ປັດ­ຈຸ­ບັນ​ເມືອງ​ລະ​ມາ​ມ​ແຂວງ​ເຊ​ກອງ ໄດ້​ຖື​ເອົາ​ການ​ຜະ­ລິດ​ກະ­ສິ­ກຳ​ເປັນ​ປາຍ​ແຫລມ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ຂອງ​ເມືອງ ເພື່ອ​ເຮັດໃຫ້​ເຫັນ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ນັບ​ມື້​ນັບ​ດີ​ຂຶ້ນ.

ທ່ານ ຂັນ­ຕີ ສີ​ລະ​ວົງ­ສາ ເລ­ຂາ​ພັກ​ເມືອງ, ເຈົ້າ­ເມືອງໆ​ລະ​ມາ​ມ ແຂວງ​ເຊ​ກອງ ໃຫ້​ສໍາ​ພາດ​ວ່າ:

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ປັດ­ຈຸ­ບັນ​ຢູ່​ເມືອງ​ຂອງ​ຕົນ​ມີ​ຫລາຍ​ສິ່ງພົ້ນ​ເດັ່ນ​ຂຶ້ນ​ມາ ໂດຍ​ສະ­ເພາະ​ໃນ​ໄລ­ຍະ​ນີ້​ແມ່ນ​ໜໍ່​ແໜງ​ການ​ຜະ­ລິດ ເຊິ່ງ​ເປັນ​ປັດ​ໄຈ​ທີ່​ຈະ​ສ້າງ​ທ່າ­ແຮງ​ໃຫ້ ແກ່​ການ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ປະ­ຊາຊົນ​ໂດຍ​ສະ­ເພາະ​ການ​ປູກ​ພືດ​ທີ່​ມີຕະ­ຫລາດ​ຮອງ​ຮັບ​ຢ່າງ​ໝັ້ນ­ຄົງ​ຖາວອນ ແລະ ທີ່​ຈະ­ແຈ້ງ​ທີ່​ສຸດ​ໃນ​ປີ​ນີ້​ມີຫລາຍ​ບ້ານ​ໄດ້​ເກີດ​ໜໍ່​ແໜງ​ການ ຜະ­ລິດ​ມັນ­ຕົ້ນ​ທີ່​ເຮັດ​ໃຫ້​ເຂົາ­ເຈົ້າ​ກະ­ຕື­ລື­ລົ້ນ ແລະ ຮຽກ­ຮ້ອງ​ຕ້ອງ­ການ ຢາກ​ສ້າງ​ຢາກ​ສາ.

 

ນອກ­ຈາກ​ນີ້, ເມືອງ​ຂອງ​ພວກ​ເຮົາ​ຍັງ​ມີ​ອັນ​ເດັ່ນ ແລະ ຜົນ​ສໍາເ​ລັດ​ມາ​ແລ້ວ​ດ້ານ​ການຜະ­ລິດ​ສະ­ບຽງ​ອາ­ຫານ​ຖື​ວ່າ​ສາມາດ​ກຸ້ມ​ກິນ ໂດຍ​ສະ­ເລ່ຍ​ແລ້ວ​ທົ່ວ ເມືອງ​ຜະ­ລິດ​ເຂົ້າ​ກຸ້ມ​ກິນ​ເຊິ່ງ​ເມື່ອ​ສະ­ເລ່ຍ​ໃສ່​ປະ­ຊາ​ກອນ. ແນວ­ໃດ​ກໍດີ​ໃນ​ໄລ­ຍະ​ໜຶ່ງ​ປີ­ຜ່ານ­ມາ​ເຖິງ​ວ່າ ສະ­ພາບ​ແວດ​ລ້ອມ​ທໍາ​ມະ​ຊາດ​ກະທົບ​ໂດຍ​ກົງ​ຕໍ່​ພໍ່​ແມ່​ປະ­ຊາ­ຊົນ, ແຕ່ປະ­ຊາ­ຊົນ​ສ່ວນ​ຫລາຍ​ກໍ​ຍັງ​ກຸ້ມຢູ່ກຸ້ມ​ກິນ.

ຂະ­ນະ​ທີ່​ການ​ລ້ຽງ­ສັດ​ເປັນປັດ​ໄຈ​ໜຶ່ງ ເຊິ່ງ​ສັງ­ເກດ​ເຫັນ​ວ່າ ເຂົາເຈົ້າ​ເຮັດ​ຢ່າງ​ເປັນ​ຂະ­ບວນ​ການ​ຟົດຟື້ນ ໂດຍ​ສະ­ເພາະ​ການ​ລ້ຽງ​ງົວ ລ້ຽງ ແບ້ ໂດຍ​ສັງ​ລວມ​ແລ້ວ​ສະ­ພາບ​ເສດຖະ​ກິດ 1 ປີ­ຜ່ານ­ມາ​ໂດຍ​ພື້ນ­ຖານ​ປະ ຕິ​ບັດ​ຕາມ​ແຜນ­ທີ່​ໄດ້​ກໍານົດ​ໄວ້.

ທ່ານ ຂັນ­ຕີ ຍັງ​ເວົ້າ​ຕື່ມ​ວ່າ: ເພື່ອຈັດ​ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ​ສັງ­ຄົມ​ປີ 2019, ພວກ​ເຮົາ ຍັງ​ຈະ​ຕ້ອງ​ໄດ້​ສືບ­ຕໍ່​ເອົາ­ໃຈ­ໃສ່​ສູ້​ຊົນ​ຜະ­ລິດ​ເຂົ້າ​ໃຫ້​ໄດ້ 5.546 ກວ່າ​ເ​ຮັກ ຕາ​ເພື່ອ​ບັນ­ລຸ​ຜົນ​ຜະ­ລິດ 20.245 ກວ່າ​ໂຕນ, ສືບ­ຕໍ່​ຜະ­ລິດ​ສະ­ບຽງ​ໃຫ້ ໄດ້ 692 ກວ່າ​ເຮັກ­ຕາ, ສຸມ​ໃສ່​ຜະ ລິດ​ພຶ​ດ​ເປັນ​ສິນ­ຄ້າ​ໃຫ້​ໄດ້ 611 ກວ່າເຮັກ­ຕາ, ສືບ­ຕໍ່​ເຮັດ​ໃຫ້​ສັດ­ລ້ຽງ​ໃຫຍ່ ນ້ອຍ​ຂະ­ຫຍາຍ­ຕົວ ແລະ ສືບ­ຕໍ່​ຊຸກ­ຍູ້ ສົ່ງ­ເສີມ​ການ​ສັກ​ຢາ​ປ້ອງ​ກັນ​ພະ ຍາດ​ສັດ­ລ້ຽງ​ໃຫ້​ໄດ້ 100%. ທີ່​ສຳຄັນ​ສືບ­ຕໍ່​ບູ­ລະ­ນະ ແລະ ສ້ອມ­ແປງ ລະ­ບົບ​ຊົນ­ລະ­ປະ­ທານ​ເພື່ອ​ສາ­ມາດ ສະ​ໜອງ​ນໍ້າ​ຮັບ​ໃຊ້​ການ​ຜະ­ລິດ​ເຂົ້າ, ຜະ­ລິດ​ພຶ​ດ​ສະ­ບຽງ​ອາ­ຫານ ແລະ ພືດເປັນ​ສິນ­ຄ້າ​ໃຫ້​ແກ່​ປະ­ຊາ​ຊົນ.

ທີ່​ມາ: ຂ​ປ​ລ

Hits: 8

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້