News

ລົດເມ ຟຣີ! ຈະມີໃຫ້ນໍາໃຊ້ໃນງານບຸນທາດຫຼວງ

ໃນຊ່ວງບຸນນະມັດສະການພຣະທາດຫຼວງວຽງຈັນ ທາງອົງການຊີ້ນໍາໄດ້ ຕົກລົງໃຫ້ບໍລິການລົດເມຟຣີ ເຊິ່ງເອກະພາບກໍານົດເອົາຈຸດຮັບສົ່ງມວນຊົນມາທ່ຽວງານບຸນນະມັດສະການພະທາດຫຼວງວຽງຈັນໃນຂອບເຂດ 5 ຕົວເມືອງຄື: ສີໂຄດຕະບອງ, ຈັນທະບູລີ, ສີສັດຕະນາກ, ໄຊເສດຖາ ແລະ ໄຊທານີ.

ສະຕາບັກຊ໌ລາວ ຖືກກວ່າຢູ່ໄທ!!! ຖືກກວ່າຊ່ຳໃດ? ໄປເບິ່ງນຳກັນ!!!

ເຄື່ອງດື່ມຂອງ ສະຕາບັກຊ໌ ນັ້ນ ບໍ່ໄດ້ຂຶ້ນຊື່ແຕ່ພຽງຣົດຊາດພຽງແຕ່ຢ່າງດຽວ, ແຕ່ຍັງຂຶ້ນຊື່ເລື່ອງລາຄາທີ່ຢືນໜຶ່ງຈົນຫຼາຍຄົນບໍ່ກ້າທີ່ຈະໄປອຸດໜຸນ, ແຕ່ທ່ານຮູ້ບໍ່ວ່າ! ເຄື່ອງດື່ມຂອງ ສະຕາບັກຊ໌ ທີ່ຫາກໍເປີດໂຕສາຂາທຳອິດໃນ ສປປ ລາວ ນັ້ນ ມີລາຄາຖືກກວ່າທີ່ ປະເທດໄທ ຫຼາຍ, ໂດຍບາງລາຍການຖືກຫຼາຍກວ່າເຄິ່ງໜຶ່ງ.

ຊົມເຊີຍເຈົ້າໜ້າທີ່! ກັກຕົວເປົ້າໝາຍມົ້ວສຸມເສບຢາ ແລະ ຄ້າຂາຍໄດ້ 10 ຄົນ.

ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງຈຳປາສັກ ກັກຕົວກຸ່ມເປົ້າໝາຍມົ້ວສຸມ ແລະ ຄ້າຂາຍຢາເສບຕິດໄດ້ຈຳນວນ 10 ຄົນ ເຊິ່ງໃນນັ້ນມີເຍົາວະຊົນ ທີ່ອາຍຸບໍ່ເກີນ 18 ປີ 2 ຄົນ, ພ້ອມຂອງກາງຢາບ້າ 1.233 ເມັດ.

ກຳນົດ 9 ຂໍ້ ການນຳໃຊ້ເສັ້ນທາງ ໃນໄລຍະງານບຸນທາດຫຼວງ

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໄດ້ຕີລາຄາ ສະພາບການເສັ້ນທາງຫຼາຍສາຍ ທີ່ມຸງໜ້າມາສູ່ບໍລິເວນພຣະທາດຫຼວງ ຈະເຮັດໃຫ້ສະພາບການສັນຈອນຕິດຂັດການທ່ຽວທາງໃນຊ່ວງໄລຍະເວລາດັ່ງກ່າວ ອາດພົບຄວາມຫຍຸ້ງຍາກ, ສະນັ້ນ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ຈຶ່ງໄດ້ກໍານົດເສັ້ນທາງການສັນຈອນລະອຽດດັ່ງນີ້:

WWF ຈັດກິດຈະກຳ ລົນນະລົງເພື່ອຫຼຸດຜ່ອນການບໍລິໂພກສັດປ່າ ແນໃສ່ການຮັກສາສຸຂະພາບຂອງຜູ້ຄົນ ແລະ ເພີ່ມຄວາມອຸດົມສົມບູນທາງທຳມະຊາດຂອງທັງ 3 ປະເທດ:​ ລາວ, ຫວຽດນາມ ແລະ ກໍາປູເຈຍ.

​ໃນລະຫວ່າງ ທ້າຍເດືອນ ຕຸລາ ຫາ ກາງເດືອນ ທັນວາ 2022 ນີ້, ອົງການກອງທຶນອະນຸລັກທໍາມະຊາດໂລກ (WWF) ຈັດກິດຈະກຳລົນນະລົງ​ເພື່ອປູກຈິດສຳນຶກ ແລະ ​ຍົກໃຫ້ເຫັນເຖິງ​ໄພ​ຂົ່ມ​ຂູ່​ຈາກ​ສອງບັນຫາ​ຮ້າຍແຮງ ເປັນຕົ້ນແມ່ນຄວາມສ່ຽງ​ຕໍ່​ສຸ​ຂະ​ພາບ ແລະ ​ຜົນກະທົບຕໍ່ທຳ​ມະ​ຊາດ. ອົງການ WWF ໄດ້ເ​ຮັດ​ວຽກຢ່າງຈິງຈັງ ​ເພື່ອ​ຫຼຸດ​ຜ່ອນ​ການ​ບໍ​ລິ​ໂພກ​ສັດ​ປ່າ​ຢູ່ ​ລາວ, ຫວຽດນາມ ແລະ ກຳປູເຈຍ.​

ລັດຖະບານ ຈະສ້ອມແປງອາຄານ “ຫໍຄໍາ” ໃນຮອບ 48 ປີ.

ຫໍຄຳ ອາຄານທີ່ມີປະຫວັດສາດມາຍາວນາມ ເລີ່ມມີການເຊື່ອມໂຊມລົງຕາມການເວລາ ແລະ ລັດຖະບານຈະປັບປຸງສ້ອມແປງໃໝ່.

ຊັບສິນທີ່ຖືກສານຮິບໃນຄະດີ ຈະຕົກເປັນຂອງລັດ

ກະຊວງປ້ອງກັນຄວາມສະຫງົບ ຢູ່ນະຄອນຫຼວງວຽງຈັນ ໄດ້ມີການຮິບເອົາຊັບສິນ ທີ່ຖືກສານຕັດສິນຕາມຄະດີຕ່າງໆ ມອບໃຫ້ກັບກະຊວງການເງິນຈຳນວນຫຼາຍລາຍການ ເພື່ອມອບເຂົ້າບັນຊີເປັນຊັບສິນຂອງລັດຕາມກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ລະບຽບການ.

ເງິນໃນກະເປົາສັ່ນ! ບຸນທາດຫຼວງປີນີ້ຈັດໃຫຍ່ 5 ມື້

ງານບຸນພຣະທາດຫຼວງວຽງຈັນ ປະຈໍາປີ 2022 ຈະມີຈັດຂຶ້ນຕັ້ງແຕ່ວັນທີ 4 ພະຈິກ ເຊິ່ງພາຍໃນງານຈະມີສິນຄ້າທີ່ມີຄຸນນະພາບ ແລະ ລາຄາຖືກໃຫ້ເລືອກ, ນອກນັ້ນ ຍັງມີກິດຈະກຳ ຫຼິ້ນເກມງານບຸນຕ່າງໆບໍ່ວ່າຈະເປັນ ຊັດປຸມເປົ້າ, ຍິງປືນຂອງຫຼິ້ນ, ຂ້ອງຄໍເປັດ ແລະ ອື່ນໆອີກຫຼາກຫຼາຍ.