Saturday, March 22, 2025

ງານ “Top Thai Brands 2019”
ປີນີ້ ກະແສ “Food Truck” ມາແຮງ

ນະຄອນຫລວງວຽງຈັນ ສປປ ລາວ ປີນີ້ ນອກຈາກຈະມີສິນຄ້າຫລາກຫລາຍ ລາຄາຖືກມາໃຫ້ເລືອກຊື້ກັນແລ້ວ ທຸລະກິດແນວໃຫ່ມ ຢ່າງ Food Truck ກໍເປັນທີ່ຫນ້າສົນໃຈບໍ່ຫນ້ອຍຫນ້າ ໂດຍໃນແຕ່ລະມື້ມີຜູ້ເຂົ້າຊົມລົດຕົ້ນແບບ Food Truck ທີ່ເກີດຈາກຄວາມຮ່ວມມື ລາວ-ໄທ ເປັນຈຳນວນຫລາຍ ລວມເຖິງການສອບຖາມແນວທາງການເຮັດທຸລະກິດແນວນີ້ ຈາກຮ້ານອາຫານແລະເຄື່ອງດື່ມ ແບບ Food Truck ທີ່ຈອດຢູ່ຫນ້າງານດ້ວຍ ເຊັ່ນກັນ

ພິເສດໄປກວ່ານັ້ນ ຍັງມີການຈັບຄູ່ທຸລະກິດລະຫວ່າງ Siam Auto Event Car ແລະ Kolao Group ລວມເຖິງການຈັດງານສຳມະນາໃນງານ Top Thai Brands 2019 ໃນວັນທີ 8 ມີນາ ທີ່ຜ່ານມາ ກ່ຽວກັບການລົງທຶນໃນລົດ Food Truck ເຊິ່ງໄດ້ຮັບຄວາມສົນໃຈທັງຈາກນັກທຸລະກິດ ແລະ ຄົນທົ່ວໄປທີ່ຕ້ອງການຫາອາຊີບ ທີ່ລົງທຶນບໍ່ຫລາຍປານໃດ.

ທ່ານນາງ ຍານີ ສີມີໄຊ ຜູ້ອຳນວຍການສຳນັກງານສົ່ງເສີມການຄ້າໃນຕ່າງ ປະຈຳ ນະຄອນຫລວງວຽງຈັນ ກ່າວວ່າ ປະເທດການຈັບຄູ່ຮ່ວມທຸລະກິດຄັ້ງນີ້ຈະຊ່ວຍລາຄາລົດ Food Truckໄດ້ຫລາຍ ເພາະໃຊ້ລົດທີ່ຜະລິດໃນລາວ ແລະ ໃຊ້ເທັກນິກການຕົກແຕ່ງໂດຍບໍລິສັດໄທ ການທີ່ເລືອກຈັບຄູ່ 2 ບໍລິສັດນີ້ເພາະວ່າບໍລິສັດ Siam Auto Event Car ເປັນບໍລິສັດ ຜະລິດລົດທFood Truck ທີ່ໃຫ່ຍ ແລະ ຄົບວົງຈອນທີ່ສຸກໃນປະເທດໄທ.

ນອກຈາກນີ້ຍັງໄດ້ຖືກຄັດເລືອກຈາກກະຊວງການຄ້າໃຫ້ເປັນຕົວແທນຂອງປພເທດເພື່ອສົ່ງອອກໄປປະເທດຕ່າງໆໃນອາຊຽນ ແລະ ບໍລິສັດ kolao Group ເອງກໍເປັນບໍລິສັດ ຜະລິດລົດໃນ ສປປ ລາວ ທີ່ໄດ້ຮັບຄວາມນິຍົມ ແລະ ໄດ້ຮັບຄວາມໄວ້ວາງໃຈ ຈາກຄົນລາວ ທີ່ໄດ້ຮັບຄວາມນິຍົມ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກຄົນລາວ ໃນການເລືອກໃຊ້ລົດຈາກບໍລິສັດນີ້ນຳ.

ທ່ານນາງ ພູຣິຊາ ມະຍຸຣາງກູນ ຜູ້ຈັດການ ບໍລິສັດ Siam Auto Event Car ຈຳກັດ ກ່າວວ່າຢາກນຳສະເຫນີ ສີ່ງດີໆ ໃຫ້ພີ່ນ້ອງ ສປປ ລາວ ແລະ ພູມໃຈ ທີ່ການເຮັດທຸລະກິດຮ່ວມກັນເປັນຄັ້ງທຳອິດ ແຕ່ປະສົບຄວາມສຳເລັດເປັນຢ່າງດີ ຍິ່ງກວ່ານັ້ນຄືສາມາດສ້າງອາຊີບໃຫ້ກັບ ພີ່ນ້ອງ ສປປລາວ ອີກດ້ວຍ.

ພະນັກງານປະຈຳບູ້ດ Food Truck ໃນງານ Top Thai Brands 2019 ບອກວ່າ ຕັ້ງແຕ່ມື້ທຳອິດທີ່ເປີດງານ ກໍໄດ້ຮັບຄວາມສົນໃຈພໍສົໃຄວນ ຈາກບັນດາພໍ່ຄ້າແມ່ຄ້າ ເພາະເປັນຫານລົງທຶນ ທຸລະກິດໃນຕົ້ນທຶນທີ່ຕໍ່າ ຖ້າທຽບກັບການໄປຊື້ດິນ ເປີດຮ້ານຂອງຕົນເອງພຽງແຕ່ຊື້ລົດຄັນດຽວກໍສາມາດຂາຍໄດ້ເລີຍ.

ຄວາມຮ່ວມມືດັ່ງກ່າວ ປະສົບຄວາມສຳເລັດຢ່າງເປັນທາງການ ໃນວັນທີ 4 ມີນາ ທີ່ຜ່ານມາ ທີ່ ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ປະຈຳນະຄອນຫລວງວຽງຈັນ ໂດຍພິທີເຊັນສັນຍາຄວາມຮ່ວມມື (MOU) ລະຫວ່າງ ບໍລິສັດ Siam Auto Event Car ຈຳກັກ ຜູ້ຜະລິດລົດ Food Truck ໃນປະເທດໄທ ກັບ ບໍລິສັດ Kolao Group ບໍລິສັດຜູ້ຜະລິດລົດໃນ ສປປ ລສວ ກ່ຽວກັບຄວາມຮ່ວມມືໃນການຜະລິດລົດ Food Truck ໃນ ສປປ ລາວ ເຊິ່ງຈະໄດ້ໃຊ້ລົດທີ່ຜະລິດໃນ ສປປ ລາວ ແລະ ການຕົກແຕ່ງທີ່ນຳມາຈາກປະເທດໄທ ເພື່ອລົດຕົ້ນທຶນ ໃນການນຳເຂົ້າລົດ.

ດ້ວຍເຫດຜົນນີ້ທາງ ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດຈື່ງເລືອກທີ່ຈະດຶງທັງ 2 ບໍລິສັດ ໃຫ້ມາເຮັດທຸລະກິດຮ່ວມກັນ ນອກຈາກນີ້ທັງ 2 ບໍລິສັດ ຍັງໄດ້ຮ່ວມມືກັນຜະລິດລົດ Food Truck ຕົ້ນແບບໃນ ສປປ ລາວ ລົດຄັນດັ່ງກ່າວ ໃຊ້ລົດຈາກບໍລິສັດໂຄລາວ ແລະ ໃຊ້ໂຄງຮ່າງຈາກບໍລິສັດ Siam Auto Event Car ໂດຍ ລົດຄັນດັ່ງກ່າວໄດ້ນຳມາສະແດງໃນງານ Top Thai Brands 2019 ເຊິ່ງໄດ້ຮັບຜົນຕອບຮັບເປັນຢ່າງດີ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່