Featured

ພາກລັດແລະ​ພາກທຸລະກິດ ປຶກສາຫາລືແກ້ໄຂອຸປະສັກວຽກງານ​ການທ່ອງທ່ຽວ ໃນ ສ​ປ​ປ​ລາວ.

ບັນດາຜູ້ຕາງໜ້າຈາກພາກລັດ ແລະ ພາກທຸລະກິດ ທີ່ກ່ຽວຂ້ອງກັບຂະແໜງການທ່ອງທ່ຽວ ຈຳນວນ 80 ກວ່າທ່ານ ໄດ້ຮ່ວມພົບປະ ແລະ ປຶກສາຫາລືກັນ ເພື່ອຊອກຫາຊ່ອງທາງໃນການແກ້ໄຂອຸປະສັກ ຫລື ບັນຫາຕ່າງໆ ທີ່ມີໃນວຽກງານທ່ອງທ່ຽວ ແນໃສ່ປັບປຸງຄຸນນະພາບ ແລະ ມາດຕະຖານການບໍລິການທ່ອງທ່ຽວຂອງ...

ກອງ​ປະ​ຊຸມຜົນການສຶກສາຄົ້ນຄວ້າ ຄວາມເປັນຢູ່ທີ່ດີ ຂອງເດັກນ້ອຍໃນ ສ​ປ​ປລາວ

ທ້າຍ​ອາ​ທິດ​ຜ່າ​ນມາ, ທີ່ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບກະຊວງການຕ່າງປະເທດ ແລະ ອົງການ ອຸຍນີເຊັບ ປະຈຳ ສປປ ລາວ ຈັດພິທີເຜີຍແຜ່ບົດສຶກສາຄົ້ນຄວ້າ ກ່ຽວກັບ ການວິເຄາະບັນດາປັດໄຈເຖິງຄວາມ ເປັນຢູ່ທີ່ດີ ລວມທັງຜົນກະທົບຕໍ່ການພັດທະນາດ້ານຕ່າງໆ ຂອງເດັກນ້ອຍ...

ເພາະບ້ານເຮົາ ບໍ່ໄດ້ງາມແຕ່ປາຍທາງ ລອງເບິ່ງຊ້າຍເບິ່ງຂວາ ຊິເຫັນອິຫຍັງຫລາຍກວ່າທີ່ເຈົ້າຄິດ

ເພາະບ້ານເຮົາ ບໍ່ໄດ້ງາມແຕ່ປາຍທາງ ລອງເບິ່ງຊ້າຍເບິ່ງຂວາ ຊິເຫັນອິຫຍັງຫລາຍກວ່າທີ່ເຈົ້າຄິດ #InsideLaos #ອິນໄຊລາວ #VisitLaos

ເອກອັກຄະລັດຖະທູດໄທ ກ່າວເປີດງານບັນຍາຍດ້ານເຂດເສດຖະກິດພິເສດໃນ ສປປ.ລາວ.

ທ່ານກຽດຕິຄຸນ ຊາດປະເສີດ ເອກອັກຄະລັດຖະທູດໄທ ປະຈຳນະຄອນຫຼວງວຽງຈັນ ເປັນປະທານກ່າວເປີດງານບັນຍາຍເລື່ອງການລົງທຶນ ແລະເຂດເສດຖະກິດພິເສດໃນ ສປປ.ລາວ ແລະການເຊື່ອມໂຍງທາງດ້ານການຄ້າ, ການລົງທຶນ ລະຫວ່າງລາວ-ໄທ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ຈັດໂດຍ ສະພາທຸລະກິດໄທ-ລາວ ແລະສະມາຄົມນັກທຸລະກິດໄທ ໃນ ສປປ.ລາວ ການຈັດງານບັນຍາຍໃນຄັ້ງນີ້,...

ໃຜໆກໍມີເງິນລ້ານໄດ້ ດ້ວຍອາຊີບງ່າຍໆ “ປູກຖົ່ວງອກ”ເປັນສິນຄ້າ ໃຊ້ຕົ້ນທຶນຕໍ່າ,ປູກງ່າຍ, ຂາຍໄວ.

ຄອບຄົວ ນາງ ສອນ ທໍາມະວົງ ອາຍຸ 33 ປີ ປະຊາຊົນ ແລະ ທ້າວ ສົມຮັກ ເທບບົວລີ ອາຍຸ 40 ປີພະນັກງານຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງໂຂງ...

ຊາວກະສິກອນເມືອງສີໂຄດຕະບອງ ເກັບກ່ຽວເຂົ້ານາປີສຳເລັດແລ້ວ 50%

ຊາວ​ກະ­ສິ­ກອນ​ເມືອງ​ສີ​ໂຄດ​ຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ ກໍ່​ຄື ຊາວ​ກະ­ສິ­ກອນ​ໃນ​ທົ່ວ​ປະ­ເທດ ກຳ­ລັງ​ຂຸ້ນ­ຂ້ຽວ​ເກັບ​ກ່ຽວ​ເຂົ້າ­ນາ​ປີ 2018 ເພື່ອ​ໃຫ້​ທັນ​ກັບ​ລະ­ດູ​ການ​ຜະ­ລິດ ພ້ອມ​ທັງ​ກະ­ກຽມ​ຄວາມ​ພ້ອມ​ດ້ານ​ຕ່າງໆ ເຂົ້າ​ສູ່​ການ​ຜະ­ລິດ​ລະ­ດູ­ແລ້ງ ປີ 2019 ຢ່າງ​ເປັນ​ຂະ​ບວນ​ຟົດ­ຟື້ນ. ທ່ານ ຄຳ​ມະ­ນີ ສົງ​ວຽງ​ໄຊ ຮອງ​ຫົວ­ໜ້າ​ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້...

ໝົກນາງ “ຕໍ່” ອາຫານຈາກສະຫວັນ ແຕ່ເອົາກັນມາຈາກນາລົກ

ອາກາດກໍເລີ່ມໜາວແລ້ວ, ມື້ນີ້ທາງທີມງານອິນໄຊລາວ ຂໍນຳສະເໜີ ເມນູແປກໆ! ເຊິ່ງເປັນອາຫານເລີດຫຼູຂອງຄົນໄທບ້ານ ມານຳສະເໜີ. ໝົກນາງ “ຕໍ່” ເປັນອາຫານສະຫວັນຂອງຄົນໄທບ້ານ ແຕ່ກ່ອນທີ່ຊິເອົາມາເຮັດເປັນເມນູອາຫານໄດ້ ກໍຕ້ອງຜ່ານນາລົກໄປບໍ່ແມ່ນງ່າຍໆ. ເພາະວ່າຕ້ອງໄດ້ທຳສົງຄາມກັນຢ່າງຄັກແນ່! ວ່າໃຜຊິຊະນະ! ໃຜຊິປະລາໄຊ!. ອາຫານທີ່ໂດ່ງດັງຂອງຍີ່ປຸ່ນ ເຊັ່ນ: ປາຊາບະ, ປາແຊວມ້ອນ... ທີ່ນຳມາຈາກທະເລ...

ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ ຈີນ ຊ່ວງຜ່ານແຂວງອຸດົມໄຊ ໄດ້ຮັບການຊົດເຊີຍແລ້ວ 250 ກວ່າຕື້ກີບ

ໃນໄລຍະຜ່ານມາທາງພາກສ່ວນທີ່ກ່ຽວຂ້ອງຂອງແຂວງອຸດົມໄຊ ສົມທົບກັບບໍລິສັດຂອງຈີນທີ່ຮັບເຫມົາໂຄງການກໍ່ສ້າງເສັ້ນທາງລົດໄຟ ຄວາມໄວສູງ ໄດ້ພ້ອມກັນເຄື່ອນໄຫວຊຳລະຄ່າຊົດເຊີຍຕໍ່ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການດ່ັງກ່າວແລ້ວ ໂດຍອີງໃສ່ບັນດາຂໍ້ມູນທີ່ລົງກວດກາຕົວຈິງ ແລະ ຊຳລະຕາມອັດຕາມມູນຄ່າທີ່ໄດ້ກຳນົດໄວ້ ມາຮອດປັດຈຸບັນແມ່ນມີມູນຄ່າທັງຫມົດ 250.89 ຕື້ກີບ  ອີງຕາມການສະຫຼຸບລາຍງານຂອງພະແນກ ຍທຂ ແຂວງ ຕໍ່ກັບກອງປະຊຸມສະໄຫມສາມັນເທື່ອທີ່ 5 ຂອງສະພາປະຊາຊົນແຂວງອຸດົມໄຊ ຄັ້ງທີ 1 ເຫັນວ່າ...