ສູນກາງສະຫະພັນແມ່ຍິງລາວ ສະຫຼອງວັນແມ່ຍິງສາກົນ ຄົບຮອບ 109 ປີ

ທີ່ສຳນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ, ທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບທ່ານ ເບເກັດຊານ ຊູມາຄານົບ ເອກອັກຄະລັດຖະ ທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ກາຊັກສະຖານ ປະຈຳ ສປປ ລາວ ທີ່ ມີສຳນັກງານສະຖານທູດຕັ້ງຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.

ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບພົ້ນເດັ່ນຂອງສອງປະເທດໃນໄລຍະມໍ່ໆມານີ້, ທົບທວນຄືນການພົວພັນຮ່ວມ ມືລະຫວ່າງປະຊາຊົນສອງຊາດສູນກາງສະຫະພັນແມ່ຍິງ ລາວຮ່ວມກັບກະຊວງແຜນການ ແລະ ການລົງທຶນ ໄດ້ຈັດ ພິທີສະເຫຼີມສະຫຼອງວັນແມ່ຍິງ ສາກົນ ຄົບຮອບ 109 ປີ ຂຶ້ນໃນ ວັນທີ 7 ມີນາ ນີ້ ທີ່ສູນອົບຮົມແມ່ຍິງລາວໂດຍການເຂົ້າ ຮ່ວມຂອງທ່ານ ໄຊສົມພອນ ພົມວິ ຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ຜູ້ຊື້ນຳ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ການນຳພັກລັດ, ພະນັກງານປະຕິວັດອາວຸໂສ, ຄອບຄົວການນຳ, ສະມາຊິກສະຫະພັນແມ່ຍິງລາວ ອ້ອມຂ້າງສູນກາງ, ນະຄອນຫຼວງວຽງຈັນ ແລະ ບັນດາຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ເຂົ້າຮ່ວມ.

ໃນພິທີທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສຸນກາງສະຫະພັນແມ່ຍິງລາວ ໄດ້ຂຶ້ນມີຄຳເຫັນໂດຍໄດ້ຍົກໃຫ້ເຫັນສາເຫດທີ່ພາໃຫ້ມີວັນ ແມ່ຍິງສາກົນ.

ທຸກໆປີ ໃນ ໂອກາດວັນທີ 8 ມີນາ ແມ່ຍິງ ແຕ່ລະປະເທດໃນທົ່ວໂລກ ໄດ້ພ້ອມກັນທົບທວນການຈັດຕັ້ງພັດທະນາແມ່ຍິງ ສຳລັບ ສປປ ລາວ ການນຳພັກລັດ ໄດ້ ເອົາໃຈໃສ່ຕໍ່ການພັດທະນາແມ່ ຍິງລາວ ໄດ້ສ້າງຕັ້ງສູນກາງສະຫະພັນແມ່ຍິງລາວ ໃນວັນທີ 20 ກໍລະກົດ 1955 ເພື່ອເປັນຕົວ ແທນປົກປ້ອງສິດຜົນປະໂຫຍດ ອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ, ນັບແຕ່ປີ 1992 ເປັນ ຕົ້ນມາ ເພື່ອເປັນຕົວແທນໃຫ້ແກ່ ສປປ ລາວ ໃນການຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດ ບັນດາສົນທິສັນຍາກ່ຽວກັບແມ່ຍິງ ແລະ ເດັກນ້ອຍ ທີ່ປະເທດ ເຂົ້າຮ່ວມເປັນພາຄີ ໄດ້ມີແຜນພັດທະນາແມ່ຍິງລາວ, ແຜນດຳເນີນງານແຫ່ງຊາດ ເພື່ອສົ່ງເສີມຄວາມກ້າວໜ້າ ແລະ ພັດທະນາແມ່ ແລະ ເດັກ ໃນແຕ່ລະໄລຍະ, ມີຍຸດທະສາດ 2025, ມີ ວິໄສທັດ 2030 ທີ່ໄດ້ຮັບຮອງ ຈາກລັດຖະບານຜ່ານສະພາແຫ່ງຊາດ ແລະ ໃຫ້ທຸກພາກສ່ວນໃນທຸກຂົງເຂດໄດ້ເອົາໃຈໃສ່ໃນວຽກງານຄວາມສະເໝີພາບຍິງ ຊາຍ, ສົ່ງເສີມ ຄວາມກ້າວໜ້າຂອງແມ່ຍິງ, ພັດທະນາ ແມ່ເດັກ ຕະຫຼອດມາ ພາຍໃຕ້ກົດໝາຍນິຕິກຳພົວພັນເຖິງແມ່ຍິງ ແລະ ເດັກນ້ອຍ. ນອກນັ້ນ, ຍັງມີນະໂຍບາຍການພົວພັນຮ່ວມມືກັບຕ່າງປະເທດຢ່າງມີຫຼັກການຂອງພັກ ແລະ ພວມໄດ້ຮັບການ ເສີມຂະຫຍາຍ ເພີ່ມຂຶ້ນຢ່າງມີ ປະສິດທິຜົນດີຂຶ້ນເລື້ອຍໆ.

ຈາກການຮ່ວມມືດັ່ງກ່າວ ຈຶ່ງເຮັດໃຫ້ເອື້ອຍນ້ອງແມ່ຍິງ ພວກເຮົາໄດ້ຮັບການສະໜັບ ສະໜູນຈາກຄູ່ຮ່ວມພັດທະນາ ບໍ່ວ່າທາງດ້ານງົບປະມານ, ວິຊາການໃນແຕ່ລະປີ ເພື່ອເຂົ້າຮ່ວມກອງປະຊຸມລະດັບພາກ ພື້ນ ແລະ ສາກົນ, ການແລກປ່ຽນບົດຮຽນ ແລະ ຝຶກອົບຮົມ ໃນໄລຍະສັ້ນ ແລະ ໄລຍະຍາວ ນັບມື້ນັບເພີ່ມຂຶ້ນ ແລະ ພ້ອມກັນຈັດຕັ້ງປະຕິບັດ ເພື່ອບັນລຸຕົວຊີ້ວັດຂອງເປົ້າໝາຍ SDGs 2030 ເທື່ອລະກ້າວ.

ໃນແຕ່ລະປີ ອົງການສະ ຫະປະຊາຊາດ ເພື່ອແມ່ຍິງ (UN WOMEN) ໄດ້ກຳນົດຄຳຂວັນ ເພື່ອເຮັດໃຫ້ຂະບວນການ ແມ່ຍິງໄດ້ພ້ອມກັນສູ້ຊົນໄປພ້ອມກັນ ເພື່ອບໍ່ປະໃຫ້ຜູ້ໃດຢູ່ເບື້ອງຫຼັງ, ສຳລັບປີ 2019 ແມ່ນພາຍໃຕ້ ຄຳຂວັນ “ຄິດຢ່າງສະເໝີພາບ, ສ້າງຄວາມສະຫຼາດ, ປະດິດສ້າງເພື່ອການປ່ຽນແປງ”.

ໃນໂອກາດລະນຶກວັນ ແມ່ຍິງສາກົນ ຄົບຮອບ 109 ປີ, ສູນກາງສະຫະພັນແມ່ຍິງລາວ ຍັງໄດ້ຈັດກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້: “ການປະກອບ ສ່ວນຂອງເພດຊາຍ, ຄອບຄົວ, ຊຸມຊົນ ແລະ ສັງຄົມ ເພື່ອໃຫ້ ແມ່ຍິງມີຄວາມຮູ້ຄວາມສາ ມາດ, ປະດິດສ້າງໃຫ້ມີການປ່ຽນແປງ ແລະ ກ້າວໄປສູ່ຄວາມສະເໝີພາບຍິງຊາຍ” ການກວດສຸຂະພາບ, ຖາມຕອບ ກ່ຽວກັບວັນແມ່ຍິງສາກົນ ແລະ ທ່ຽວຊົມງານຕະຫຼາດນັດ ເພື່ອເປັນການອະນຸລັກຮັກສາ ວັດທະນະທຳ, ສີໄມ້ລາຍມືອັນ ປານີດ ແລະ ພືດຜັກປອດສານພິດຕື່ມອີກ.

ທີ່​ມາ: ໜັງ​ສື​ພິມ ປະ​ຊາ​ຊົນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...