ສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນ​ນະ​ເຂດ ຮ່ວມ​ກັບ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ພະແນກສຶກສາທິການ ແລະ ກິລາແຂວງ​ ​ເປີດ​ຕະຫລາດນັດ​ແຮງ​ງານ ​ໃນ​ວັນ​ທີ 2 ພະຈິກ 2018 ຢູ່ສູນການຄ້າ ສະຫວັນ-ໄອເຕັກ ​ເພື່ອເປີດກວ້າງໃຫ້ບັນດາຫົວໜ່ວຍທຸລະກິດ, ຫ້າງ-ຮ້ານ ໄດ້ມາ​ພົບປະແລກປ່ຽນຂໍ້ມູນ, ຄຳຄິດເຫັນ ​ແລະ ແລກປ່ຽນປະສົບການ, ໃຫ້ບັນດານັກສຶກສາ, ນັກຮຽນຮູ້, ປັນຍາຊົນ ໄດ້ຊອກຫາ ວຽກເຮັດງານທຳໃນປັດຈຸບັນ ເພື່ອຈະໄດ້ມີໂອກາດ​ໄດ້ເຮັດວຽກຮ່ວມກັນໃນອານາຄົດ.

ທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງສະຫວັນ​ນະ​ເຂດ ​ມີຄຳເຫັນວ່າ: ງານຕະຫລາດນັດແຮງງານ ຖືວ່າມີຄວາມໝາຍ ຄວາມສຳຄັນ ຍ້ອນສະພາວະແຂວງພວກເຮົາພວມສຸມໃສ່ເຂົ້າສູ່ການພັດທະນາ, ການຫັນມາ ເປັນອຸດສາຫະກຳທີ່ທັນສະໄໝ ໃນຍຸກທີ່ມີການຮ່ວມມື ແລະ ເປີດກວ້າງສູ່ຕະຫລາດພາຍນອກ ແລະ ພາຍໃນ ທ່າມກາງກະແສສັງຄົມທີ່ມີຄວາມຕ້ອງການ ແລະ ມີວຽກເຮັດງານທຳ, ທັງ​ເປັນ​ໂອກາດ​ທີ່​ດີ ​ເພື່ອ​ເຮັດ​ໃຫ້​ຜູ້​ທີ່​ຕ້ອງການ​ວຽກ​ເຮັດ​ງານ​ທຳ ​ໄດ້​ມາ​ພົບ​ປະ​ກັບ​ບັນດາ​ບໍລິສັດ​ທີ່​ຕ້ອງການ​ແຮງ​ງານ​ ​ເພື່ອ​ບັນຈຸ​ເຂົ້າ​ໃນ​ຕຳ​ແໜ່​ງງານ​ຕ່າງໆ ​ຕາມ​ຄວາມ​ເໝາະ​ສົມ.

​ໃນ​ງານ​ຕະຫລາດນັດ​ຄັ້ງ​ນີ້, ຍັງໄດ້ມອບໃບຍ້ອງຍໍໃຫ້ກັບພາກສ່ວນນັກທຸລະກິດ, ຫ້າງຮ້ານ ​ແລະ ບໍລິສັດ ທີ່ໄດ້ປະກອບສ່ວນເຂົ້າໃນທຸກວຽກງານ ບໍ່ວ່າຈະເປັນການຊ່ວຍເຫລືອທຶນຮອນ ໃນກິດຈະກຳ ແລະ ວັນສຳຄັນຕ່າງໆ ແລະ ເປັນສ່ວນຊ່ວຍພັດທະນາແຂວງສະຫວັນ​ນະ​ເຂດຕື່ມ​ອີກ.
Cr.KPL
#insidelaos

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້