ຂໍຂອບໃຈນຳຜູ້ສະໜັບສະໜູນ

ບັນດາຜູ້ຕາງໜ້າຈາກພາກລັດ ແລະ ພາກທຸລະກິດ ທີ່ກ່ຽວຂ້ອງກັບຂະແໜງການທ່ອງທ່ຽວ ຈຳນວນ 80 ກວ່າທ່ານ ໄດ້ຮ່ວມພົບປະ ແລະ ປຶກສາຫາລືກັນ ເພື່ອຊອກຫາຊ່ອງທາງໃນການແກ້ໄຂອຸປະສັກ ຫລື ບັນຫາຕ່າງໆ ທີ່ມີໃນວຽກງານທ່ອງທ່ຽວ ແນໃສ່ປັບປຸງຄຸນນະພາບ ແລະ ມາດຕະຖານການບໍລິການທ່ອງທ່ຽວຂອງ ສປປ ລາວ ໃຫ້ດີຂຶ້ນ.

ກອງປະຊຸມຄັ້ງ​ນີ້, ຈັດໂດຍກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ​ໃນ​ທ້າຍ​ອາ​ທິ​ດ່ານ​ມາ ພາຍໃຕ້ການເປັນປະທານຂອງທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງ ຖວທ ແລະພາກສ່ວນ​ທີ່​ກ່ຽວຂ້ອງຈາກ 8 ແຂວງແລະ​ນອນ​ຄອນ​ຫຼວງວຽງ​ຈັນ. ໂອກາດນີ້, ທ່ານ ບໍ່ແສງຄຳ ວົງດາລາ ກ່າວວ່າ: ​​ກອງປະຊຸມ​ຄັ້ງ​ນີ້ ທຸກພາກສ່ວນກ່ຽວຂ້ອງ​ ຕ້ອງໄດ້ຮ່ວມ​ປຶກສາຫາລື​ ແລະ ແລກປ່ຽນຄວາມຄິດຄວາມເຫັນ ໃນ​ຫລາ​ຍບັນ​ຫາ​ກ່ຽວ​ກັບວຽກງານ​ການທ່ອງທ່ຽວ​ຂອງ ສປປ ລາວ, ລວມທັງຮັບຟັງການລາຍງານ ຈາກກະຊວງ ຖວທ ແລະ ກະຊວງ ກ່ຽວຂ້ອງ, ສະມາຄົມທຸລະກິດທ່ອງທ່ຽວລາວ, ສະມາຄົມທຸລະກິດໂຮງແຮມ ແລະ ຮ້ານອາຫານລາວ, ບັນດາສະມາຄົມ ແລະ ພາກສ່ວນທຸລະກິດອື່ນໆ ທີ່ປິ່ນອ້ອມວຽກງານການທ່ອງທ່ຽວ ລວມທັງສາຍການບິນຕ່າງໆ, ທັງນີ້ ກໍເພື່ອແນ່ ໃສ່ຊອກ ຮູ້ບັນຫາ ຫລື ອຸປະສັກທີ່ຍັງຄົງຄ້າງ ຢູ່ໃນຂົງເຂດວຽກງານການທ່ອງທ່ຽວ, ວຽກງານການຄຸ້ມຄອງການທ່ອງທ່ຽວ, ວຽກງານການໂຄສະນາ ແລະ ສົ່ງເສີມການ ທ່ອງທ່ຽວ, ລວມທັງວຽກງານການພັດທະນາຊັບພະຍາກອນມະນຸດ ຮັບ ໃຊ້ໃຫ້ແກ່ການ ທ່ອງທ່ຽວ ເພື່ອກຳນົດມາດຕະການທີ່ຖືກຕ້ອງ-ສອດຄ່ອງ ໃນການແກ້ໄຂອຸປະສັກ ແລະ ປະກົດການຫຍໍ້ທໍ້ ທີ່ສົ່ງຜົນກະທົບໃສ່ວຽກງານການທ່ອງທ່ຽວຂອງ ສປປ ລາວ ໃນໄລຍະຜ່ານມາ. ນອກນັ້ນ, ກໍຍັງເປັນການສືບຕໍ່ປັບ ປຸງການ ຈັດຕັ້ງ, ປັບປຸງ ຂໍ້ກຳນົດລະບຽບການຕ່າງໆ​ ໃຫ້​ແທດ​ເໝາະ ​ກັບ​ສະພາບ​​ແຫ່ງ​ການ​ຂະຫຍາຍ ຕົວ​ອັນ​ວ່ອງ​ໄວ​ຂອງ​ການທ່ອງທ່ຽວ​ລາວ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຜ່ານການຈັດຕັ້ງປະຕິບັດການສົ່ງເສີມປີທ່ອງທ່ຽວລາວ 2018 ໂດຍພາຍໃຕ້ການຊີ້ນຳຢ່າງໃກ້ຊິດຂອງລັດຖະບານ, ຄະນະນຳກະຊວງ ຖວທ ແລະ ການຮ່ວມມືຈາກພະແນກ ຖວທ ແຂວງ, ນະຄອນຫລວງວຽງຈັນ ແລະ ບັນດາຫົວໜ່ວຍ ທຸລະກິດທ່ອງທ່ຽວ ໄດ້ເຮັດໃຫ້ການທ່ອງທ່ຽວຂອງລາວມີຄວາມຟົດຟື້ນຫລາຍຂຶ້ນ ໂດຍສັງເກດເຫັນໄດ້ຈາກສະຖິຕິ ນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມ ສປປ ລາວ ໃນ 9 ເດືອນ ປີ 2018 ບັນລຸ 2,9 ລ້ານເທື່ອຄົນ ຫລື ເພີ່ມຂຶ້ນ 3,24% ເມື່ອທຽບ ໃສ່ໄລຍະດຽວກັນໃນປີ 2017. ​ໂດຍອີງຕາມຕົວເລກສະຖິຕິຂ້າງເທິງນັ້ນ ສາມາດເວົ້າໄດ້ວ່າ: ການທ່ອງທ່ຽວຢູ່ ສປປ ລາວ ເປັນຂະແໜງການໜຶ່ງທີ່ເປັນທ່າແຮງ ໃນການປະກອບສ່ວນເຂົ້າໃນການສ້າງລາຍຮັບປະເທດ ເຊິ່ງຈັດເປັນອັນດັບທີ 4 ຮອງ ຈາກ ຂະແໜງບໍ່ແຮ່, ອຸດສະຫະກຳ ແລະໄຟຟ້າ.

Cr.KPL
#insidelaos

Hits: 6

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້