ເປີດງານບຸນມະໂຫລານສົ່ງເສີມການອ່ານຂອງນະຄອນຫຼວງວຽງຈັນ ຄັ້ງທີ 1

 

ພິທີເປີດງານບຸນມະໂຫລານສົ່ງເສີ່ມການອ່ານຂອງນະຄອນຫຼວງວຽງຈັນ ຄັ້ງທີ 1 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 717 ມີນານີ້ ທີ່ສູນການຄ້າສາກົນເວີລເທຣດເຊັນເຕີ ຖະ ໜົນຄູວຽງ (ລວມ 11 ວັນ) ຊຶ່ງເລີ່ມເປີດບໍລິການແຕ່ເວລາ 9:00 ໂມງ ຫາ 21:00 ໂມງ, ໂດຍການເຂົ້າຮ່ວມເປີດງານຂອງທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ບັນດາທ່ານທູ ຕານຸທູດ, ແຂກທີ່ຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ສີຫຸນ ສິດທິລືໄຊ ໄດ້ກ່າວເປີດງານວ່າ: ການຈັດງານບຸນມະໂຫລານສົ່ງເສີມການອ່ານຂອງນະ ຄອນຫຼວງວຽງຈັນ ຄັ້ງທີ 1 ເປັນ ຄັ້ງປະຫວັດສາດຂອງນະຄອນຫຼວງວຽງຈັນ ຊຶ່ງໄດ້ຈັດຂຶ້ນໃນຈຸດເວລາທີ່ທົ່ວໂລກ ພ້ອມກັນ ສະເຫຼີມສະຫຼອງວັນອ່ານປຶ້ມໂລກ ທັງເປັນການສ້າງຂະບວນການຕ້ອນຮັບວັນແມ່ຍິງສາ ກົນ 8 ມີນາ 2019 ງານບຸນ ມະໂຫລານສົ່ງເສີມການອ່ານໄດ້ມີບັນດາກິດຈະກຳດັ່ງລຸ່ມນີ້:

ກິດຈະກຳມອບປຶ້ມອ່ານໃຫ້ແກ່ໂຮງຮຽນຢູ່ບັນດາພາຍໃນ 9 ເມືອງ ແລະ ມອບປຶ້ມໃຫ້ຜູ້ຊະນະ ໃນການແຂ່ງຂັນ; ກິດຈະກຳການສຶກສາ ຖາມຕອບ ກ່ຽວກັບອາຊຽນ, ກິດຈະກຳຮ້ອງໄດ້ໄດ້ລ້ານ, ເວົ້າໄດ້ໄດ້ລ້ານ, ອ່ານໄດ້ໄດ້ລ້ານ, ຂຽນໄດ້ໄດ້ລ້ານ, ພິມໄດ້ໄດ້ລ້ານ, ແຕ້ມໄດ້ໄດ້ລ້ານ, ຕອບໄດ້ໄດ້ລ້ານ, ທວາຍໄດ້ໄດ້ລ້ານ; ກິດຈະກຳ ແຂ່ງຂັນກິລາ ປະເພດຕ່າງໆ; ກິດຈະກຳປາຖະກະຖາ; ມີສະມາຄົມນັກປະພັນ, ໂຮງຮຽນເອກະຊົນ, ອົງການຕ່າງປະເທດ, ສະ ມາຄົມການຄ້າເອີຮົບ; ກິດຈະກຳການສະແດງສິລະປະຂອງນັກຮຽນກ່ຽວກັບບັນດາປະເທດອາຊຽນ ແລະ ປະເທດອື່ນໆ ພ້ອມທັງມີການສະແດງດົນຕີຈາກສິລະປິນຮັບເຊີນອີກດ້ວຍ .

ທີ່​ມາ: ໜັງສືພິມປະຊາຊົນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...