General

ສຳມະນາສະກັດກັ້ນ ແລະປ້ອງກັນຕ້ານການຄ້າມະນຸດໃນຂະແໜງທ່ອງທ່ຽວ

ໃນລະຫວ່າງວັນທີ 1-3 ສິງຫາ 2019ນີ້, ທີ່ ແຂວງສາລະວັນ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບວຽກງານສະກັດກັ້ນແລະປ້ອງກັນຕ້ານການຄ້າມະນຸດໃນຂະແໜງທ່ອງທ່ຽວ ໃຫ້ກຽດເປັນປະທານກ່າວເປີດໂດຍ ທ່ານສະ ຫວັນຄອນ ຣາຊະມົນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວວັດທະນະທຳແລະທ່ອງທ່ຽວ, ມີຜູ້ເຂົ້າຮ່ວມທັງໝົດ 55 ທ່ານ. ກອງປະຊຸມສຳມະນາຄັ້ງນີ້ມີຄວາມໝາຍສຳຄັນແລະຈຳເປັນທີ່ສຸດທີ່ຕ້ອງໄດ້ເອົາໃຈໃສ່ໃນການສະກັດກັ້ນແລະປ້ອງກັນເພື່ອກຮ່ວມຈິດຮ່ວມໃຈກັນຕ້ານການຄ້າມະນຸດແລະຍິ່ງໄປກວ່ານັ້ນ ອົງການສະຫະປະຊາຊາດ ກໍ່ໄດ້ຮຽກຮ້ອງໃຫ້ມີການເພີ້ມທະວີຮ່ວມກັບບັນດາປະເທດຕ່າງໆໃນໂລກໃຫ້ຄວາມສຳຄັນຢ່າງແຂງແຮງຕໍ່ວຽກງານດັ່ງກ່າວໃຫ້ຫຼຸດໜ້ອຍ; ທ່ານປະທານຍັງໄດ້ກ່າວຕື່ມວ່າ ເດັກນ້ອຍເພດຍິງຈຳນວນຫນຶ່ງຖືກຫລອກແລະບັງຄັບໃຫ້ໄປຂາຍຕົວແລະໄປບໍລິການຢູ່ຫ້າງຮ້ານຕ່າງໆໃນຕົວເມືອງ, ຈຳນວນຫນຶ່ງຖືກຫລອກໄປໃຊ້ແຮງງານໜັກແລະບັນຫາອື່ນໆ. ຈາກສະພາບຄວາມເປັນຈິງດັ່ງກ່າວຈິ່ງຈຳເປັນຕ້ອງໄດ້ມີການຝຶກອົບຮົມໃຫ້ຄວາມຮັບຮູ້...

ສາທາ ຈະລົບລ້າງພະຍາດຕັບອັກເສບ ໃນ ສປປ ລາວ

ທ່ານ ບຸນ​ໜັກ ໄຊ­ຊະ­ນະ​ສົງ­ຄາມ ຫົວ­ໜ້າ​ກົມ​ປິ່ນ­ປົວ ແລະ ຟື້ນ​ຟູ​ໜ້າ­ທີ່​ການ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ໄດ້​ໃຫ້​ສຳ­ພາດ ໃນ​ວັນ​ທີ 26 ກໍ­ລະ­ກົດ 2019 ເນື່ອງ​ໃນ​ວັນ​ອັກ­ເສບ​ຕັບ​ໂລກ 2019 ທີ່​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ກ່າວ​ວ່າ: ໃນ​ປະ­ເທດ​ລາວ​ຫຼາຍ​ກວ່າ...

ລັດຖະບານ ກຽມປະຕິຮູບວິສາຫະກິດລັດລົງທຶນ ໄປຕາມກົນໄກເສດຖະກິດຕະຫຼາດ

ວິກິດການທາງເສດຖະກິດ – ການເງິນໂລກ ໃນໄລຍະຜ່ານມາສົ່ງຜົນກະທົບຕໍ່ວິສາຫະກິດຂອງລັດຈໍານວນໜຶ່ງ ເຮັດໃຫ້ການດຳເນີນທຸລະກິດຝືດເຄືອງ, ຂາດທຶນໝູນວຽນ, ມີໜີ້ສິນຄຸມເຄືອຈົນກ້າວໄປເຖິງການຢຸດກິດຈະ ການ ຫຼື ລົ້ມລະລາຍ, ລັດຖະບານ ແຫ່ງ ສປປ ລາວ ໄດ້ມີທິດຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງຮີບຮ້ອນປັບປຸງບັນ ດາວິສາຫະກິດໃຫ້ມີຄວາມເຂັ້ມແຂງ. ຫຼ້າສຸດ, ກົມຄຸ້ມຄອງ,...

ເມືອງໄຊທານີຍອມຮັບ ການແກ້ໄຂລະບຽບຕາມເສັ້ນທາງ ເຮັດໄດ້ຊ້າບໍ່ເປັນລະບຽບ

ຫົວຫນ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງໄຊທານີ້ນະຄອນຫລວງວຽງຈັນ, ທັງເປັນຮອງຄະນະຈັດສັນຄວາມບໍ່ເປັນ ລະບຽບຮຽບຮ້ອຍຂັ້ນເມືອງໄດ້ ໃຫ້ສໍາພາດຕໍ່ສື່ມວນຊົນໃນໂອກາດລົງກວດກາ ແລະ ຊຸກຍູ້ການປະຕິບັດວຽກງານຈັດສັນຄວາມ ບໍ່ເປັນລະບຽບຮ້ອຍຕາມເສັ້ນທາງສາຍຫລັກພາຍໃນເມືອງຂອງຕົນວ່າ: ການຈັດຕັ້ງປະຕິບັດວຽກງານດັ່ງກ່າວແມ່ນເຮັດໄດ້ຊ້າ ແລະ ພົບຄວາມຫຍຸ້ງຍາກຫລາຍດ້ານ, ເນື່ອງຈາກປະຊາຊົນຜູ້ເປັນເຈົ້າຂອງເຮືອນ, ຕຶກອາຄານ ຫລື ເຈົ້າຂອງວັດຖຸຕ່າງໆທີ່ຕິດຕັ້ງ...

ໄຂກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 52 (AMM)

ທ່ານ ດອນ ປຣາມັດວິໄນ Don Pramudwinai ລັດຖະມົນຕີວ່າການກະຊວງການຕ່າງປະເທດໄທ ເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ (AMM) ຄັ້ງທີ 52, ເຊິ່ງເປັນສ່ວນໜຶ່ງ ຂອງກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ AMM / Post ທີ 52...

ທຳລາຍຕົ້ນກັນຊາຖິ້ມ! ຢູ່ເຂດບ້ານສົມສະອາດ ນະຄອນໄກສອນ ພົມວິຫານ

ເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ລົງທຳລາຍ ຕົ້ນກັນຊາທີ່ເປັນສານເສບຕິດ ຢູ່ຂອບເຂດ ບ້ານສົມສະອາດ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ທີ່ປະຊາຊົນຈໍານວນໜຶ່ງ ທີ່ມີການລັກລອບ ປູກໄວ້ຢູ່ໃນສວນຜັກ ແລະ ສວນຢາງ ເຊິ່ງມີຈຳນວນທັງໝົດ 320 ຕົ້ນ. ໃນນີ້ມີຕົ້ນຊາດິບ166ຕົ້ນແລະຊາແຫ້ງ154ຕົ້ນ ເຊິ່ງໃນການລົງທຳລາຍຄັ້ງນີ້ມີ ທ່ານ...

ແຈ້ງການ ປັບຂຶ້ນລາຄານ້ຳມັນ ໃນຂອບເຂດທົ່ວປະເທດ ເລີ່ມປະຕິບັດ ວັນທີ 02/08/2019 ເວລາ 06:00ໂມງ

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີການປັບລາຄານ້ຳມັນໜ້າປ້ຳຂຶ້ນ ໃນຂອບເຂດທົ່ວປະເທດ ເລີ່ມປະຕິບັດ ວັນທີ 02/08/2019 ເວລາ 06:00ໂມງ ນ້ຳມັນແອັດຊັງພິເສດ ປັບຂື້ນ 220 ກີບ/ລິດ ນ້ຳມັນແອັດຊັງທຳມະດາ ປັບຂື້ນ 110 ກີບ/ລິດ ນ້ຳມັນກາຊວນປັບຂຶ້ນ 100...

ລວມລາຍລະອຽດເບື້ອງຕົ້ນ ເຫດການນ້ຳຖ້ວມ ຢູ່ເມືອງນານ ແຂວງຫຼວງພະບາງ

ສະພາບນໍ້າຖ້ວມກະທັນຫັນ ຢູ່ 9 ບ້ານ ຢູ່ລຽບຕາມແມ່ນໍ້ານານ, ເມືອງນານ ແຂວງຫລວງພະບາງຈາກຝົນຕົກໜັກແຕ່ຄືນວັນທີ 29 ຕໍ່ໃສ່ຮຸ່ງເຊົ້າວັນທີ 30 ກໍລະກົດ 2019 ຍັງຫນ້າເປັນຫ່ວງ ຖ້າວ່າຝົນສືບຕໍ່ຕົກໜັກຕື່ມ ຍ້ອນບ້ານເຮືອນຢູ່ໃກ້ແມ່ນໍ້າ ເຊິ່ງມີລາຍງານຫລ້າສຸດໃນຕອນຄໍ່ານີ້ວ່າ ມີປະຊາຊົນ...