ຜູ້ທີ່ມີເງິນຕາຕ່າງປະເທດ ຍັງສາມາດເປີດບັນຊີເງິນຝາກ, ຖອນ , ໂອນໄດ້ຕາມປົກກະຕິ

ທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ຫົວຫນ້າກົມນະໂຍບາຍ ເງິນຕາ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຢັ້ງຢືນວ່າ ບັນດາທ່ານທີ່ມີເງິນຕາ ຕ່າງປະເທດຢູ່ໃນຄອບຄອງ ຍັງສາມາດເປີດບັນຊີເງິນຝາກ, ສາມາດຖອນ , ໂອນຕາມປະເພດບັນຊີ ແລະ ສະກຸນເງິນ ທີ່ ຕົນຄອບຄອງໄດ້ຕາມປົກກະຕິ, ພ້ອມດຽວກັນ ລັດຖະບານ ກໍກະກຽມຈະນໍາສະເຫນີ ຮ່າງກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບປັບປຸງ ຕໍ່ກອງປະຊຸມສະໄຫມສາມັນ ເທື່ອທີ 3 ຂອງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ໃນອີກບໍ່ພໍເທົ່າໃດວັນຂ້າງຫນ້າ

ຊຶ່ງຮ່າງກົດຫມາຍດັ່ງກ່າວ ຍັງຄົງຮັກສາສິດໃນການຖືຄອງ ແລະ ນໍາໃຊ້ເງິນຕາຕ່າງປະເທດ ຄືກັບສະບັບປັດຈຸບັນ ຫມາຍຄວາມວ່າ ສາມາດຖືຄອງໃນຮູບແບບເງິນສົດ ເງິນຝາກ ໄດ້, ແຕ່ກ່ອນຈະນໍາໃຊ້ຊໍາລະຄ່າສິນຄ້າ ແລະ ບໍລິການຕ່າງໆ ຢູ່ພາຍໃນປະເທດ ໃຫ້ແລກປ່ຽນເປັນເງິນກີບສາກ່ອນ.

ເພາະວ່າ ສປປ ລາວ ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການເງິນ ແລະເງິນຕາ ດັ່ງທີ່ພວກເຮົາເຫັນການເພີ່ມຂຶ້ນຂອງອັດຕາເງິນເຟີ້, ການເຫນັງຕີງຂອງອັດຕາແລກປ່ຽນ, ລາຄານໍ້າມັນ ຊຶ່ງ ບັນຫາດັ່ງກ່າວ ຫຼາຍປະເທດກໍພວມປະເຊີນຢູ່ເຊັ່ນດຽວກັນ, ລວມທັງປະເທດທີ່ມີເສດຖະກິດຂະຫນາດໃຫຍ່ ແລະ ເຂັ້ມແຂງ ກໍປະເຊີນກັບບັນຫາອັດຕາເງິນເຟີ້ເພີ່ມຂຶ້ນສູງທີ່ສຸດ ໃນຮອບຫຼາຍ 10 ປີ

ນອກນັ້ນ, ໃນການຈັດຕັ້ງປະຕິບັດມາດຕະການຕ່າງໆ ກໍປາກົດມີຄວາມເຂົ້າໃຈຂອງສັງຄົມທີ່ອາດຈະ ຄາດເຄື່ອນຈາກຄວາມເປັນຈິງ ແລະ ບໍ່ທັນເປັນເອກະພາບຢ່າງທົ່ວເຖິງ ຕໍ່ບາງວິທີການໃນການຈັດຕັ້ງປະຕິບັດຕົວຈິງຂອງ ຂະແຫນງການ ຊຶ່ງອາດຈະເກີດຈາກການສືສານປະຊາສໍາພັນຂອງຂະແຫນງການຍັງບໍ່ທັນມີປະສິດທິພາບ ແລະ ບໍ່ກວ້າງຂວາງເທົ່າທີ່ຄວນ ເປັນຕົ້ນ ເມື່ອບໍ່ດົນມານີ້ ກໍ່ມີການຮັບຮູ້ ແລະ ເຂົ້າໃຈຄາດເຄື່ອນກ່ຽວກັບແຈ້ງການສະບັບວັນທີ 9 ແລະ ວັນທີ 13 ມິຖນາ 2022 ຂອງທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ກ່ຽວກັບການຖອນເງິນ ທິໂອນຜ່ານລະບົບບໍລິການຮັບເງິນດ່ວນ Money gram. ເຊິ່ງ ທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ກໍຕາງຫນ້າໃຫ້ ທະນາຄານແຫ່ງ ສປປ ລາວ ຂໍປະຊາສໍາພັນມາຍັງບັນດາທ່ານໃຫ້ເຂົ້າໃຈເປັນເອກະພາບວ່າ: ປັດຈຸບັນ ທະນາຄານທຸລະກິດ ກໍຄືລະບົບ Money gram ຍັງສືບຕໍ່ບໍລິການໃຫ້ພໍ່ແມ່ປະຊາຊົນ ສາມາດຖອນເງິນໄດ້ຕາມປົກກະຕິ ຄືຜ່ານມາ.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.