ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການ ໃຫ້ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງວຽງຈັນ ໃຫ້ເພີ່ມທະວີຄວາມເອົາໃຈໃສ່ໃນການຄຸ້ມຄອງ ແລະ ຕິດຕາມກວດກາ ຢ່າງເຂັ້ມງວດ ຫ້າມເດັດຂາດ ບໍ່ໃຫ້ພໍ່ຄ້າຊາວຂາຍຕ່າງປະເທດ ເຂົ້າມາເກັບຊື້ເຂົ້າຢູ່ພາຍໃນແຂວງ ແລະ ປັ່ນປ່ວນລາຄາເຂົ້າ, ໂດຍບໍ່ມີໃບທະບຽນວິສາຫະກິດທີ່ຖືກ ຕ້ອງຕາມລະບຽບກົດໝາຍຂອງ...
ທ່ານ ຄໍາໄໝ ຈິນດາວົງ ປະທານບໍລິສັດ ສູນການຄ້າສາກົນ ຈໍາປາສັກ ຈໍາກັດ ໃຫ້ສໍາພາດໃນທ້າຍເດືອນພຶດສະ ພາ 2019 ທີ່ຜ່ານມານີ້ ວ່າ:
ບໍລິສັດພວກເຮົາ ຈະສ້າງສູນການຄ້າສາກົນ ຈໍາປາສັກຂຶ້ນ ຢູ່ບ້ານໜອງບົວທອງ ເມືອງບາຈຽງຈະເລີນສຸກ ແຄມເສັ້ນທາງເລກທີ 13 ໃຕ້ ປາກເຊ-ເວີນຄາມ ໃນເນື້ອທີ່ 10 ເຮັກຕາ...
ການຄຸ້ມຄອງການນຳໃຊ້ແນວພັນ ແລະ ເມັດພັນພືດ ສຳລັບການປູກຝັງ ໃນ ສປປ ລາວ ໃນໄລຍະຜ່ານມາ ແມ່ນຍັງມີຂໍ້ຫຍຸ້ງຍາກ ແລະ ບັນຫາຕ່າງໆ ຫລາຍພໍສົມຄວນ ເປັນຕົ້ນ ການຜະລິດ ແລະ ການກວດກາຢັ້ງຢືນຄຸນນະພາບເມັດພັນ ຍັງບໍ່ທັນເປັນລະບົບ, ການນຳເຂົ້າ, ການຈຳໜ່າຍ, ການປົກປັກຮັກສາ, ການອະນຸລັກ ແລະ ການນຳໃຊ້ເຊື້ອພັນພືດ ຍັງບໍ່ທັນໄດ້ດີ,...
ຄອບຄົວຂອງທ່ານ ສົມນຶກ ແສງສະຫວ່າງ ບ້ານດອນຂຽວ ເມືອງໜອງບົກ ແຂວງຄຳມ່ວນ ແມ່ນຄອບຄົວທີ່ມີມູນເຊື້ອໃນການປະກອບອາຊີບປູກຝັງ-ລ້ຽງສັດເປັນສິນຄ້າ ຈາກຮຸ້ນສູ່ຮຸ້ນສືບຕໍ່ກັນມາ ເພື່ອສ້າງເສດຖະກິດຄອບຄົວ ເຮັດໃຫ້ຄອບຄົວມີຢູ່ມີກິນ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ.
ປະຈຸບັນຄອບຄົວທ່ານ ສົມນຶກ ມີສະມາຊິກພາຍໃນຄອບຄົວທັງໝົດ 6 ຄົນ.
ໃນນັ້ນແຮງງານຕົ້ນຕໍແມ່ນ 3 ຄົນ ອາຊີບຕົ້ນຕໍຂອງຄອບຄົວແມ່ນເຮັດນາ ແລະ ປູກຝັງ-ລ້ຽງສັດເປັນສຳຮອງ. ໃນນັ້ນການປູກຝັງທີ່ເດັ່ນກວ່າໝູ່ແມ່ນການ ປູກສາລີນໍ້າເຜີ້ງ ໃນເນື້ອທີ່ຈຳນວນ 7.000 ຕາແມັດ ເຊິ່ງໃນປີໜຶ່ງສາມາດສ້າງລາຍຮັບຈາກການປູກສາລີປະມານ 40...