Sunday, March 23, 2025

ສວນວັດທະນະທຳຊຽງຄວນປັບປຸງ ແລະ ຕົບແຕ່ງຈົບງາມໜ້າທ່ຽວຊົມກວ່າເກົ່າ

​ທ່ານ​ນາງ​ສ້ອຍ​ສຸ​ດາ ອິນ​ເມືອງ​ໄຊ ຜູ້​ສຳ​ປະ​ທານ ສວນ​ວັດ​ທະ​ນະ​ທຳ​​ຊຽງ​ຄວນ

ເມື່ອເອີ່ຍເຖິງສວນວັດທະນະທຳ ຊຽງຄວນ ໃຜໆກໍ່ຄົງຈະນຶກພາບອອກທັນທີເຖິງເທວະຮູບ, ພຸດທະຮູບທີ່ຕັ້ງຢູ່ລຽງລາຍຊວນໃຫ້ໄປທ່ຽວຊົມ ແລະ ໜ້າສຶກສາຄົ້ນຫາເຖິງປະຫວັດຄວາມເປັນມາພຸດທະຮູບແຕ່ລະທີ່ຖືກສ້າງຂຶ້ນໂດຍນາຍຊ່າງວິຈິດສິນຜ່ານມາແລ້ວຊົ່ວຄົນ ປັດຈຸບັນສະຖານທີ່ແຫ່ງນີ້ກຳລັງມີການປັບປຸງປະຕູໂຂງ, ທາງຍ່າງ, ສວນດອກໄມ້ ແລະ ສິ່ງອຳນວຍຄວາມສະດວກສະບາຍຕ່າງໆໄວ້ໃຫ້ນັກທ່ອງທ່ຽວທີ່ມາທ່ຽວຊົມໃນແຕ່ລະວັນ.

ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ຜູ້ສຳປະທານ ສວນວັດທະນະທຳ ຊຽງຄວນ ກ່າວວ່າ: ວັດຊຽງຄວນເປັນສະຖານທີ່ບູນິຍະສະຖານຂອງຄົນລາວທັງຊາດເພື່ອໃຫ້ມີຄວາມເໝາະສົມ ແລະ ໜ້າທ່ຽວຊົມໃຫ້ມີຄວາມສວຍງາມ ແລະ ເໝາະສົມໄດ້ມີການອອກແບບປະຕູໂຂງທາງເຂົ້າແບບປະສົມປະ ສານໂດຍຜ່ານກົມວັດທະນະທຳ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍມີລວດ ລາຍຕ່າງໆຢູ່ໃນຍຸກກ່ອນໃຫ້ມີຄວາມກົມກືນກັບສວນດັ່ງກ່າວ ປັດຈຸບັນກຳລັງມີການກໍ່ສ້າງ, ພາຍໃນເບື້ອງຊ້າຍມືທາງເຂົ້າກໍ່ຈະເຫັນພະພຸດທະຮູບແຕ່ລະປາງທີ່ສວຍງາມ ສ່ວນດ້ານຂົວມືທີ່ເປັນດັ້ງເດີມແມ່ນຈະບໍ່ໄດ້ແຕະຕ້ອງຫຍັງທັງໝົດຈະມີພຽງແຕ່ບູລະນະຮັກສາເທວະຮູບທີ່ເຫັນວ່າຊຸດໂຊມແຕ່ກໍ່ຈະປະສົມບູນແບບພິເສດໃຫ້ມີຄວາມກົມກືນກັນ ນອກຈາກນັ້ນກໍ່ປູທາງຍ່າງ ແລະ ປູກຫຍ້າໃຫ້ມີຄວາມຂຽວງາມ ຫຍັບອອກໄປທາງແຄມຂອງກໍ່ຈະມີການປູກດອກໄມ້ແຕ່ລະລະດູໄວ້ຄອຍໃຫ້ນັກທ່ອງທ່ຽວສາມາດຖ່າຍຮູບໄວ້ເປັນທີ່ລະນຶກອວດອ້າງໝູ່ເພື່ອນກ່ອນຈະມາພັກທ່ຽວກິນເຂົ້າມີອາຫານຕາມສັ່ງ.

 

 

ໃນປີ 2018 ສວນວັດທະນະທຳ ຊຽງຄວນ ມີນັກທ່ອງທ່ຽວເຂົ້າມາຢ້ຽມຊົມປະມານ 3 ແສນກວ່າຄົນ ສ່ວນໃຫຍ່ແມ່ນພາຍໃນ, ສ.ເກົາຫຼີ ແລະ ສປ ຈີນ ໃນປີ 2019 ເປັນປີທ່ອງທ່ຽວ ລາວ-ຈີນ ຄາດວ່າຈະມີນັກທ່ອງທ່ຽວເດີນທາງມາສະຖານທີ່ດັ່ງກ່າວບໍ່ຕ່ຳກວ່າ 4-5 ແສນຄົນ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່