Thursday, March 20, 2025

ຮູ້​ໄວ້! ລາວເຮົາມີສາຍພົວພັນການທູດກັບ 141 ປະເທດແລ້ວ!

ທ້າຍ​ປີ 2018 ​ແລ້ວນີ້, ທີ່ກະ­ຊວງ​ການ​ຕ່າງ­ປະ­ເທດ ໄດ້​ຈັດ​ກອງ​ປະ­ຊຸມ​ເພື່ອ​ສະ­ຫຼຸບ​ການ­ເຄື່ອນ­ໄຫວ​ວຽກ​ງານ​ປະ­ຈຳ​ປີ 2018 ແລະ ທິດ​ທາງ​ແຜນ­ການ​ປະ­ຈຳ​ປີ 2019 ຈັດ​ຂຶ້ນ​ທີ່​ກະ­ຊວງ​ຂອງ​ຕົນ ເປັນ​ປະ­ທານ​ຂອງ​ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ມີ​ບັນ­ດາ​ຮອງ​ລັດ­ຖະ­ມົນ­ຕີ ຄະ­ນະ​ກົມ ພະ­ນັກ­ງານ​ອາ­ວຸ­ໂສ​ບຳ­ນານ ພ້ອມ​ດ້ວຍ​ພະ­ນັກ­ງານ​ຫຼັກ​ແຫຼ່ງ​ເຂົ້າ​ຮ່ວມ.

    ທ່ານ ໂພ​ໄຊ ໄຂ​ຄຳ​ພິ­ທູນ ຫົວ­ໜ້າ​ຫ້ອງ­ການ​ກະ­ຊວງ​ການ​ຕ່າງ­ປະ­ເທດ ໄດ້​ສະ­ຫຼຸບ​ຕີ​ລາ­ຄາ​ການ­ເຄື່ອນ­ໄຫວ​ວຽກ​ງານ​ການ​ຕ່າງ­ປະ­ເທດ ໂດຍ​ໄດ້​ຍົກ​ໃຫ້​ເຫັນ​ສະ­ພາບ​ແວດ​ລ້ອມ​ໃນ​ພາກ​ພື້ນ ແລະ ສາ­ກົນ​ທີ່​ພວມ​ຜັນ​ແປ​ໄປ​ຢ່າງ​ສັບ­ສົນ​ສະ­ຫຼັບ​ສັບ​ຊ້ອນ​ມີ​ທັງ​ການ​ຕໍ່­ສູ້​ແກ້ງ​ແຍ້ງ ມີ​ທັງ​ກາ­ລະ​ໂອ­ກາດ ແລະ ສິ່ງ​ທ້າ​ທາຍ ແຕ່​ທ່າ​ອ່ຽງ​ໂດຍ​ລວມ​ຍັງ​ແມ່ນ​ການ​ເສີມ​ສ້າງ​ສັນ­ຕິ­ພາບ​ການ​ຮ່ວມ​ມື​ເພື່ອ​ການ​ພັດ­ທະ­ນາ ແລະ ການ​ເຊື່ອມ​ໂຍງ ໃນ​ສະ­ພາບ​ການ​ດັ່ງ­ກ່າວ​ປະ­ເທດ​ເຮົາ ໄດ້​ສືບ­ຕໍ່​ເຄື່ອນ​ໄຫວ​ການ​ຕ່າງ­ປະ­ເທດ​ຢ່າງ​ຫ້າວ­ຫັນ ໂດຍ​ຢຶດ​ໝັ້ນ​ແນວ­ທາງ​ການ​ຕ່າງ­ປະ­ເທດ “ສັນ­ຕິ­ພາບ ເອ­ກະ­ລາດ ມິດ­ຕະ­ພາບ ແລະ ການ​ຮ່ວມ​ມື” ຢ່າງ​ສະ­ເໝີ​ຕົ້ນ​ສະ­ເໝີ​ປາຍ ເຄື່ອນ​ໄຫວ​ການ​ຕ່າງ­ປະ­ເທດ​ແບບ “ປ້ອງ​ກັນ​ເຫດ ແລະ ບຸກ​ທະ­ລຸ​ເພື່ອ​ປົກ​ປັກ​ຮັກ­ສາ ແລະ ສ້າງ­ສາ​ພັດ­ທະ­ນາ​ປະ­ເທດ​ຊາດ” ໂດຍ​ຢຶດ​ເອົາ​ເນື້ອ​ໃນ​ຈິດ­ໃຈ ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ ແລະ ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VIII ຂອງ​ລັດ­ຖະ­ບານ ເຮັດ​ໃຫ້​ການ­ເຄື່ອນ­ໄຫວ​ຕ່າງ­ປະ­ເທດ ສືບ­ຕໍ່​ຍາດ​ໄດ້​ຜົນ­ສຳ­ເລັດ​ທີ່​ພົ້ນ​ເດັ່ນ​ຫຼາຍ​ດ້ານ ສາ­ມາດ​ຮັກ­ສາ​ສະ­ພາບ​ແວດ​ລ້ອມ​ພາຍ​ນອກ​ທີ່​ເອື້ອ​ອຳ­ນວຍ ແລະ ຍາດ​ແຍ່ງ​ຜົນ​ປະ­ໂຫຍດ​ມາ​ໃຫ້​ປະ­ເທດ​ຊາດ ໃນ​ປີ 2018 ລາວ​ເຮົາ​ໄດ້​ເຄື່ອນ​ໄຫວ​ການ​ທູດ​ຂັ້ນ​ສູງ​ຢ່າງ​ສະ​ໝ່ຳ​ສະ­ເໝີ ໃນ​ນັ້ນ ໄດ້​ເຄື່ອນ​ໄຫວ​ການ​ຕ່າງ­ປະ­ເທດ​ລະ­ດັບ​ປະ­ມຸກ​ລັດ 3 ຄັ້ງ ລະ­ດັບ​ຫົວ­ໜ້າ​ລັດ­ຖະ­ບານ 12 ຄັ້ງ ແລະ ລະ­ດັບ​ລັດ­ຖະ­ມົນ­ຕີ​ຕ່າງ­ປະ­ເທດ 32 ຄັ້ງ ຜ່ານ​ການ­ເຄື່ອນ­ໄຫວ​ວຽກ​ງານ​ການ​ຕ່າງ­ປະ­ເທດ ລາວ​ເຮົາ​ໄດ້​ຮັບ​ການ​ພັດ­ທະ­ນາ​ຢ່າງ​ຕັ້ງ­ໜ້າ ການ​ພົວ­ພັນ​ຮ່ວມ​ມື​ກັບ​ຕ່າງ­ປະ­ເທດ ໄດ້​ຮັບ​ການ​ຂະ­ຫຍາຍ­ຕົວ​ທັງ​ລວງ​ກວ້າງ ແລະ ລວງ​ເລິກ ສືບ­ຕໍ່​ບາດ­ກ້າວ​ແຫ່ງ​ການ​ເຊື່ອມ​ໂຍງ​ພາກ​ພື້ນ ແລະ ສາ­ກົນ​ຢ່າງ​ເປັນ​ເຈົ້າ​ການ ເຂົ້າ​ຮ່ວມ​ການ­ເຄື່ອນ­ໄຫວ​ໃນ​ຂອບ​ການ​ຮ່ວມ​ມື​ຂອງ​ພາກ​ພື້ນ ແລະ ສາ­ກົນ​ຢ່າງ​ຫ້າວ­ຫັນ ນອກ​ນັ້ນ ບັນ­ດາ​ສຳ­ນັກ­ງານ​ການ​ທູດ​ລາວ​ປະ­ຈຳ​ຕ່າງ­ປະ­ເທດ ໄດ້​ເອົາ­ໃຈ­ໃສ່​ເຄື່ອນ​ໄຫວ​ການ​ທູດ​ການ­ເມືອງ ການ​ທູດ​ເສດ­ຖະ­ກິດ ແລະ ການ​ທູດ​ວັດ­ທະ­ນະ­ທຳ​ຢ່າງ​ຕັ້ງ­ໜ້າ ອັນ​ໄດ້​ປະ­ກອບ­ສ່ວນ​ທີ່​ສຳ­ຄັນ​ເຂົ້າ ໃນ​ການ​ສົ່ງ­ເສີມ​ການ​ພົວ­ພັນ​ຮ່ວມ​ມື​ລະ­ຫວ່າງ​ລາວ​ກັບ​ຕ່າງ­ປະ­ເທດ ສາ­ມາດ​ປົກ​ປ້ອງ​ສິດ­ຜົນ­ປະ­ໂຫຍດ​ຂອງ​ຊາດ​ໃນ​ລະ­ດັບ​ອັນ​ແນ່­ນອນ ແລະ ທັງ​ເປັນ​ການ​ຍາດ​ແຍ່ງ​ການ​ຊ່ວຍ­ເຫຼືອ​ສາ­ກົນ ດຶງ​ດູດ​ການ​ລົງ­ທຶນ ແລະ ການ​ພົວ­ພັນ​ດ້ານ​ເສດ­ຖະ­ກິດ ປັດ­ຈຸ­ບັນ​ລາວ​ເຮົາ​ມີ​ສາຍ​ພົວ­ພັນ​ການ​ທູດ​ກັບ 141 ປະ­ເທດ ແລະ ມີ​ສຳ­ນັກ­ງານ​ຕາງ­ໜ້າ​ປະ­ຈຳ​ຢູ່​ຕ່າງ­ປະ­ເທດ 40 ແຫ່ງ ໃນ​ນັ້ນ ມີ​ສະ­ຖານ­ທູດ 26 ແຫ່ງ ສຳ­ນັກ­ງານ​ຜູ້­ຕາງ­ໜ້າ​ຖາ­ວອນ ປະ­ຈຳ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ 3 ແຫ່ງ ແລະ ສະ­ຖານ​ກົງ­ສຸນ 11 ແຫ່ງ.

    ສຳ­ລັບ​ທິດ​ທາງ​ແຜນ­ການ​ຈຸດ​ສຸມ​ປີ 2019 ສືບ­ຕໍ່​ປັບ­ປຸງ​ແກ້​ໄຂ​ຂໍ້­ຄົງ­ຄ້າງ​ໃນ​ປີ­ຜ່ານ­ມາ ແລະ ສືບ­ຕໍ່​ຢືດ​ໝັ້ນ​ປະ­ຕິ­ບັດ​ນະ­ໂຍ­ບາຍ​ການ​ຕ່າງ­ປະ­ເທດ ຕາມ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ ຢ່າງ​ໜັກ​ແໜ້ນ​ຄ່ອງ​ແຄ້ວ​ນິ້ມ​ນວນ ແລະ ມີ​ຈຸດ​ສຸມ.

    ໂອ­ກາດ​ນີ້ ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ຮຽກ­ຮ້ອງ​ໃຫ້​ພະ­ນັກ­ງານ-ລັດ­ຖະ­ກອນ​ກະ­ຊວງ​ການ​ຕ່າງ­ປະ­ເທດ ຈົ່ງ​ສືບ­ຕໍ່​ຊຸກ­ຍູ້​ສົ່ງ­ເສີມ​ຜົນ­ສຳ­ເລັດ​ທີ່​ຍາດ​ມາ​ໄດ້ ແລະ ເອົາ­ໃຈ­ໃສ່​ຜັນ​ຂະ­ຫຍາຍ​ແນວ­ທາງ​ນະ­ໂຍ­ບາຍ​ຕ່າງ­ປະ­ເທດ ຕາມ​ທິດ​ທາງ​ມະ­ຕິ X ຂອງ​ສູນ​ກາງ​ພັກ​ວາງ​ອອກ ແລະ ມະ­ຕິ​ກອງ​ປະ­ຊຸມ​ວຽກ​ງານ​ການ​ຕ່າງ­ປະ­ເທດ​ທົ່ວ​ປະ­ເທດ ຄັ້ງ​ທີ 13 ໃຫ້​ມີ​ຜົນ­ສຳ­ເລັດ​ຢ່າງ​ຈົບ­ງາມ ຊຸກ­ຍູ້​ໃຫ້​ແຕ່​ລະ​ພາກ­ສ່ວນ ເອົາ­ໃຈ­ໃສ່​ກະ­ກຽມ​ເນື້ອ​ໃນ​ສຳ­ລັບ​ກອງ​ປະ­ຊຸມ​ວຽກ​ງານ​ການ​ຕ່າງ­ປະ­ເທດ ຄັ້ງ​ທີ 14 ປີ 2019.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່