບກໍາຂໍ້ມູນ, ສາຫຼວດ ແລະສຶກສາຄວາມເປັນໄປໄດ້ ໃນການລົງທຶນກໍ່ສ້າງໂຮງງານຜະລິດນໍ້າປະປາ 1 ແສນແມັດກ້ອນຕໍ່ມື້ ໃນຮູບແບບ BOT ເພື່ອມາສະໜອງນໍ້າເຂົ້າໃນເຂດນິຄົມອຸດສາຫະກໍາ ນະຄອນຫຼວງວຽງຈັນ ແລະໃຫ້ປະຊາຊົນອ້ອມຂ້າງເຂດດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 12 ມີນາ 2019 ລະຫວ່າງ ພະແນກແຜນການ ແລະການລົງທຶນ ກັບ ບໍລິສັດກໍ່ສ້າງ-ລົງທຶນ ແລະຖືຮຸ້ນ ແຂວງຢຸນນານ (ລາວ) ຈໍາກັດຜູ້ດຽວ ແລະບໍລິສັດ ລົງທຶນກິດຈະການຢຸນນານ (ຮົງກົງ) ຮຸ້ນສ່ວນ ຈໍາກັດ.

ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 0164/ຈນວ, ລົງວັນທີ 26 ກຸມພາ 2019 ວ່າດ້ວຍການມອບສິດໃຫ້ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອເກັບກໍາຂໍ້ມູນ, ສໍາຫຼວດ ແລະສຶກສາຄວາມເປັນໄປໄດ້ ໃນການລົງທຶນກໍ່ສ້າງໂຮງງານຜະລິດນໍ້າປະປາ 1 ແສນແມັດກ້ອນຕໍ່ມື້ ໃນຮູບແບບ BOT ເພື່ອມາສະໜອງໃນເຂດນິຄົມອຸດສາຫະກໍາ ນະຄອນຫຼວງວຽງຈັນ ແລະໃຫ້ປະຊາຊົນອ້ອມຂ້າງເຂດດັ່ງກ່າວໄດ້ຊົມໃຊ້.

ໃຫ້ກຽດລົງນາມໃນພິທີ ຝ່າຍລາວມີ ທ່ານ ພູຂົງ ບັນນະວົງ ຫົວໜ້າ ພະແນກແຜນການ ແລະການລົງທຶນ ນະຄອນຫຼວງວຽງຈັນ, ທ່ານ ວັນເພັງ ອິນທະວົງ ຮອງເຈົ້າເມືອງໄຊທານີ, ທ່ານ ຄໍາເຜີຍ ວົງສາຄໍາຜຸຍ ຜູ້ອໍານວຍການ ລັດວິສາຫະກິດ ນໍາປະປານະຄອນຫຼວງວຽງຈັນ, ທ່ານ ຈ່າງ ໂຢຈົ້ວ ຜູ້ອໍານວຍການບໍລິສັດ ກໍ່ສ້າງ-ລົງທຶນ ແລະຖືຮຸ້ນ ແຂວງຢຸນນາ (ລາວ) ຈໍາກັດຜູ້ດຽວ, ທ່ານ ເສີນ ເສີງ ຫົວໜ້າພະແນກພັດທະນາການຕະຫຼາດຢູ່ຕ່າງປະເທດ, ບໍລິສັດ ກິດຈະການນໍ້າປະປາ ແຂວງຢຸນນານ (ຮົງກົງ) ຮຸ້ນສ່ວນ ຈໍາກັດ, ໂດຍມີທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ  ແລະບັນດາການນໍາພັກ-ລັດ ຈາກພະແນກການອ້ອມຂ້າງນະຄອນຫຼວງວຽງຈັນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

 

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...