Featured

ບົດບາດຂອງແມ່ຍິງລາວ ໃນງານ ທ໊ອບ ໄທແບຣນ 2019

ແມ່ຍິງລາວໃນປະຈຸບັນແມ່ນມີບົດບາດສູງໃນຫລາຍໆຂົງ­ເຂດເປັນຕົ້ນແມ່ນ: ​ດ້ານ​ເມືອງ, ເສດ­ຖະ­ກິດ-​ສັງ­ຄົມ, ການ​ປົກ​ປັກ​ຮັກ­ສາ​ສິ່ງ­ແວດ­ລ້ອມ, ການ​ປ້ອງ​ກັນຊາດ-​ປ້ອງ​ກັນ​ຄວາມສະ­ຫງົບ, ການ​ຕ່າງ­ປະ­ເທດ, ການອະ­ນຸ­ລັກ​ຮັກ­ສາ​ເສີມ​ຂະ­ຫຍາຍ​ມູນເຊື້ອ​ວັດ­ທະ­ນະ­ທຳ​ອັນ​ດີ­ງາມ​ຂອງຊາດ​ ແລະ​ ໃນປະຈຸບັນນີ້ກໍມີແມ່ຍິງລາວທີ່ປະສົບຜົນສຳເລັດໃນດ້ານທຸລະກິດຫລາຍໆທ່ານ. ໃນງານທ໊ອບໄທແບຣນ ປີນີ້​, ແມ່ຍິງລາວກໍຍັງມີບົດບາດໃນຫລາຍໆພາກສ່ວນ ແລະ​ ຫນຶ່ງໃນນັ້ນກໍແມ່ນກຸ່ມແມ່ຍິງຈາກ ໂຮງຮຽນ​ ວັດທະນະທຳ​ ແລະ​ ເດັກກຳພ້າ​...

ທຸກ​ຄົນ ມີເສລີພາບ​ໃນການສະແດງຄວາມຄິດເຫັນ ຢູ່​ໃນ​ສ​ື່​ສັງ​ຄົມ​ອອນ​ໄລ​ນ໌ ທີ່ບໍ່ຂັດກັບກົດໝາຍບ້ານ​ເມືອງ

ສປປ ລາວ ແລະ ສະຫະ ພາບເອີຣົບໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບ ສິດເສລີພາບ ໃນການສະແດງຄວາມຄິດເຫັນ ແລະ ສິ່ງທ້າທາຍ ຈາກຂ່າວປອມ ແລະ ຂ່າວທີ່ບິດເບືອນ ຊຶ່ງເປັນກິດຈະກໍາຂ້າງຄຽງຂອງການພົບປະ ສົນທະນາດ້ານສິດທິມະນຸດ ແລະ ການປົກຄອງ...

ເປີດງານບຸນມະໂຫລານສົ່ງເສີມການອ່ານຂອງນະຄອນຫຼວງວຽງຈັນ ຄັ້ງທີ 1

  ພິທີເປີດງານບຸນມະໂຫລານສົ່ງເສີ່ມການອ່ານຂອງນະຄອນຫຼວງວຽງຈັນ ຄັ້ງທີ 1 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 717 ມີນານີ້ ທີ່ສູນການຄ້າສາກົນເວີລເທຣດເຊັນເຕີ ຖະ ໜົນຄູວຽງ (ລວມ 11 ວັນ) ຊຶ່ງເລີ່ມເປີດບໍລິການແຕ່ເວລາ 9:00 ໂມງ ຫາ 21:00...

ສູນກາງສະຫະພັນແມ່ຍິງລາວ ສະຫຼອງວັນແມ່ຍິງສາກົນ ຄົບຮອບ 109 ປີ

ທີ່ສຳນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ, ທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບທ່ານ ເບເກັດຊານ ຊູມາຄານົບ ເອກອັກຄະລັດຖະ ທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ກາຊັກສະຖານ ປະຈຳ ສປປ...

ຂໍ້​ຫ້າມ! ສິ່ງ​ທີ່ “ຄູ” ບໍ່​ຄວນ​ເຮັດເວ​ລາ​ສອ​ນ

ນາຍຄູແມ່ນຜູ້ທີ່ສອນ ລູກຫລານລາວ ໃຫ້ເປັນພົນລະເມືອງ ທີ່ດີມີຄຸນສົມບັດສິນທຳ ປະຕິວັດ ຮັກບ້ານເກີດ ເມືອງນອນຮັກປະເທດຊາດ, ຄູເປັນພໍ່ແມ່ຜູ້ທີ່ສອງຂອງລູກຫລາຍລາວ.   ດັ່ງນັ້ນ, ຄູຕ້ອງເປັນແວ່ນແຍງໃຫ້ແກ່ລູກຫລານລາວ ນັບຕັ້ງແຕ່ການປາກເວົ້າ, ທ່າທີກິລິຍາມາລະຍາດ, ກິນຢູ່ນຸ່ງຖື… ເວົ້າລວມແລ້ວແມ່ນຮອບດ້ານ. ສິ່ງທີ່ຄູຈະຕ້ອງຫລິກເວັ້ນ ແລະ ບໍ່ອານຸຍາດໃຫ້ເຮັດເດັດຂາດກໍຄື: 1. ບໍ່ສວຍໃຊ້ໜ້າທີ່ຕຳ...

ດູເມັກໄທ ໄດ້ມອບເງິນ 11 ລ້ານກວ່າກີບ ເພື່ອຊ່ວຍ​ເຫຼືອ​ປະຊາຊົນຢູ່ເມືອງສະໜາມໄຊ ແຂວງອັດຕະປື

ບໍລິສັດ ດູເມັກໄທ ໄດ້ມອບເງິນ 11 ລ້ານກວ່າກີບ ເພື່ອນຳ​​ໄປ​ຊ່ວຍ​ເຫລືອ​ປະຊາຊົນ​ທີ່​ໄດ້ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິບັດ ຢູ່ເມືອງສະໜາມໄຊ ແຂວງອັດຕະປື. ຕາງໜ້າມອບໂດຍ ທ່ານ ນາງ ອານຸລັກ ເມືອງນາລາດ ຜູ້ປະສານງານຝ່າຍລາວ ບໍລິສັດດູເມັກໄທ ແລະ ກ່າວຮັບໂດຍ ທ່ານ...

ກະຊວງການເງິນ ມອບເຂົ້າສານຄັງແຮອາຊຽນ+3 ຊ່ວຍເຫຼືອປະຊາຊົນ ເມືອງສະໜາມໄຊ 2.221 ໂຕນ

​ທີ່ກະຊວງການເງິນ ໄດ້ພິທີເຊັນບົດບັນທຶກມອບເຂົ້າສານຈ້າວຄັງແຮເຂົ້າອາຊຽນ+3 ຈໍານວນ 2.221,40 ໂຕນ ລວມມູນຄ່າທັງໝົດ 16,66 ຕື້ກີບ ໃຫ້ກະຊວງແຮງງານ ແລະສະຫວັດດີການສັງຄົມ, ເພື່ອນໍາໄປຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ຢູ່ເມືອງສະໜາມໄຊ ແຂວງອັດຕະປື, ໃຫ້ກຽດກ່າວມອບໂດຍທ່ານ ສົມດີ ດວງດີ...

ລັດວິສະຫະກິດຖືຮຸ້ນ ມີລາຍຮັບ 303 ຕື້ກີບ

ລັດວິສະຫະກິດຖືຮຸ້ນລາວ (ລຮລ)  ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2018 ແລະທິດທາງແຜນປີ 2019, ຂຶ້ນໃນວັນທີ 7 ມີນາ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່, ທ່ານ ພູເຂົາຄໍາ ວັນມະນີວົງ ຫົວໜ້າກົມຄຸ້ມຄອງພັດທະນາວິສະຫະກິດ...