Tuesday, February 11, 2025

ລາວບໍ່​ນ້ອຍ​ໜ້າ! ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 6 ພັນກວ່າກໍລະນີ ເສຍຊີວິດ 19 ຄົນ

ໃນທົ່ວໂລກ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍຫລາຍກວ່າ 390 ລ້ານຄົນ, ລວມມີທະວີບເອີຣົບຕາເວັນອອກ ແລະ ອາເມລິກາ. ໃນປີ 2018 ຢູ່ ສປປ ລາວ ເຫັນວ່າ ມີຜູ້ຕິດເຊື້ອ 6 ພັນກວ່າກໍລະນີ ແລະ ເສຍຊີວິດ 19 ຄົນ, ໃນນີ້ ແຂວງ ອັດຕະປື ແມ່ນມີອັດຕາການຕິດເຊື້ອຫລາຍກວ່າໝູ່ ຮອງລົງມາແມ່ນນະຄອນຫລວງວຽງຈັນ, ແຂວງຈຳປາສັກ ແລະ ສະຫວັນນະເຂດ.

ເຊິ່ງສາເຫດທີ່ເຮັດໃຫ້ການຕິດເຊື້ອຍັງສູງ ຍ້ອນຄວາມແອອັດເພີ່ມຂຶ້ນຢູ່ໃນເຂດຕົວເມືອງ, ຊານເມືອງ, ປະລິ ມານຂີ້ເຫຍື້ອເພີ່ມຂຶ້ນ, ຂະບວນການອະນາໄມຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ. ສໍາລັບກໍລະນີເສຍຊີວິດສ່ວນ ໃຫຍ່ ແມ່ນຍ້ອນອາການພະຍາດໄຂ້ຍຸງລາຍເບື້ອງຕົ້ນຄ້າຍຄືໄຂ້ຫວັດຖືເບົາບໍ່ໄປໂຮງໝໍ ຂໍ້ມູນດັ່ງກ່າວ, ແມ່ນໄດ້ລາຍງານໃນກອງປະຊຸມສະຫລຸບການຈັດຕັ້ງປະຕິບັດ ກິດຈະກຳການຕ້ານພະຍາດໄຂ້ຍຸງລາຍ ປີ 2018 ແລະ ການວາງແຜນ ປີ 2019 ກ່ຽວກັບການຄວບຄຸມພະຍາດໄຂ້ຍຸງລາຍໃນຂອບເຂດທົ່ວປະເທດ, ຊຶ່ງຈັດຂຶ້ນໃນວັນທີ 2 ມັງກອນ 2019 ທີ່ແຂວງວຽງຈັນ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: