News

ຜູ້ທີ່ມີເງິນຕາຕ່າງປະເທດ ຍັງສາມາດເປີດບັນຊີເງິນຝາກ, ຖອນ , ໂອນໄດ້ຕາມປົກກະຕິ

ທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ຫົວຫນ້າກົມນະໂຍບາຍ ເງິນຕາ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຢັ້ງຢືນວ່າ ບັນດາທ່ານທີ່ມີເງິນຕາ ຕ່າງປະເທດຢູ່ໃນຄອບຄອງ ຍັງສາມາດເປີດບັນຊີເງິນຝາກ, ສາມາດຖອນ , ໂອນຕາມປະເພດບັນຊີ ແລະ ສະກຸນເງິນ ທີ່ ຕົນຄອບຄອງໄດ້ຕາມປົກກະຕິ, ພ້ອມດຽວກັນ ລັດຖະບານ ກໍກະກຽມຈະນໍາສະເຫນີ ຮ່າງກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບປັບປຸງ ຕໍ່ກອງປະຊຸມສະໄຫມສາມັນ ເທື່ອທີ 3 ຂອງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ໃນອີກບໍ່ພໍເທົ່າໃດວັນຂ້າງຫນ້າ

ຈັບຕາເບິ່ງ ໂອມິຄຣອນ ສາຍພັນ BA.5! ລາມມາ 2 ປະເທດອາຊຽນແລ້ວ.

ພາຍຫຼັງທີ່ເດືອນ ພຶດສະພາ 2022 ທີ່ ປະເທດສິງກະໂປ ກວດພົບ ໂຄວິດ-19 ໂອມິຄຣອນກາຍພັນ ສາຍພັນ BA.5, ຈົນມາຮອດເດືອນ ມິຖຸນາ ກໍມີຜົນຢັ້ງຢືນ BA.5 ຈາກຟິລິບປິນອອກມາແລ້ວວ່າ ມີຜູ້ຕິດເຊື້ອພາຍໃນປະເທດແລ້ວ ແລະ...

ກະຊວງໂຍທາ ເຫັນດີໃຫ້ມີການຂົນສົ່ງໂດຍສານ ແລະ ສິນຄ້າເຂົ້າ-ອອກ ສປປ ລາວ ໄດ້ຢ່າງປົກກະຕິ

ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ເຫັນດີອະນຸຍາດ ແລະ ຢຸດຕິມາດຕະການຕ່າງໆຜ່ານມາໃນ ການເຂົ້າ-ອອກ ສປປ ລາວ ແລະ ການຂົນສົ່ງສິນຄ້າທັງພາຍໃນ ແລະ ຕ່າງປະເທດ ໃນທຸກຮູບແບບເພື່ອໃຫ້ສາມາດດໍາເນີນໄປດ້ວຍຄວາມສະດວກ, ປອດໄພ ແລະ ໂລ່ງລ່ຽນ ໂດຍຕິດພັນກັບ ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງລົດໄຟ, ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງອາກາດ, ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງນ້ໍາ ແລະ ການຂົນສົ່ງໂດຍສານ ແລະ ສິນຄ້າທາງບົກ.

ກຽມຟັງຜົນສະຫຼຸບ! ໃນການແກ້ບັນຫາເງິນຕາ ແລະ ເສດຖະກິດຕ່າງໆ ໃນກອງປະຊຸມສະໄໝສາມັນເທື່ອທີ 3

ທີ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ ທ່ານນາງ ປິ່ງຄໍາ ລາຊະສີມາ ຄະນະປະຈໍາສະພາແຫ່ງຊາດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ເຖິງການກະກຽມຈັດກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ເຊິ່ງຈະຈັດຂຶ້ນ ແຕ່ວັນທີ 13 ມິຖຸນາ 2022 ຫາວັນທີ 8 ກໍລະກົດ 2022 ເຊິ່ງໃຊ້ເວລາດໍາເນີນກອງປະຊຸມທັງໝົດ 20 ວັນ.

ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ທ່ານ ສຳລານ ວິສຸດທິວົງ ກຳມະການພັກເມືອງ ຫົວໜ້າຫ້ອງການອຸດສະຫະກຳ ແລະ ການຄ້າເມືອງ ກໍ່ໄດ້ ຂື້ນຜ່ານບົດລາຍງານວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ 1 ປີ 2021 ແລະ ທິດທາງ ແຜນການປີ 2022 ທ່ານໃຫ້ຮູ້ວ່າ: ໃນທົ່ວເມືອງມີໂຮງງານອຸດສາຫະກຳ-ຫັດຖະກຳທັງໝົດ 203 ຫົວໜ່ວຍ,ທຽບໃສ່ແຜນປີປະຕິບັດໄດ້83%,ທຽບໃສ່ໄລຍະຜ່ານມາ ຫຼຸດລົງ 4%

ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ກະຊວງກະສິກຳ ແລະ ປ່າໄມ້ ອະນຸຍາດໃຫ້ບໍລິສັດຈາກປະເທດອິນເດຍກໍ່ສ້າງເຂື່ອນເກັບນ້ຳ-ນ້ຳຊາງ ແລະ ພັດທະນາລະບົບຊົນລະປະທານ ທີ່ເມືອງແກ່ນທ້າວ ແຂວງໄຊຍະບູລີ

ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ກອງບັນຊາການ ປກສ ແລະ ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງຊຽງເງິນ, ໄດ້ລົງກວດກາສິນຄ້າໝົດອາຍຸ, ສິນຄ້າເຊື່ອມຄຸນນະພາບ, ສິນຄ້າປອມແປງ ແລະ ສິນຄ້າບໍ່ເສຍພາສີຢູ່ພາຍໃນເມືອງຊຽງເງິນ ແຂວງຫຼວງພະບາງ ເພື່ອເປັນການປົກປ້ອງຜູ້ຊົມໃຊ້, ຜູ້ບໍລິໂພກໃຫ້ມີຄວາມປອດໄພ ລວມທັງຜູ້ຈຳໝ່າຍ

ຂ່າວເດັ່ນ! ໜັງມືພິມວຽງຈັນທາຍ

ທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ໄດ້ເວົ້າເຖິງສະພາບຂາດແຄນນ້ຳມັນຢູ່ລາວ, ຕົວຈິງແລ້ວບໍ່ໄດ້ເຖິງຂັ້ນວິກິດ, ມັນອາດເກີດຈາກການແຕກຕື່ນຂອງປະຊາຊົນຫຼາຍກ່ວາ ຈື່ງພາກັນຫຼັ່ງໄຫຼໄປໃສ່ນ້ຳມັນຕາມປ້ຳຕ່າງໆໃນປະລິມານຫຼາຍ ຊຶ່ງບາງຄົນກໍເອົາກະຕຸກໄປໃສ່ເອົາເພື່ອກັກຕຸນ ຫຼື ຂາຍຕໍ່.