General

ປະ​ທິໂທ້! ຍອດລົງທຶນຢູ່ເຊກອງບັນລຸພັນຕື້ກວ່າກີບ

ການລົງທຶນລວມທົ່ວສັງຄົມໃນ ປີ 2018 ທີ່ແຂວງເຊກອງນັບວ່າມີບາດກ້າວທີ່ດີສາມາດປະຕິບັດໄດ້ມີມູນຄ່າສູງເຖິງ 1.141,87 ຕື້ກີບ ລື່ນແຜນການທີ່ວາງໄວ້ 39,94% ຊຶ່ງປະກອບ ດ້ວຍ 4 ແຫຼ່ງທຶນຄື: ໂຄງການລົງທຶນຂອງລັດ, ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ, ການຊ່ວຍເຫຼືອທາງການເພື່ອການພັດທະນາ...

ສຸດຍອດ! ອຳມະຕະນະ​ຄອນ ສົນໃຈສ້າງເມືອງທັນສະໄໝຢູ່ແຂວງອຸດົມໄຊ

ບໍລິສັດ ອຳມະຕະ ຄໍປໍເຣເຊິນ ຈຳກັດ (ມະຫາຊົນ) ສົນໃຈສ້າງເມືອງທັນສະໄໝ ຫຼື ເອີ້ນວ່າ AMATA Smart & Eco City ຢູ່ແຂວງອຸດົມໄຊ ຊຶ່ງຫຼ້າສຸດໃນວັນທີ 1 ມັງກອນ...

​ແຈ້ງ​ການ​ອອກ​ມາ​ແລ້ວ! ກ່ຽວ​ກັບການ ກະກຽມວຽກງານປະເມີນຜົນ ແລະ ຟື້ນຟູໄພພິບັດ ຢູ່ເມືອງສະໜາມໄຊ

ມື້​ວານນີ້,​ ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການກ່ຽວກັບ ການກະກຽມວຽກງານປະເມີນຜົນ ແລະ ຟື້ນຟູໄພພິບັດ ຢູ່ເມືອງສະໜາມໄຊ ແຂວງອັດຕະປື, ໂດຍອີງຕາມທິດຊີ້ນໍາຂອງ ທ່ານ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະ ການສະເພາະກິດແກ້ໄຂໄພພິບັດລະດັບຊາດ ຄັ້ງວັນທີ 31 ທັນວາ 2018. ແຈ້ງການສະບັບດັ່ງກ່າວລະບຸວ່າ:...

ສຳ​ເລັດ​ແລ້ວ! ເສັ້ນ​ທາງ​ເລກ 4 ແຕ່ບ້ານພູຫົວຊ້າງ-ບ້ານອ່າວໃຕ້ ເມືອງອະນຸວົງ ແຂວງໄຊສົມບູນ

ສຳເລັດການກໍ່ສ້າງເສັ້ນທາງເລກ 4 ແຕ່ບ້ານພູຫົວຊ້າງ-ບ້ານອ່າວໃຕ້ ເມືອງອະນຸວົງ ແຂວງໄຊສົມບູນ ພາຍຫຼັງສ້າງມາແຕ່ປີ 2014 ດ້ວນທຶນທັງໝົດ 263 ຕື້້ກວ່າກີບ ເຊິ່ງພິທີເປີດແມ່ນຈັດຂຶ້ນໃນວັນທີ 28 ທັນວາ 2018 ຜ່ານມາທີ່ບ້ານພູຫົວຊ້າງ. Cr. ນສພ ເສດຖະກິດ-ການຄ້າ...

ກະ​ຊວງ​ອຸດ​ສາ​ຫ​ະ​ກຳ​ ອອກຄຳ​ສັ່ງຄວບຄຸມຢາສູບ ກຳນົດລາຄາຂາຍຍ່ອຍ ແລະຂາຍຍົກຕໍ່າສຸດ

ກ່ຽວກັບການຄວບຄຸມຜະລິດຕະພັນຢາສູບ ດ້ວຍການກຳນົດລາຄາຂາຍຍ່ອຍ ແລະຂາຍຍົກຕໍ່າສຸດ ເລກທີ 1791/ອຄ.ກຄພນ ນະຄອນຫຼວງວຽງຈັນ, ວັນທີ 18 ທັນວາ 2018. ທີ່​ມາ: facebook.com/547411545726032

ຮູ້​ໄວ້! ລາວເຮົາມີສາຍພົວພັນການທູດກັບ 141 ປະເທດແລ້ວ!

ທ້າຍ​ປີ 2018 ​ແລ້ວນີ້, ທີ່ກະ­ຊວງ​ການ​ຕ່າງ­ປະ­ເທດ ໄດ້​ຈັດ​ກອງ​ປະ­ຊຸມ​ເພື່ອ​ສະ­ຫຼຸບ​ການ­ເຄື່ອນ­ໄຫວ​ວຽກ​ງານ​ປະ­ຈຳ​ປີ 2018 ແລະ ທິດ​ທາງ​ແຜນ­ການ​ປະ­ຈຳ​ປີ 2019 ຈັດ​ຂຶ້ນ​ທີ່​ກະ­ຊວງ​ຂອງ​ຕົນ ເປັນ​ປະ­ທານ​ຂອງ​ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ມີ​ບັນ­ດາ​ຮອງ​ລັດ­ຖະ­ມົນ­ຕີ ຄະ­ນະ​ກົມ ພະ­ນັກ­ງານ​ອາ­ວຸ­ໂສ​ບຳ­ນານ...

ບໍ່​ທຳ​ມະ​ດາ! ເມືອງແບງ ມີຜົນສໍາເລັດໃນວຽກງານພັດທະນາເສດຖະກິດຫຼາຍ​ດ້ານ

ໃນຕະຫອດໄລຍະ 1 ປີ ຜ່ານມານີ້ ທາງຄະນະພັກ, ຄະນະນໍາຂອງເມືອງແບງ ແຂວງອຸດົມໄຊ ໄດ້ເອົາໃຈໃສ່ເຄື່ອນໄຫວຊີ້ນຳ ນຳພາ ພະນັກງານ, ລັດຖະກອນ ຕະຫລອດຮອດ ປະຊາຊົນທົ່ວເມືອງ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ຢ່າງຕັ້ງໜ້າ ເຊິ່ງເຮັດໃຫ້ມີຜົນສຳເລັດໃນຫລາຍດ້ານ. ...

ລັດຖະມົນຕີ ຖວທ ມອບໃບຍ້ອງຍໍ ໃຫ້ແກ່ນັກຮຽນເກັ່ງ ໄດ້ຮອງຊະນະເລີດໂຄງການ ASEAN Quiz

 ​ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕົກລົງອະນຸມັດການຍ້ອງຍໍ ທີມແຂ່ງຂັນ ASEAN Quiz ຂອງ ສປປ ລາວ ມີ ນາງ ທິບເກສອນ ເຂັມທອງ ມາຈາກໂຮງຮຽນ ມັດທະຍົມສົມບູນປາກເຊ ແຂວງຈຳປາສັກ; ນາງ ສຸນິຕາ...