Wednesday, July 9, 2025
Kbank Laos โอน รับ จ่าย

​ຊົມ​ເຊີຍ! ລັດຖະບານ ສ.ເກົາຫລີ ມອບເຂົ້າສານ 1 ພັນໂຕນ ໃຫ້ລັດຖະບານລາວ

ລັດຖະບານ ສ.ເກົາຫລີ ໄດ້ນຳເອົາເຂົ້າສານຈຳນວນ 1 ພັນໂຕນ ຈາກຄັງແຮເຂົ້າສຸກເສີນອາຊຽນບວກສາມ ມາມອບໃຫ້ລັດຖະບານລາວ ໃນວັນທີ 4 ມັງກອນ 2019 ທີ່ນະຄອນຫລວງວຽງຈັນ, ເພື່ອແຈກຢາຍໃຫ້ປະຊາຊົນ ຜູ້ທີ່ປະສົບໄພພິບັດ ຢູ່ ສປປ ລາວ ໂດຍສະເພາະ ຢູ່ເມືອງສະໜາມໄຊ ແຂວງ ອັດຕະປື. ຕາງໜ້າມອບໂດຍ, ທ່ານ ຊິນ ຊອງຊຸນ ເອກອັກຄະລັດຖະທູດ ສ.ເກົາ ຫລີ ປະຈຳ ລາວ ແລະ ຕາງໜ້າຮັບໂດຍ, ທ່ານ ນາງ ໃບຄຳ ຄັດຕິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ໃບຄຳ ຄັດຕິຍະ ໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈ ມາຍັງລັດຖະບານ ສ.ເກົາຫລີ ກໍຄື ທ່ານເອກອັກຄະລັດຖະທູດ ສ.ເກົາຫລີ ປະຈຳລາວ ທີ່ໄດ້ນຳເອົາເຂົ້າສານມາມອບໃຫ້ໃນຄັ້ງນີ້, ພ້ອມຢືນຢັນວ່າ ຈະນຳເອົາເຂົ້າສານຈຳນວນດັ່ງກ່າວ ໄປມອບໃຫ້ປະຊາຊົນ ທີ່ປະສົບໄພພິບັດຢ່າງທົ່ວເຖິງ ແລະ ລັດຖະບານ ສ.ເກົາຫລີ ພ້ອມຈະສືບຕໍ່ນຳເອົາເຂົ້າສານ ມາມອບໃຫ້ລັດຖະບານລາວຕື່ມອີກໃນຕໍ່ໜ້າ.

ທີ່​ມາ: facebook.com/421087478095038

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.