Friday, July 11, 2025
Kbank Laos โอน รับ จ่าย

​​ລູກ 5 ປະ​ເພດ ທີ່​ພໍ່​ແມ່​ຕ້ອງ​ຮູ້!

        ເຮົາ​ມາ​ຮູ້​ຈັກ​ລູ​ກ​ຫຼານ 5 ປະ​ເພດ​ທີ່​ຄູ​ບາ​ອາ​ຈານ​ໃນ​ທາງ​ພຸດ​ທະ​ສາ​ສະ​ໜາ ໄດ້​ສັ່ງ​ສອນ​ໄວ້​ ເຊິ່ງ​ລູ​ກ​ຫຼານ​ຜູ້​ໃດ? ເປັນ​ຄົນ​ແບບ​ໃດ​ໄປ​ຮັບ​ຮູ້​ກັນ​ເລີຍ.

  1. ລູກ​ແກ້ວ ໝາຍ​ເຖິງ ລູກ​ຊັ້ນ​ດີ, ມີ​ຄ່າ​ດັ່ງ​ແກ້ວ​ຕາ​ດວງ​ໃຈ​ຂອງ​ພໍ່​ແມ່ ມີ​ແຄ່​ນຳ​ຄວາມ​ຊື່ນ​ຊົມ ແລະ​ຊື່ນ​ໃຈ​ມາ​ໃຫ້​ພໍ່​ແມ່ ເພິ່ນ​ເອີ້ນ​ວ່າ “ອະ​ພິ​ຊາ​ຕະ​ບຸດ”.
  2. ລູກ​ກະ ໝາຍ​ເຖິງ ລູກ​ທີ່​ມີ​ຄວາມ​ກະ​ຕັນ​ຍູ​ກະ​ຕະ​ເວ​ທີ ຮູ້​ບຸນ​ຄຸນ ແລະ​ຕອບ​ແທນ​ຄຸນ ບໍ່​ສ້າງ​ຄວາມ​ເດືອດ​ຮ້ອນ​ໃຫ້​ແກ່​ພໍ່​ແມ່ ບໍ່​ເຮັດ​ໃຫ້​ຄວາມ​ຫວັງ​ຂອງ​ພໍ່​ແມ່​ຕ້ອງ​ພັງ​ທະ​ລາຍ ເພິ່ນ​ເອີ້ນ​ວ່າ “ອະ​ນຸ​ຊາ​ຕະ​ບຸດ”.
  3. ລູກ​ກາ ໝາຍ​ເຖິງ ລູກ​ທີ່​ສ້າງ​ແຕ່​ບັນ​ຫາ ເອົາ​ມາ​ຄວາມ​ຂົມ​ຂື່ນ​ແລະ​ຄວາມ​ໂສກ​ເສົ້າ​ເສຍ​ໃຈ​ມາ​ໃຫ້​ພໍ່​ແມ່ ເປັນ​ໂຈນ​ປົ້ນ​ສົມ​ບັດ​ພໍ່​ແມ່ ​ຈູດ​ເຜົາ​ເຂົ້າ​ຂອງ​ຕອນ​ທີ່​ພໍ່​ແມ່​ຍັງ​ບໍ່​ຕາຍ… ຄື​ກັບ​ລູກ​ກາ ເວ​ລາ​ປີກ​ກ້າ​ຂາ​ແຂງ​ແລ້ວ​ກໍ​ບິ​ນ​ໜີ​ຈາກ​ຮັງ.
  4. ລູກ​ເກາ​ະ ໝາຍ​ເຖິງ ລູກ​ທີ່​ລ້ຽງ​ບໍ່​ໃຫຍ່​ຈັກ​ເທື່ອ, ເກາະ​ກິນ​ນຳ​ພໍ່​ແມ່​ໄປ​ຈົນ​ວັນ​ຕາຍ ຊ້ຳ​ບໍ່​ໜຳ ເຮັດ​ແຕ່​ກຳ ທຳ​ແຕ່​ຄວາມ​ຊົ່ວ ເຮັດ​ໃຫ້​ພໍ່​ແມ່​ຕ້ອງ​ໄປ​ຈັບ​ລູກ​ກົງ​ເບິ່ງ​ລູກ​ຢູ່​ໃນ​ຄຸກ.
  5. ລູກ​ກ້ວຍ ໝາຍ​ເຖິງ ລູກ​ທີ່​ຊົ່ວ​ຊ້າ, ບາບ​ໜັກ​ໜາ ເກີດ​ມາ​ແລ້ວ​ຂ້າ​ພໍ່​ຂ້າ​ແມ່ ຄື​ປ​ອກ​ກ້ວຍ ພວກນີ້​ເປັນ​ລູກ​ທໍ​ລະ​ພີ.

*ຮູ້​ຈັ່ງ​ຊີ້ແລ້ວ, ທ່ານ​ຄິດ​ວ່າ ລູກ​ຂອງ​ທ່ານ​ຈັດ​ຢູ່​ໃນ​ຂໍ້​ໃດ?

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.